ນໍ້າຖ້ວມຫລາຍບ້ານຂອງເມືອງໝື່ນ

ຈາກເຫດການຝົນຕົກໜັກຕໍ່ເນື່ອງຫຼາຍຊົ່ວໂມງແຕ່ຕອນແລງວັນທີ 8 ເຖິງເຊົ້າວັນທີ 9 ພະຈິກ 2016 ນີ້ ຢູ່ເມືອງໝື່ນ ແຂວງວຽງຈັນ. ເຮັດໃຫ້ນ້ຳຍາວ, ນ້ຳຮອນ, ນ້ຳຂວາງ ແລະຫ້ວຍນ້ຳສາຂານ້ຳຂອງລົ້ນຝັ່ງໄຫຼເຂົ້າຖ້ວມ ບ້ານເຮືອນ, ສຸກສາລາກຸ່ມບ້ານເມືອງໝື່ນ ແລະເນື້ອທີ່ກະສິກຳຂອງປະຊາຊົນຫຼາຍບ້ານຂອງເມືອງໝື່ນທີ່ຢູ່ລຽບແມ່ນ້ຳສາຍດັ່ງກ່າວແບບກະທັນຫັນ.

     ເຫດການນ້ຳຖ້ວມຄັ້ງນີ້ ເຮັດໃຫ້ເຂົ້າທີ່ເກັບກ່ຽວ, ກອງເຂົ້າຢູ່ຕາມທົ່ງນາຫຼາຍເຮັກຕາຖືກນ້ຳຊຸໄຫຼ, ແລະຖ້ວມຂັງ, ປະຊາຊົນຈຳຕ້ອງໃຊ້ເຮືອ, ແພເພື່ອເກັບກູ້ຜົນຜະລິດໄດ້ຄືນຈຳນວນໜຶ່ງ, ນອກຈາກນີ້ ຍັງເຮັດໃຫ້ມີງົວຕາຍ ແລະສູນຫາຍອີກຢ່າງໜ້ອຍ 16 ໂຕ, ໝູຕາຍ ແລະສູນຫາຍຫຼາຍສິບໂຕສັດປີກຕາຍ ແລະສູນຫາຍຫຼາຍຮ້ອຍໂຕ. ລົດໄຖນາເດີນຕາມ, ລົດຈັກສູນຫາຍ, ລົດກະບະ 1 ຄັນ, ເຄື່ອງຂອງຮັບໃຊ້ພາຍໃນເຮືອນ, ສິນຄ້າຢູ່ຮ້ານຂາຍເຄື່ອງ, ຖືກນ້ຳຖ້ວມ ເສຍຫາຍເປ່ເພຈຳນວນໜຶ່ງ. ຢ່າງໃດກໍຕາມບໍ່ມີຄົນໄດ້ຮັບບາດເຈັບ, ສູນຫາຍຫຼື ເສຍຊີວິດຈາກເຫດການຄັ້ງນີ້.

ຈາກການສຳຫຼວດຜົນເສຍຫາຍຕົວຈິງມາຮອດຂະນະນີ້ຍັງປະເມີນມູນຄ່າເສຍຫາຍບໍ່ທັນໄດ້, ກຳລັງທະຫານເມືອງ, ກອງພັນ 614, ກອງພັນ 423 ແລະກຳລັງ ປກສ ເມືອງໝື່ນໄດ້ນຳກຳລັງລວມ 80 ກວ່າຄົນເຂົ້າຊ່ວຍເຫຼືອປະຊາຊົນ ບ້ານນາຍາວ, ບ້ານໂພນງາມ, ບ້ານນາຕາດ, ບ້ານເມືອງໝື່ນ ຊຶ່ງເປັນຈຸທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ເພື່ອຂົນ ຍ້າຍວັດຖຸສິ່ງຂອງ ແລະສັດລ້ຽງຂອງປະຊາຊົນໄວ້ໃນທີ່ປອດໄພສຳເລັດ. ຄາດວ່າວັນທີ 10 ພະຈິກ ປະລິມານນ້ຳກໍຈະໄດ້ຫຼຸດລົງເຂົ້າສູ່ພາວະປົກກະຕິແລ້ວ.

ຂ່າວຈາກ: 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!