ນ້ຳຮ້ອນເມືອງຮ້ຽມ “ບໍ່ນ້ຳຮ້ອນທີ່ໃຫຍ່ທີ່ສຸດໃນປະເທດລາວ”

ທ່ອງທ່ຽວກັບລາວໂພສຕ໌ ມື້ນີ້ເຮົາມາຂຶ້ນເໜືອສຳພັດກັບຄວາມໜາວ ແລະ ອາຍອຸ່ນທີ່ ບໍ່ນ້ຳຮ້ອນເມືອງຮ້ຽມ ແຂວງ ຫົວພັນ.

ບໍ່ນ້ຳຮ້ອນເມືອງຮ້ຽມ ແມ່ນນອນຢູ່ໃນເຂດປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ເຊິ່ງເປັນເຂດທີ່ອ້ອມຮອບໄປດ້ວຍປ່າໄມ້ສີຂຽວຕະຫຼອດປີ ພ້ອມທັງມີສັດສາວາສິ່ງຫຼາຍຊະນິດ ທີ່ຖືກອະນຸລັກຮັກສາໄວ້.

ບໍ່ນ້ຳຮ້ອນເມືອງຮ້ຽມ ເປັນບໍ່ນ້ຳຮ້ອນທີ່ໃຫຍ່ທີ່ສຸດ ແລະ ມີອຸນຫະພູມສູງທີ່ສຸດໃນ ສປປ ລາວ ເຊິ່ງມີຄວາມຮ້ອນເຖິງ 100 ອົງສາ ສາມາດຕົ້ນໄຂ່ໃຫ້ສຸກໄດ້.​ ບໍ່ນ້ຳຮ້ອນແຫ່ງນີ້ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ພາຍນອກ ເພາະນອກຈາກຈະໄດ້ນອນແຊ່ນ້ຳອຸ່ນຢ່າງສະບາຍກາຍໃຈແລ້ວ ຍັງມີສະຖານທີ່ທ່ຽວກິນຄົບວົງຈອນອີກດ້ວຍ ແລະ ກິນເຂົ້າປ່າໄດ້ຢ່າງສຳລານໃຈ.

ບໍ່ນໍ້າທັງສອງແຫ່ງນີ້ເປີດໃຫ້ບໍລິການຕັ້ງແຕ່ 7:00 – 19:00 ໂມງ.ສຳລັບທ່ານໃດທີ່ບໍ່ເຄີຍໄປທ່ຽວ ແລະ ຢາກໄປສຳພັດ ຫຼື ມີແຜນມາທ່ຽວທີ່ຊຳເໜືອ ກໍ່ຢ່າລືມມາແວ່ ບໍ່ນ້ຳຮ້ອນເມືອງຮ້ຽມນີ້ ຮັບຮອງວ່າທ່ານຈະບໍ່ຜິດຫວັງແນ່ນອນ.

 

ຮູບພາບປະກອບຈາກ: ວາລະສານ ຂວັນໃຈ

1 COMMENT

  1. ສະຖານທີ່ທ່ອງທ່ຽວຂອງລາວແຕລະບ່ອນຖ້າເປັນໄປໄດ້ຊ່ວຍເພີ່ມລາຍອຽດລາຄ່າລົດໄປກັບແຕ່ລະບ່ອນ ຄາທີ່ພັກ ເບີໂທຕິດຕໍ່ເພີ່ມຮູບພາບບ່ອນທ່ຽວໃຫ້ຫລາຍໆ ເພື່ອຄວາມສະດວກໃນການເດີ່ນທາງຂອງຜູ້ທີ່ສົນໃຈຢາກໄປທ່ອງທ່ຽວ ^^ ສ່ວນຕົວຕົນເອງກໍ່ເປັນຄົນຫນຶ່ງທີ່ມັກແຫລ່ງທ່ອງທ່ຽວຂອງປະເທດລາວ ແຕ່ເສຍທີ່ຄາໃຊ້ຈ່າຍພາຍໃນແພງ

Comments are closed.