ບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 29 ກໍລະກົດ 2021

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 5.675 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 241  ຄົນ, ເສຍຊີວິດສະສົມທັງໝົດ 06 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 2.691 ຄົນ.

ໃນວັນທີ 28 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 2.082 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 241  ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 01 ຄົນຈາກ ແຂວງໄຊຍະບູລີ ແລະ ຕິດເຊື້ອກໍລະນີນໍາເຂົ້າ ຈໍານວນ 240 ຄົນ ຈາກ ນະຄອນຫລວງວຽງຈັນ 12 ຄົນ, ແຂວງສະຫວັນນະເຂດ 143  ຄົນ, ຈໍາປາສັກ 48  ຄົນ, ຄໍາມ່ວນ 03 ຄົນ ແລະ ສາລະວັນ 34  ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນຂອງແຂວງ ໄຊຍະບູລີ ແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.