ບົດສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 11 ສິງຫາ 2021

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 9.161 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 285 ຄົນ, ເສຍຊີວິດສະສົມທັງໝົດ 08 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 4.100 ຄົນ.

ໃນວັນທີ 10 ສິງຫາ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 2.725 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 285 ຄົນ, ຕິດເຊື້ອພາຍໃນຊຸມຊົນຈໍານວນ 07 ຄົນຈາກ ແຂວງ ສະຫວັນນະເຂດ 01 ຄົນ, ຈໍາປາສັກ 02 ຄົນ, ບໍ່ແກ້ວ 03 ຄົນ ແລະ ອັດຕະປື 01 ຄົນ ແລະ ຕິດເຊື້ອກໍລະນີນໍາເຂົ້າ ຈໍານວນ 278 ຄົນ ຈາກ ນະຄອນຫລວງວຽງຈັນ 30 ຄົນ, ຄໍາມ່ວນ 60 ຄົນ, ສະຫວັນນະເຂດ 97 ຄົນ, ສາລະວັນ 12 ຄົນ ແລະ ຈໍາປາສັກ 78 ຄົນ. ສໍາລັບຜູ້ຕິດເຊື້ອໃນຊຸມຊົນໃນ ແຂວງນັ້ນ ແມ່ນມີປະຫວັດສໍາຜັດກັບຜູ້ຕິດເຊື້ອເກົ່າ.