ບາງເລື່ອງລາວ ເຈົ້າຂອງທຸລະກິດທີ່ປະສົບຜົນສຳເລັດ

ຄຳ​ວ່າ​ປະ­ສົບ​ຜົນ­ສຳ­ເລັດ​ນັ້ນບໍ່​ວ່າ​ແມ່ນ​ໃຜ​ກໍ່​ມີ​ຄວາມ​ຕ້ອງ­ການ ເຂົ້າ​ມາ​ໃນ​ຊີ­ວິດ ທັງ​ນີ້​ຫາກ​ທ່ານ​ເປັນ​ອີກ​ຄົນ​ໜຶ່ງ​ທີ່​ມີ​ຄວາມ​ຫ່າງ ໄກ​ຈາກ​ຄຳໆ​ນີ້ ຈະ​ເຮັດ​ແບບ​ໃດ ທີ່​ມັນ​ຈະ​ດີ

​ໄປ​ກວ່າ​ການ​ມົວ​ແຕ່​ມາ ນັ່ງ​ທໍ້ ຫຼື​ການ​ໂທດ​ຊະ​ຕາ​ຟ້າ​ດິນ ເຊື່ອ​ແນ່​ວ່າ​ບໍ່​ມີ​ໃຜ​ດອກ​ທີ່​ມີ​ການ ດຳ­ເນີນ​ຊີ­ວິດ​ທີ່​ໂຮຍ​ດ້ວຍ​ດອກ​ໄມ້ ທີ່​ສວຍ​ງາມ ດັ່ງ­ນັ້ນ​ມັນ​ຈະ​ດີ​ບໍ່ ໜ້ອຍ​ເລີຍ​ຖ້າ​ຫາ​ກວ່າທ່ານ​ໄດ້​ຢ່າງຕາມ​ບຸກ­ຄົນ​ດັ່ງ​ທີ່ ຂ້າ­ພະ­ເຈົ້າ​ຈະ ນຳ​ສະ­ເໜີ​ຕໍ່​ໄປ​ນີ້ ແລ້ວ​ທ່ານ​ຈະ​ໄດ້ ພົບ​ວ່າ ເພີ່ນ​ກໍ່​ມີ​ການ​ລົ້ມ​ລຸກ​ມາ ຫຼາຍ​ບໍ່​ແມ່ນ​ໜ້ອຍ​ເຊັ່ນ​ກັນ​ກວ່າ​ຈະ ມາ​ຮອດ​ມື້­ນີ້​ໄດ້.

ທ່ານ ແກ້ວ ພາ­ນິດ​ຈະ­ເລີນ ເຈົ້າ​ຂອງ​ຮ້ານ​ອາ­ຫານ​ໄວ​ຫວານ ແລະ​ຮ້ານ​ບັນ­ເທີງ​ຮາດ​ບີດ ໃຫ້​ສຳ ພາດ​ກັບ​ນັກ​ຂ່າວ ເສດ­ຖະ­ກິດ-ສັງຄົມວ່າ: ດ້ວຍ​ໃຈ ຮັກ​ມັກ​ເລື່ອງ​ເຄື່ອງ​ສຽງ​ມາ​ຕັ້ງ ແຕ່​ນ້ອຍ ຢູ່​ບ້ານ​ກໍ່​ເປັນ​ບ້ານ­ນອກ ຫາ​ປູ​ຫາ​ປາ​ເກັບ​ຜັກ​ຫາບ​ເຄື່ອງ ຊວ່ຍ​ແມ່​ໄປ​ຕະ­ຫຼາດ,  ຊຶ່ງ​ສະ­ໄໝ ນັ້ນ ແມ່ນ​ຫຼິ້ນ​ດົນ­ຕີ​ໃຫ້​ແຕ່​ງານ​ວັດ ແຖມ​ຍັງ​ແບກ​ລຳ​ໂພງ ໄປ​ດ້ວຍ​ຕົວ ເອງ ອີກ​ຢ່າງ​ໜຶ່ງ​ກໍ່​ບໍ່​ມີ​ໂອ­ກາດ​ຈະ ໄດ້​ຮຽນ​ນຳ​ຄື​ໝູ່​ຄົນ​ອື່ນ. ເມື່ອ​ເປັນ ແນວ​ນັ້ນ­ແລ້ວ​ກໍ່​ເລີຍ​ອອກ​ໄປ​ຄ້າ ຂາຍ​ຊ່ວຍ​ຄອບ­ຄົວ, ຕໍ່​ມາ​ກໍ​ອອກ ມາ​ເຮັດ​ວຽກ​ຢູ່​ໂຮງ­ພິມ​ແຫ່ງ​ໜຶ່ງ ຮຽນ​ເຮັດ​ສະ​ກຣີນ ຮຽນ​ເຮັດ​ບັດ ເຊີນ ແລະ​ຮຽນ​ໜັງ­ສື​ໄປ​ນຳ ໃນ​ເວ ລາ​ຮຽນ​ນັ້ນ​ກໍ​ມີ​ຄົນ​ໃນ​ຫ້ອງ​ຮຽນ ເວົ້າ​ໃຫ້​ອີ​ກວ່າ: ເດັກ​ບ້ານ­ນອກ ບໍ່ ເທົ່າ​ເດັກ​ສະ­ຫຼອກ­ກອກ​ໃນ​ເມືອງ ເມື່ອ​ໄດ້​ຍິນ​ຄຳ​ເວົ້າ​ທີ່​ເວົ້າ​ແບບ​ນັ້ນແລ້ວ​ຈິ່ງ​ຄິດ​ຢາກ​ລົບ​ຄຳ​ປະ­ໝາດ ທີ່​ຄົນ​ໃນ​ເມືອງ​ເຄີຍ​ເວົ້າ​ໃຫ້​ກໍ​ເລີຍ​ຕັ້ງໃຈ​ຮຽນ​ຈົນ­ກະ­ທັ້ງ​ໄດ້​ມາ​ເສັງ​ນັກ ຮຽນ​ເກັ່ງ​ຢູ່​ໂຮງ­ຮຽນ ມ.ສ ວຽງ ຈັນ ຈົນ​ມີ​ອາ­ຍຸ​ຫຼາຍ​ຂຶ້ນ​ກໍ່​ມາ​ເຮັດບໍ­ລິ­ສັດ​ທົວ ແລະ​ເປັນ​ຕົວ​ແທນ​ຈຳ ໜ່າຍ​ສີ​ທີ​ໂອ​ເອ, ໂຮງ­ງານ​ໄມ້​ທູ່, ເຮັດ​ຣີ​ສອດ, ຄ້າ­ຂາຍ​ລົດ​ແດ່, ເປີດຮ້ານ​ຂາ​ໄກ່, ນອກ​ນັ້ນ​ຍັງ​ຕັ້ງ​ບໍ​ລິ ສັດ​ຂາ​ເຂົ້າ – ຂາ​ອອກ​ນຳ​ອີກ ແລະ ນີ້​ແມ່ນ​ວຽກ​ງານ   ແລະ​ປະ­ສົບ ການບາງ​ສ່ວນ​ເທົ່າ​ນັ້ນ​ແຕ່​ກໍ່​ຍັງ​ບໍ່​ທ້າ ທາຍ ແລະ​ຍັງ​ບໍ່​ຕື່ນ­ເຕັ້ນ​ເທົ່າ​ທີ່ ຄວນ ຈາກ​ນັ້ນ​ກໍ​ເລີຍ​ຕັດ­ສິນ​ໃຈ​ມາ ລົງ­ທຶນ​ເຮັດ​ທຸ­ລະ​ກິດ​ສ່ວນ​ຕົວ​ທີ່ ນະ­ຄອນ­ຫຼວງ​ວຽງ​ຈັນ ເພາະ​ເວ ລາ​ໄປ​ຫຼິ້ນ ກິນ​ດື່ມ ຮ້ານ​ອາ­ຫານ ສ່ວນ​ໃຫຍ່​ເບີ່ງ​ແລ້ວ​ຍັງ​ບໍ່​ຖືກ​ໃຈ ຕົວ​ເອງ ກໍ​ເລີຍ​ໄດ້​ຕັດ­ສິນ​ໃຈ​ຊື້​ດິນ ຈຳ­ນວນ​ໜຶ່ງ​ຢູ່​ທີ່​ບ້ານ​ນາ​ທົ່ມ ເພື່ອສ້າງ​ຮ້ານ​ອາ­ຫານ​ຂຶ້ນ ແລະ​ຕັ້ງ​ຊື່ ວ່າ ຮ້ານ​ອາ­ຫານ ໄວ​ຫວານ ໃນ​ປີ 2010 ຂຶ້ນ​ຢ່າງ​ເປັນ​ທາງ​ການ ຕໍ່ ມາ​ອີກ​ປີ​ກໍ່​ໄດ້​ສ້າງ​ຮ້ານ​ບັນ­ເທີງ ຂຶ້ນ. ຊຶ່ງ​ພາຍ​ໃນ 6 ປີ​ເທົ່າ​ນັ້ນ ກໍເຮັດ​ໃຫ້​ມີ​ຮ້ານ​ອາ­ຫານ​ໄວ​ຫວານ ແລະ​ຮ້ານ​ບັນ­ເທີງ​ຮາດ​ບີດ ລວມແລ້ວ​ຈຳ­ນວນ 5 ແຂວງ​ດ້ວຍ​ກັນ ເຊັ່ນ: ແຂວງ​ຫຼວງ​ພະ​ບາງ, ແຂວງ ວຽງ​ຈັນ, ນະ­ຄອນ­ຫຼວງ​ວຽງ​ຈັນ, ແຂວງ​ສະ­ຫວັນ​ນະ​ເຂດ ແລະ​ແຂວງຈຳ­ປາ​ສັກ.

ນອກ­ຈາກ​ນີ້ ທ່ານ ແກ້ວ ພານິດ​ຈະ­ເລີນ ຍັງ​ໄດ້​ໃຫ້​ຮູ້​ອີກ​ຕື່ມ​ວ່າ: ຢູ່​ທີ່​ແຂວງ​ຄຳ​ມ່ວນ​ກໍ​ກຳ­ລັງ​ສ້າງເຊັ່ນ​ດຽວ​ກັນ. ດ້ວຍ​ການ​ບໍ­ລິ­ຫານ ທີ່​ດີ ແລະ​ມີ​ວິ​ໃສ​ທັດ​ອັນ​ກ້ວ​າງ​ໄກ ຈິ່ງ​ສົ່ງ​ຜົນ​ສະ­ທ້ອນ​ອັນ​ດີ​ຈາກ​ກຸ່ມ ລູກ​ຄ້າ​ເປັນ​ຈຳ­ນວນ​ຫຼາຍ​ໃນ​ທຸກໆ ມື້ ແລະ​ສາ­ມາດ​ສ້າງ​ກຳ­ໄລ​ແຕ່​ລະ ເດືອນ​ບໍ່​ຕ່ຳ​ກ່ວ​າ 100 ລ້ານ​ກີບ ຂອງ​ແຕ່​ລະ​ສາ­ຂາ, ນອກ​ນີ້​ເພິ່ນ​ຍັງ ມີ​ແຜນ­ການ​ຈະ​ສ້າງ​ໂຮງ­ແຮມ​ທີ່ ວັງ​ວຽງ ແລະ​ຫຼວງ​ພະ​ບາງ​ອີກ ດ້ວຍ.

ໂອ­ກາດ​ນີ້ ທ່ານ ແກ້ວ ພາ­ນິດຈະ­ເລີນ ຍັງ​ໄດ້​ຝາກ​ເຖິງ​ຜູ້​ທີ່​ໄດ້ ອ່ານ​ຄໍ​ລຳ​ເສັ້ນ­ທາງ​ທຸ­ລະ​ກິດ​ນີ້​ວ່າ:  ການ​ທີ່​ແຕ່­ລະ­ຄົນ​ນັ້ນ ຈະ​ກ້າວ​ຂຶ້ນ ມາ​ເປັນ​ຜູ້­ນຳ​ໃນ​ການ​ເຮັດ​ທຸ­ລະ​ກິດ ແລະ​ປະ­ສົບ​ຜົນ­ສຳ­ເລັດ​ນັ້ນ​ບໍ່​ແມ່ນ ເລື່ອງ​ງ່າຍ ແລະ​ຕ້ອງ​ໃຊ້​ເວ­ລາ, ຕ້ອງ​ມີ​ຄວາມ​ຄິດ ແລະ​ວິ­ໄສ​ທັດ​ທີ່ ກວ້າງ​ໄກ ອົດ­ທົນ ມີ​ຄວາມ​ພາກພຽນ​ພະ­ຍາ­ຍາມ ແລະ​ພັດ­ທະ­ນາ ທຸ­ລະ​ກິດ​ຢູ່​ສະ­ເໝີ ໂດຍ​ບໍ່​ທໍ້​ຕໍ່​ອຸ­ປະສັກ ຕັ້ງ​ເປົ້າ​ໝາຍ​ໃນ​ຊີ­ວິດ ແລະ​ຍຶດ ຫຼັກ­ການ​ຂອງ​ຕົວ​ເອງ ມັກ​ສິ່ງ​ໃດ ກໍ​ເຮັດ​ສິ່ງ​ນັ້ນ ລົງ­ມື​ເຮັດ​ຈົນ​ກວ່າ​ຈະ​ປະ­ສົບ​ຜົນ­ສຳ­ເລັດ​ໃນ​ສິ່ງ​ທີ່​ຕັ້ງ­ໃຈ​ໄວ້.

ທີ່ມາ: