ນ້ຳຕົກຕາດແຊພະ

ນ້ຳຕົກຕາດແຊພະ ບ້ານຫິນລາດ, ເມືອງສະໜາມໄຊ, ແຂວງອັດຕະປື

ນ້ຳຕົກຕາດແຊພະ ຕັ້ງຢູ່ ໃນແຂວງອັດຕະປື ຢູ່ເມືອງ ສະໜາມໄຊ, ບ້ານຫີນລາດ ເຊິ່ງໄກຈາກເທດບານແຂວງອັດຕະປື ປະມານ 100 Km, ເສັ້ນທາງໄປ ຈະເປັນເສັ້ນທາງດິນແດງ, ຕາດແຊພະເປັນຕາດທີ່ສວຍງາມຫຼາຍ,ຕາດແຊພະ ກວ້າງ 120 m, ສູງ 23 m ເກີດຈາກສາຍນ້ຳເຊປຽນ, ມີບ່ອນຫຼິ້ນ ແລະ ອາບ ຫຼາຍບ່ອນ ຢູ່ເທິງສາຍນ້ຳແລະ ລຸ່ມ , ມີເຮືອໃຫ້ຂີ່ຫຼິ້ນ ຈາກສາຍນ້ຳເທິງຕາດ, ມີຫ້ອງນ້ຳ ແລະ ຮ້ານອາຫານ ໃຊ້ຢ່າງສະດວກ.
ຂ່າວ-ພາບໂດຍ ສອດສ່ອງ ຂປລ