ນ້ຳຖ້ວມຄັ້ງໃຫຍ່ໃນຫວຽດນາມ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ຮ່າໂນ່ຍ ປະເທດຫວຽດນາມ ເມື່ອວັນທີ 15 ຕຸລາ 2017ວ່າ ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດຂອງຫວຽດນາມລາຍງານຈຳນວນຜູ້ເສຍຊີວິດຈາກອຸທົກກະໄພຄັ້ງຮຸນແຮງໃນພາກເໜືອ ແບະ ພາກກາງຂອງປະເທດ ທີ່ຜ່ານກວ່າ 1 ອາທິດ ເພີ່ມຂຶ້ນເປັນ 68 ຄົນ ແລະ ມີແນວໂນ້ມວ່າຈະເພີ່ມຂຶ້ນອີກ ເນື່ອງຈາກວ່າມີລາຍງານຜູ້ສູນຫາຍອີກ 34 ສ່ວນຈຳນວນຜູ້ໄດ້ຮັບບາດເຈັບແມ່ນ 32 ຄົນ

ແຂວງທີ່ໄດ້ຮັບຄວາມເສຍຫາຍຈາກໄພທຳມະຊາດຄັ້ງນີ້ຄືແຂສງ ບິນ ເຊິ່ງພົບຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ ແລະ ຍັງມີປະຊາຊົນສູນຫາຍ 8 ຄົນ ຈາກເຫດການດິນຖະລົ່ມ ຂະນະທີ່ຄວາມເສຍຫາຍໄດ້ສົ່ງຜົນໃຫ້ພາກກະສິກຳເສຍຫານໜັກ ເນື່ອງຈາກພາກເໜືອ ແລະ ພາກກາງຂອງຫວຽດນາມເປັນແຫລ່ງປູກເຂົ້າທີ່ສຳຄັນ ໂດຍມີພື້ນທີ່ນາເສຍຫາຍກວ່າ 8,000 ເຮັກຕາ ແລະ ສັດຕາຍຫຼາຍກວ່າ 230,000 ໂຕ

ທາງສຳນັກງານອຸຕນິຍົມແຫ່ງຊາດຂອງຫວຽດນາມຍັງປະກາດເຕືອນໄພໃຫ້ປະຊາຊົນໃນພື້ນທີ່ສ່ຽງພ້ອມຮັບມືການເກີດນ້ຳຖ້ວມກະທັນຫັນອີກຮອບໃໝ່