ບັງກາລາເຮັດແທ້! ກວດລ້າງໜັກຍິງພໍ່ຄ້າຢາເສບຕິດກວ່າ 102ຄົນ

ສຳນັກຂ່າວເອເອຟພີລາຍງານຈາກນະຄອນຫຼວງ ທາກາ ປະເທດບັງກາລາເທດ ເມື່ອວັນທີ 29 ພຶດສະພາ 2018 ວ່າ ຕຳຫຼວດບັງກາລາເທດເຜີຍວ່ ນັກຄ້າຢາເສຍຕິດຖືກຍິງເສຍຊີວິດອີກ 10 ສົບ ເມື່ອຕອນເຊົ້າຂອງວັນອັງຄານສ່ວນໜຶ່ງມາຈາກການຍິງປະທະ ກັນກັບເຈົ້າໜ້າທີ່ຕຳຫຼວດ ສ່ວນທີ່ເຫຼືອຈາກການຍິງກັນລະຫວ່າງກຸ່ມຄ້າຢາເສບຕິດຝ່າຍສັດຕູ

ຜູ້ຖືກຫາໃນຄະດີຄ້ຢາເສບຕິດ 102 ຄົນຖືກຍິງເສຍຊີວິດ ນັບຕັ້ງແຕ່ທາງການບັງກາເລເທດເລີ່ມປະຕິບັດກວດລ້າງຢາບ້າ ທີ່ກຳລັງແ່ຜ່ລະບາດໃນປະເທດ ເມື່ອວັນທີ 15 ພຶດສະພາ 2018 ທີ່ຜ່ານມາ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກ່າວວ່າ ສົງຄາມກວດລ້າງຢາເສບຕິດຈະດຳເນີນຕໍ່ໄປຈົນກວ່າທາງການຈະສາມາດຄວບຄຸມສະຖານະການໄດ້ໂດຍສົມບູນ ແລະ ປະຕິບັດການທີ່ຜ່ານມາ ນັກຄ້າຢາເສບຕິດຖືກຈັບກຸມແລ້ວ 12,000ຄົນ ນຳຕົວໄປດຳເນີນຄະດີໃນສານພິເສດ