ບຸນຊຳລະອີກປະເພນີຄວນຮູ້

ບຸນ​ຊຳ­ລະ​ແມ່ນ​ຮີດ​ໜຶ່ງ​ຂອງ​ລາວ​ຊຶ່ງ​ເພິ່ນ​ກຳ­ນົດ​ຈັດ​ໃນ ເດືອນ​ເຈັດ​ລາວ​ເທົ່າ​ນັ້ນ​ສ່ວນ​ການ ຈັດ​ງານ​ບຸນ​ດັ່ງ­ກ່າວ​ບໍ່​ກຳ­ນົດ​ວັນ ສາ­ມາດ​ຈັດ​ມື​ຂຶ້ນ ຫຼື ມື້​ແຮມ​ກໍ​ໄດ້ ຕາມ​ປະ­ສົງ ບຸນ​ຊຳ­ລະ​ນີ້​ເຊື່ອ​ວ່າ ຍັງ​ມີ​ີ​ຫຼາຍ​ຄົນ​ບໍ່​ເຄີຍ​ໄດ້​ຍິນ​ເພາະ ວ່າ​ບໍ່​ຄ່ອຍ​ເຫັນ​ມີ​ໃຜ​ຈັດ​ກັນ​ໃຫຍ່​ພໍ​ປານ­ໃດ​ພຽງ​ແຕ່​ປະ­ຕິ­ບັດ​ຢູ່​ບ້ານ ເຮືອນ​ໃຜ­ລາວ​ຕາມ​ພໍ່​ແມ່​ປູ່​ຍ່າ​ຕາ ຍາຍ​ບອກ.

ຄຳ​ວ່າ: ຊຳ­ລະ​ກໍ​ຄື​ເຮັດ​ໃຫ້​ສະ­ອາດ​ເຊັ່ນ​ເສື້ອ​ຜ້າ​ອາ­ພອນ​ຂອງ ເຮົາ​ບໍ່​ສະ­ອາດ​ເປິ­ເປື້ອນ ຫຼື ເຄື່ອງ­ໃຊ້​ໃນ​ເຮືອນ​ເປັນ­ຕົ້ນ​ວ່າ ໝໍ້, ໄຫ,ຈອງ, ບ່ວງ, ຖ້ວຍ, ໂອ, ຊາມ ແລະ​ອື່ນໆ​ບໍ່​ສະ­ອາດ​ເຮົາ ກໍ​ຊຳ​ຣະ​ສະ ສາງ​ລ້າງ​ສ່ວຍ​ຈິດ­ໃຈ​ກໍ​ເຊັ່ນ​ກັນ ເມື່ອ​ມັນ​ມີ​ຄວາມ​ເສົ້າ­ໝອງ​ດ້ວຍ  ກິ­ເລດ​ຄື​ຄວາມ​ໂລບ​ຄວາມ​ໂກດ ຄວາມ​ຫຼົງ​ເຮົາ​ກໍ​ຊຳ­ລະ​ໃຫ້​ສະ­ອາດ ຜ່ອງ​ໃສ​ດ້ວຍ​ການ​ໃຫ້​ທານ​ຮັກ­ສາ ສິນ​ພາ­ວະ­ນາ ບ້ານ​ເມືອງ​ເຮົາ​ບໍ່​ຢູ່ ດີ​ມີ­ແຮງ​ບໍ່​ມີ​ຄວາມ​ສະ­ຫງົບ ຫຼື ສັດ ສາ​ວາ​ສິ່ງ​ຊ້າງ, ມ້າ, ງົວ, ຄວາຍ ແລະ​ຊັບ​ສົມ­ບັດ​ຕ່າງໆ​ເປັນ​ຫ່າ​ຊາ­ຕາ​ບ້ານ​ເມືອງ​ຂາດ​ຊາວ​ພຸດ​ເຮົາ​ກໍ​ຈະ​ທຳ­ບຸນ​ຊຳ­ລະ​ຄື​ທຳ​ພິ­ທີ​ລ້າງສ່ວ​າຍ​ສະ​ສາງ​ສິ່ງ​ທີ່​ບໍ່​ດີ ຫຼື ສະ ໜຽດ​ຈັງ­ໄຮ​ອອກ​ໄປ​ເພື່ອ​ເຮັດ​ໃຫ້ ເປັນ​ສິ­ລິ​ມຸງ­ຄຸນ.

ມູນ​ເຫດ​ຂອງ​ການ​ເຮັດ­ບຸນ​ຊຳ ຣະ​ຂຽນ​ໄວ້​ໃນ​ປື້ມ​ວັດ­ທະ­ນະ­ທຳ ລາວ​ວ່າ: ເພື່ອ​ເປັນ​ການ​ຂັບ​ໄລ່​ສະ­ໜຽດ​ຈັງ­ໄຮ​ໃຫ້​ຫາຍ​ໄປ​ເພື່ອ​ເຮັດ ໃຫ້​ມີ​ຄວາມ­ສຸກ​ສະ­ຫວັດ­ດີ​ພາບ  ເຮົາ​ຈິ່ງ​ສູດ​ຊຳ­ລະ​ໂດຍ​ມີ​ເລື່ອງ ເລົ່າ​ໄວ້​ໃນ​ທຳ​ມະ​ບົດ​ວ່າ​ຄັ້ງ​ໜຶ່ງ​ທີ່ ເມືອງ​ໄພ​ສາ­ລີ​ເກີດ​ຄວາມ​ອືດ​ຢາກ ເພາະ​ມີ​ໄພ​ແຫ້ງ­ແລ້ງ​ຝົນ​ບໍ່​ຕົກ​ຊາວ ເມືອງ​ລົ້ມ​ຫາຍ​ຕາຍ​ຈາກ​ຍ້ອນ ຄວາມ​ອຶດ­ຫິວ ແລະ​ໄດ້​ເກີດ​ໂລກ ອະ­ຫິ​ວາ​ລະ­ບາດ​ໄປ​ທົ່ວ​ເມືອງ ເຮັດ​ໃຫ້​ເມືອງ​ດັ່ງ­ກ່າວ​ເຕັມ​ໄປ​ດ້ວຍ ຊາກ​ສົບ​ຕ່າງໆ​ນາໆ ເມື່ອ​ຊາວ  ເມືອງ​ໄພ​ສາ­ລີ​ປະ­ສົບ​ເຫດ­ການ ແນວ​ນັ້ນ​ຈິ່ງ​ໄປ​ອາ​ລາ​ທະ​ນາ​ພະ ພຸດ­ທະ­ເຈົ້າ​ມາ​ລະ­ງັບ​ເຫດ​ຮ້າຍ, ດັ່ງ­ນັ້ນ​ພະ­ພຸດ­ທະ­ເຈົ້າ​ພ້ອມ​ດ້ວຍ ພະ­ສົງ 5 ຮ້ອຍ​ອົງ​ສະ­ເດັດ​ອອກ ຈາກ​ເມືອງ​ລາ­ຊະ​ຄຶ​ໄປ​ສູ່​ເມືອ​ໄພ ສາ­ລີ​ໂດຍ​ເດີນ­ທາງ​ໄປ​ທາງ​ເຮືອ ໃຊ້​ເວ­ລາ​ເຈັດ​ມື້​ຈິ່ງ​ຮອດ ພໍ​ພະ​ອົງ ສະ­ເດັດ​ໄປ​ເຖິງ​ກໍ​ເກີດ​ຝົນ­ຕົກ​ຫ່າ ໃຫຍ່​ລົງ​ມາ​ຈົນ​ນ້ຳ​ຖ້ວມ ແລະ​ພັດ ເອົາ​ຊາກ​ສົບ​ຄົນ​ຕາຍ​ເຫຼົ່າ­ນັ້ນ ອອກ​ຈາກ​ເມືອງ ແລ້ວ​ພະ​ອົງ​ໃຫ້ ພະ​ອາ­ນົນ​ຮຽນ​ເອົາ​ພຸດ​ທະ​ມົນ ເພື່ອ​ນຳ­ໄປ​ສູດ​ພາຍ​ໃນ​ກຳ­ແພງ ເມືອງ ພະ​ອາ­ນົນ​ເຮັດ​ຕາມ​ຖື​ເອົາ ໝໍ້​ນ້ຳ­ມົນ​ໄປ​ເສກ​ເປົ່າ​ແລ້ວ​ສາດ​ຊິດ​ໄປ​ທົ່ວ​ພະ​ນະ­ຄອນ​ຕັ້ງ­ແຕ່​ນັ້ນ ມາ​ຊາວ​ເມືອງ​ໄພ​ສາ­ລີ​ຈິ່ງ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ປັດ​ສະ​ຈາກ​ໂລກ­ໄພ­ໄຂ້­ເຈັບ​ທຸກ​ປະ­ການ.

ສຳ­ລັບ ວິ­ທີ​ເຮັດ­ບຸນ​ຊຳ​ຣະ ເພິ່ນ​ປຸກ​ຜາມ​ຂຶ້ນ​ທີ່​ເດີ່ນ​ກາງ​ບ້ານ ຫາ​ແຮ່​ຊາຍ ແລະ​ໄມ້­ໄຜ່ 8 ລຳ​ຖ້າ ເປັນ​ໝູ່​ບ້ານ​ໃຫຍ່ໆ​ກໍ​ປຸກ​ຜາມ​ຂຶ້ນ ສີ່​ທິດ​ຢູ່​ສີ່​ແຈ​ບ້ານ​ແລ້ວ​ນິ­ມົນ​ພະ ສົງ​ມາ​ສູດ​ມຸງ­ຄຸນ​ແລງ ຕອນ​ເຊົ້າ ກໍ​ມີ​ການ​ຕັກ­ບາດ ແລະ​ຖວາຍ​ສັງ ຄະ​ທານ ຫຼັກ​ໄມ້­ໄຜ່​ທັງ 8 ນັ້ນ​ເອົາ ຫຍ້າ​ຄາ​ຈຸ່ມ​ນ້ຳ­ມົນ​ຫົດ​ໃສ່​ຫຼັກ​ສາ­ກ່ອນ​ຫຼັງ​ຫົດ​ນ້ຳ​ໃສ່​ຫຼັກ​ດັ່ງ­ກ່າວ ແລ້ວ​ຫວານ​ແຮ່​ຊາຍ​ໄປ​ຕາມ​ບ້ານ ເພື່ອ​ໃຫ້​ບ້ານ​ນັ້ນ​ມີ​ຄວາມ​ຢູ່​ເຢັນ ເປັນ​ສຸກ.

ຂຽນໂດຍ: ລູກຊອດ (ເສດຖະກິດ-ສັງຄົມ)