ນີເຊຮີ ຮັບມືກັບໄພນ້ຳຖ້ວມຢ່າງໜັກ!

0
730

ສຳນັກຂ່າວ Reuters ລາຍງານຈາກເມືອງ Maiduguri ນີເຊຮີ ​ໃນ​ວັນ​ທີ 22 ກັນຍາ 2022 ​ນີ້​ວ່າ ອົງການ​ຄຸ້ມ​ຄອງ​ພາວະ​ສຸກ​ເສີນ​ແຫ່ງ​ຊາດ (NIMA) ​ໄດ້​ຈັດ​ກອງ​ປະຊຸມ​ສຸກ​ເສີນ. ວັນຈັນທີ່ຜ່ານມາ ເພື່ອຕິດຕາມ​ສະຖານະການ​ນ້ຳ​ຖ້ວມ ​ແລະ ວາງ​ແຜນການ​ຮັບ​ມືຢ່າງໃກ້ຊິດ.

ທ່ານ ມຸສຕາຟາ ຮາບິບ ອາເໝັດ, ຜູ້ອໍານວຍການໃຫຍ່ຂອງ ນີມາ ກ່າວໃນຖະແຫຼງການວ່າ ມີຊາວໄນຈີເຣຍຫຼາຍກວ່າ 100,000 ຄົນຕ້ອງອອກຈາກທີ່ຢູ່ອາໄສເດີມ. ​ເນື່ອງ​ຈາກ​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ນັບ​ແຕ່​ຕົ້ນ​ລະດູ​ຝົນ ແລະ ໃນປັດຈຸບັນແມ່ນອາໄສຢູ່ໃນທີ່ພັກອາໄສຊົ່ວຄາວ.

ໄພ​ນ້ຳ​ຖ້ວມ​ໃນ ນີ​ເຊຣີ ປີ​ນີ້ ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 300 ຄົນ ​ແລະ ສະຖານະ​ການອາດ​ຮຸນ​ແຮງ​ຫລາຍ​ກວ່າ​ນີ້ ​ເນື່ອງ​ຈາກຝົນຕົກ​ໜັກ ​ແລະ ຜົນ​ກະທົບ ​ຂອງ​ນ້ຳທີ່​ປ່ອຍ​ອອກ​ຈາກ​ເຂື່ອນ​ໃນ​ແຄ​ເມີຣູນສ້າງ​ຜົນ​ກະທົບ​ຕໍ່ 14 ​ລັດ​ ຂອງ​ປະ​ເທດນີ້.