ບັນດາປະເທດລຸ່ມແມ່ນ້ຳຂອງ ຫາລືວຽກງານຕ້ານການຄ້າມະນຸດ

ກອງປະຊຸມພາກພື້ນຂອງບັນດາປະເທດລຸ່ມແມ່ນ້ຳຂອງ ກ່ຽວກັບການຕ້ານການຄ້າມະນຸດ, ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ພະຈິກນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ເພັງສະຫວັນ ທິບພະວົງໄຊ ຫົວໜ້າກອງເລຂາ ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີເຈົ້າໜ້າທີ່ອາວຸໂສ, ເຈົ້າໜ້າທີ່ກ່ຽວຂ້ອງຕ່າງໆ ແລະ ຜູ້ຕາງໜ້າຊາວໜຸ່ມຂອງ 6 ປະເທດລຸ່ມແມ່ນ້້ຳຂອງ (ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ), ຜູ້ສັງເກດການໂຄງການ UN-ACT ປະຈຳແຕ່ລະປະເທດ ແລະ ພາກພື້ນເຂົ້າຮ່ວມນຳດ້ວຍ.

ກອງປະຊຸມດັ່ງກ່າວມີຄວາມໝາຍສຳຄັນຍິ່ງ, ຊຶ່ງສະແດງເຖິງຄວາມມຸ້ງໝັ້ນປາຖະໜາອັນໜັກແໜ້ນ ແລະ ເດັດດ່ຽວໃນການຕອບໂຕ້ກັບພວກກໍອາຊະຍະກຳຄ້າມະນຸດຢູ່ໃນໂລກ, ເວົ້າສະເພາະ ຢູ່ໃນອານຸພາກພື້ນລຸ່ມແມ່ນ້ຳຂອງ, ແມ່ນກົນໄກການຮ່ວມມືປະ ສານງານກັນຢ່າງກົມກຽວ, ໜັກແໜ້ນ ແລະ ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ. ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດກິດຈະກຳຂອງແຜນງານພາກພື້ນໄລຍະ 4, ຊຶ່ງແນ່ນອນວ່າ ແຕ່ລະປະເທດແມ່ນໄດ້ດຳເນີນຫລາຍກິດຈະກຳໂດຍເນັ້ນໃສ່ກິດຈະກຳເດັ່ນໆເທົ່ານັ້ນ. ນອກນັ້ນ ຍັງໄດ້ສົນທະ ນາກ່ຽວກັບຄວາມຍືນຍົງຂອງຂະບວນການຄອມມິດ, ການກຳນົດຕົວຜູ້ຖືກເຄາະຮ້າຍ, ກົນໄກການສົ່ງຕໍ່, ການມີສ່ວນຮ່ວມຂອງໄວໜຸ່ມ, ອົງການຈັດຕັ້ງທາງສັງຄົມ ແລະ ສຸດທ້າຍ ຍັງໄດ້ປຶກສາຫາລືກ່ຽວກັບການວາງແຜນບູລິມະສິດປີ 2017.

ທ່ານຫົວໜ້າກອງເລຂາ ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ກ່າວວ່າ: ພາຍ ຫລັງທີ່ແຜນງານພາກພື້ນໄລຍະ IV ຂອງຂະບວນການຄອມມິດຖືກຮັບຮອງເອົາຮ່ວມກັນ, ບັນດາປະເທດສະມາຊິກແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດແຜນງານດັ່ງກ່າວຢ່າງຕັ້ງໜ້າ ແລະ ມີຈຸດສຸມ, ໂດຍອີງໃສ່ຄວາມອາດສາມາດ ແລະ ຄວາມເປັນຈິງຂອງແຕ່ລະປະເທດ ກໍຄືການມີສ່ວນຮ່ວມກັບອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ, ແຕ່ລະປະເທດໄດ້ຮັບຜົນສຳເລັດຫລາຍອັນທີ່ແຕກຕ່າງກັນ ແລະ ກອງປະຊຸມຄັ້ງນີ້ ເພື່ອສືບຕໍ່ກອງປະຊຸມພາກພື້ນຂອງຂະບວນການຄອມມິດ ທີ່ໄດ້ຈັດຂຶ້ນໃນວັນທີ 18-19 ກຸມພາຜ່ານມານີ້ ທີ່ບາງກອກ, ປະເທດໄທ ເພື່ອເປັນການທົບທວນ ແລະ ສືບຕໍ່ຜັນຂະຫຍາຍແຜນດຳເນີນການຈັດຕັ້ງປະຕິບດແຜນງານພາກພື້ນໄລຍະທີ 4 (SPA IV) 2015-2018 ໃຫ້ມີຜົນສຳເລັດ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!