ນິວຢອກອະນຸຍາດໃຫ້ຄູ່ຮັກສາມາດຈົດທະບຽນສົມລົດທງອອນລາຍແລ້ວ

ສຳນັກຂ່າວ BBC ລາຍງານວ່າ ຜູ້ວ່າການ ລັດນິວຢອກ ລົງນາມໃນແຈ້ງການສະບັບໃໝ່ ທີ່ອະນຸຍາດໃຫ້ຄູ່ຮັກທີ່ຍື່ນຂໍຈົດທະບຽນສົມລົດທາງອອນລາຍ ແລະ ໃຫ້ເຈົ້າໜ້າທີ່ເຮັດພິທີຈົດທະບຽນຜ່ານລະບົບການປະຊຸມທາງວີດິໂອ (Video Conferencing) ຫຼັງຈາກພົບວ່າຄູ່ຮັກຫຼາຍຄູ່ຕ້ອງເລື່ອນມື້ຈົດທະບຽນ ແລະ ການແຕ່ງດອງອອກໄປຍ້ອນມາດຕະການປິດເມືອງ ເພື່ອຄວບຄຸມການລະບາດຂອງໂຄວິດ-19.

ທ່ານ ແອນດຣູ ຄູໂອໂມ ຜູ້ວ່າການ ລັດນິວຢອກ ໄດ້ອອກມາຢືນຢັນຜ່ານເວັບໄຊ ທະວິດເຕີ້ (Twitter) ວ່າຄຳສັ່ງດັ່ງກ່າວມີຜົນບັງຄັບໃຊ້ແລ້ວ ພ້ອມກ່າວຕິດຕະຫຼົກວ່າ ຕໍ່ໄປນີ້ ຄູ່ຮັກຈະບໍ່ມີຂໍ້ອ້າງທີ່ຈະເລື່ອນການແຕ່ງດອງອອກໄປອີກ. ປະກາດສະບັບນີ້ເຮັດໃຫ້ຄູ່ຮັກເປັນສາມີ-ພັນລະຍາທີ່ຖືກຕ້ອງຕາມກົດໝາຍຜ່ານແອັບພິເຄຊັ່ນ “ຊູມ” (Zoom) ຜູ້ວ່າການກ່າວໃນການຖະແຫຼງຂ່າວທ້າຍອາທິດທີ່ຜ່ານມາ.

ຜູ້ວ່າການ ລັດນິວຢອກ ອອກແຈ້ງການສະບັບນີ້ ຫຼັງຈາກທາງການມີຄຳສັ່ງຂະຫຍາຍມາດຕະການປິດເມືອງຕໍ່ໄປຈົນເຖິງວັນທີ 15 ພຶດສະພາ ເພື່ອຄວບຄຸມການລະບາດຂອງພະຍາດໄວຣັສໂຄວິດ-19 ທີ່ມີຜູ້ເສຍຊີວິດໄປແລ້ວກວ່າ 13,000 ຄົນ ແລະ ມີຄົນຕິດເຊື້ອເກືອບ 240,000 ຄົນ ເຮັດໃຫ້ນິວຢອກກາຍເປັນສູນກາງການລະບາດແລະມີຜູ້ຕິດເຊື້ອຫຼາຍທີ່ສຸດໃນສະຫະລັດອາເມລິກາ.

ລັດນິວຢອກ ບໍ່ແມ່ນບ່ອນທຳອິດທີ່ອະນຸຍາດໃຫ້ຄູ່ຮັກຈົດທະບຽນສົມລົດທາງອອນລາຍໄດ້ ກ່ອນໜ້ານີ້ກະຊວງ ຍຸຕິທຳ ຂອງ ສະຫະລັດ ອາຣັບ ເອມິເຣດ ໄດ້ເປີດເວັບໄຊ ໃຫ້ປະຊາຊົນຍື່ນຄຳຂໍຈົດທະບຽນ ພ້ອມຈັດເຈົ້າໜ້າທີ່ຈົດທະບຽນແລະພະຍານສຳຫຼັບປະກອບພິທີຈົດທະບຽນທາງອອນລາຍນ໌ໃຫ້ພ້ອມ.

ຮຽບຮຽງໂດຍ: ວະນິດາ