ນາໂຕ້ ເຫັນດີເອົາ ມອນເຕເນໂກຣ ເຂົ້າເປັນສະມາຊິກໃໝ່ ປະເທດທີ 29 ທ່າມກາງການຕໍ່ຕ້ານຈາກ ຣັດເຊຍ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ພຶດສະພານີ້ວ່າ ໃນມື້ວານນີ້ (19 ພຶດສະພາ) ອົງການສົນທິສັນຍາ ປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ ໄດ້ຕົກລົງເຫັນດີຮ່ວມກັນ ເຊີນເອົາປະເທດມອນເຕເນໂກຣ ເຂົ້າເປັນສະມາຊິກຊາດທີ 29 ຢ່າງເປັນທາງການ ທ່າມກາງສຽງຕໍ່ຕ້ານຈາກຣັດເຊຍ ໂດຍການຕົກລົງດັ່ງກ່າວນີ້ ຈະມີຜົນສັກສິດຢ່າງເປັນທາງການ ພາຍຫລັງທີ່ວຸດທິສະພາ ແຫ່ງ ສະຫະລັດອາເມຣິກາ ແລະ ລັດຖະສະພາຂອງ ບັນດາປະເທດສະມາຊິກນາໂຕ້ ໄດ້ລົງມະຕິເຫັນດີເສຍກ່ອນ.

ດ້ານລັດຖະບານຣັດເຊຍ ໄດ້ອອກມາກ່າວຫານາໂຕ້ວ່າ ພະຍາຍາມຕີວົງລ້ອມປະເທດຕົນ ແລະ ຊາດພັນທະມິດແຊັກບີ ຊຶ່ງທ່ານ ເຊີເກ ເຊເລສນີຢາກ ສະມາຊິກລັດຖະສະພາຣັດເຊຍ ໄດ້ອອກມາລະບຸວ່າ ຣັດເຊຍອາດປ່ຽນແປງຄວາມສຳພັນ ກັບມອນເຕເນໂກຣ ຫາກມອນເຕເນໂກຣ ເຂົ້າຮ່ວມເປັນສະມາຊິກນາໂຕ້.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!