ນ້ຳມັນໝາກພ້າວບໍລິສຸດ ຊ່ວຍຊະລໍຄວາມເຖົ້າ

 

P2844217

ນ້ຳ​ມັນ​ໝາກ​ພ້າ​ວບໍລິສຸດ

ນ້ຳ​ມັນ​ໝາກພ້າວ​ບໍລິສຸດ ຄື ນ້ຳ​ມັນ​ມະ​ພ້າ​ວສະ​ກັດ​ເຢັນ​ໂດຍ​ບໍ່​ຜ່ານ​ຄວາມ​ຮ້ອນ  (cold press coconut oil) ຜະລິດ​ຈາກ​ຊີ້ນໝາກ​ພ້າວ​ສົດ ​ເປັນ​ນ້ຳ​ມັນ​ໝາກພ້າວ​  ທີ່​ບໍລິສຸດ​ທີ່ສຸດ ສີ​ໃສ​ຄື​ນ້ຳ​ມີ​ວິ​ຕາ​ມິນ​ອີ ​ແລະ ​ບໍ່​ຜ່ານ​ຂະບວນ​ການ​ເຕີມ​ອອກ​ຊິ​ເຈນ  (oxidation) ແລະ ​ທີ່​ສຳຄັນ​ ກົດ​ຄໍ​ລິກ​ ໃນ​ນ້ຳ​ມັນ​ໝາກ​ພ້າວ​ມີ​ກົດ​ຄໍ​ລິກ​ຢູ່​ປະ​ມານ 54.61%ກົດ​ນີ້​ມີ​ສ່ວນ​ທີ່​ເຮັດໃຫ້​ນ້ຳ​ມັນ​ໝາກ​ພ້າວ​ດີ​ເດັ່ນ​ກວ່າ​ນ້ຳ​ມັນ​ພືດ​ຊະນິດ​ອື່ນໆ ເພາະ​ມັນ​ມີ​ຄວາມ​ສາມາດ​ພິເສດ​ຄື ສ້າງ​ພູ​ມ​ຄຸ້ມ​ກັນ ເມື່ອ​ເຮົາ​ບໍລິ​ໂພກ​ນ້ຳ​ມັນ​ໝາກ​ພ້າວ​ເຂົ້າໄປ​ໃນ​ຮ່າງກາຍ​ ກົດ​ຄໍ​ລິກ ​ໃນ​ນ້ຳ​ມັນ​ໝາກພ້າວ​ຈະ​ປ່ຽນ​ເປັນ​ໂມ​ໂນ​ກີ​ເຊີ​ໄລ ​ທີ່​ມີ​ຊື່​ວ່າ ໂມ​ໂນ​ລໍ​ລີນ ຊຶ່ງ​ເປັນ​ສານ​ໂຕດຽວ​ກັບ ​ທີ່​ຢູ່ໃນ​ນ້ຳ​ນົມ​ແມ່​ທີ່​ຊ່ວຍ​ສ້າງ​ພູ​ມ​ຄຸ້ມ​ກັນ​ໃຫ້​ກັບ​ເດັກນ້ອຍ​ໃນ​ໄລ​ຍະ 6ເດືອນ​ທໍາອິດ​ທີ່​ຮ່າງກາຍ​ຍັງ​ບໍ່​ສ້າງ​ລະບົບ​ພູ​ມ​ຄຸ້ມ​ກັນ​ເຮັດໃຫ້​ເດັກ​ນ້ອຍໄລ​ຍະເດັກຫາກໍ່ເກີດ ​ບໍ່​ຄ່ອຍ​ເປັນ​ຫຍັງ ແລະ ​ຍັງ​ສາມາດ​​ຂ້າ​ເຊື້ອ​ພະຍາດ ໃນ​  ໂມ​ໂນ​ລໍ​ລີນ ​ເປັນ​ສານ​ປະຕິ​ຊີວ​ະນະ ​ທີ່​ໃຊ້​ຢູ່ໃນ​ປະຈຸບັນ​ທີ່​ສາມາດ​ຂ້າ​ເຊື້ອ​ທີ່​ກໍ່​ໃຫ້​ເກີດ​ຫລອດ​ເລືອດ​ແຂງ​ໂຕ

ສັບພະຄຸນເຈົ້າ ແລະ ​ປະໂຫຍດ​ຂອງ ນ້ຳ​ມັນ​ໝາກ​ພ້າ​ວ​ບໍລິ​ສຸດ

  1. ຊ່ວຍ​ໃນ​ການ​ຊະ​ລໍ​ຄວາມເຖົ້າ
  • ຊ່ວຍ​ຕໍ່​ຕ້ານ​ການ​ເກີດ​ອະ​ນຸ​ມູນ​ອິດສະຫລະ
  • ປ້ອງ​ກັນ​ການ​ຫ່ຽວ​ຍານ​ຂອງ​ຜິວ​ໜັງ
  • ປ້ອງ​ກັນ​ການ​ເກີດ​ຝ້າ ​ແລະ ​ຮອຍ​ຄ້ຳ​ເທິງ​ຜິວ​ໜ້າ
  • ປ້ອງ​ກັນ​ບໍ່​ໃຫ້​ຜິວ​ແຫ້ງ ກະ​ດ້າງ
  1. ປ້ອງ​ກັນ​ຜົມ​ຫງອກ

ນ້ຳ​ມັນ​ມະ​ພ້າວ​ສາມາດ​ຊ່ວຍ​ຫລຸດ​ປະລິມານ​ການ​ສູນ​ເສຍ​ໂປ​ຕີນ​ຂອງ​ເສັ້ນ​ຜົມ ເພາະ​ນ້ຳ​ມັນ​ໝາກ​ພ້າວ​ສາມາດ​ຢຶດ​ເກາະ​ກັບ​ໂປ​ຕີນ​ຂອງ​ເສັ້ນ​ຜົມ​ຈຶ່ງ​ຊ່ວຍ​ເສີມ​ຄວາມ​ແຂງ​ແຮງ ໂດຍ​ການ​ຮັກສາຄວາມ​ຊຸ່ມ ແລະ ​ຫລຸດ​ຮອຍ​ແຕກ​ແຍກ​ໃນ​ເສັ້ນ​ຜົມ​ໄດ້ດີ

  1. ຊ່ວຍ​ປ້ອງ​ກັນ​ໂລ

ກາ​ນບໍ​ລິ​ໂພກ​ນ້ຳ​ມັນ​ໝາກ​ພ້າວ​ເປັນ​ປະຈຳ (ເຊົາບໍລິ​ໂພກ​ນ້ຳ​ມັນ​ບໍ່​ອິ່ມ​ໂຕ) ຈະ​ຊ່ວຍ​ແກ້ ສະຖານະການ​ຮ່າງກາຍ​ບໍ່​ຄ່ອຍ​ແຂງ​ແຮງ ອ່ອນ​ລ້າ​ຂອງ​ຜູ້​ສູງ​ອາ​ຍຸ ແລະ ​ສາມາດ​ຫລຸດ​ໂອ​ກາດ​ການ​ເກີດ​ພະຍາດ​ຫົວ​ໃຈ ພະຍາດ​ມະ​ເຮັງ ພະຍາດ​ເບົາ​ຫວານ

  1. ພະຍາດຕຸ້ຍ
  • ໃຫ້​ພະລັງ​ງານ​ໜ້ອຍ
  • ຊ່ວຍ​ນຳ​ໄຂ​ມັນ​ທີ່​ສະ​ສົມ​ໄວ້​ມາ​ໃຊ້​ເປັນ​ພະລັງ​ງານ​ນ້ຳ​ມັນ​ໝາກພ້າວ​ຍັງ​ໄປ​ເລັ່ງ​ອັດຕາ​ການ​ເຜົາ​ຜານ​ອາຫານ​ໃຫ້ເປັນ​ພະລັງ​ງານ