ນ້ຳຖ້ວມເມືອງເງິນ ປະເມີນຜົນເສຍຫາຍເບື້ອງຕົ້ນ ປະມານ 5 ຕື້ກ່ວາກີບ

 

ໃນຕອນເຊົ້າຂອງວັນທີ 29 ສິງຫາຜ່ານມາ ຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍ

ຊົ່ວໂມງເຮັດໃຫ້ນ້ຳຖ້ວມນາ, ຮົ້ວສວນ ແລະ ບ້ານເຮືອນຂອງປະຊາຊົນຈຳນວນ 15 ບ້ານ. ໜັກກວ່າໝູ່ແມ່ນ

ບ້ານແກ້ວດອນຄູນຈຳນວນ 50 ຄອບຄົວ, ເສັ້ນທາງຖືກຕັດຂາດຫຼາຍສາຍ, ດິນເຊາະເຈື່ອນລົງມາຖົມທາງ,

ບາງບ່ອນຕັດຂາດ ເຮັດໃຫ້ການສັນຈອນໄປມາຫາສູ່ກັນບໍ່ໄດ້ ປະຈຸບັນທາງຫ້ອງການທີ່ກ່ຽວຂ້ອງໄດ້ລົງເກັບກຳ

ຂໍ້ມູນຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ມີ 666 ຄອບຄົວ, ມີ 3.141 ຄົນ, ຍິງ 1.597 ຄົນ, ເນື້ອທີ່ທຳການຜະລິດເສຍ

ຫາຍທັງໝົດ 354 ເຮັກຕາ, ໃນນີ້ເນື້ອທີ່ນາມີ 167,21 ເຮັກຕາ, ໄຮ່ເຂົ້າ 15,30 ເຮັກຕາ, ສວນສາລີແຂງ 81,76

ເຮັກຕາ, ໝາກເດືອຍ 80,24 ເຮັກຕາ, ສວນກ້ວຍ 2,17 ເຮັກຕາ, ສວນອ້ອຍ 3,63 ເຮັກຕາ ຕົ້ນໄມ້ໃຫ້ໝາກ

4,10 ເຮັກຕາ, ໄມ້ສັກ 0,27 ເຮັກຕາ, ປະເພດສັດລ້ຽງ 3.947 ໂຕ, ໃນນີ້ມີໝູ 49 ໂຕ, ງົວ 7 ໂຕ ແລະ ສັດປີກ

3.892 ໂຕ, ໜອງປາ 69 ໜອງ ລວມມູນຄ່າເສຍຫາຍໃນເບື້ອງຕົ້ນທັງໝົດ 5 ຕື້ກວ່າກີບ.

 

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ