ນາໂຕກຽມແຜນຊ້ອມນິວເຄຼຍ

0
672

ນາໂຕ NATO ກຽມເລີ່ມຊ້ອມຈຳລອງການຖິ້ມລະເບີດນິວເຄຼຍ ເຊິ່ງໄດ້ເລື່ອນມາແຕ່ຊ່ວງຕົ້ນປີໃນອາທິດໜ້າ ໃນຂະນະທີ່ມີຄວາມຕຶງຄຽດຂອງສະຖານະການໃນຢູເຄຣນ.

ສຳນັກຂ່າວ ອັລຈາຊີລາ ໄດ້ລາຍງານວ່າ: ທ່ານ ເຢນ ສະໂຕເບີກ ເລຂາທິການໃຫຍ່ອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ ຫຼື ນາໂຕ (NATO) ຢືນຢັນວ່າ ໃນວັນອັງຄານ 11 ຕຸລາ 2022 ວ່າ ນາໂຕ ຈະກຽມແຜນເຝິກຊ້ອມຈຳລອງການໂຈມຕີດ້ວຍນິວເຄຼຍ ເຊິ່ງໄດ້ເລື່ອນມາດົນ.

ການເຝິກຊ້ອມດັ່ງກ່າວ ມີຊື່ວ່າ “Steadfast Noon” ຈັດຂຶ້ນເປັນປະຈຳທຸກປີ ແລະ ມັກໃຊ້ເວລາປະມານ 1 ອາທິດ ໂດຍຈະມີເຮືອບິນທີ່ສາມາດບັນທຸກຫົວຮົບນິວເຄຼຍ ເຮືອບິນຮົບ ເຮືອບິນຊອດແນມ ແລະ ເຮືອບິນເຕີມເຊື້ອໄຟ ເຂົ້າຮ່ວມໃນການເຝິກຊ້ອມ ແຕ່ບໍ່ມີການໃຊ້ລະເບີດແທ້.

ການເຝິກຊ້ອມຮົບຄັ້ງໃໝ່ ຈະໄດ້ຈັດຂຶ້ນໃນເດືອນກຸມພາ ກ່ອນທີ່ຣັດເຊຍຈະມີການໂຈມຕີຢູເຄຣນ ໂດຍຈະມີສະມາຊິກ 14 ປະເທດ ຈາກ 30 ປະເທດ ສົ່ງອາກາດສະຍານເຂົ້າຮ່ວມ ໂດຍເຂດທີ່ເຝິກຊ້ອມຫຼັກຈະຢູ່ຫ່າງຈາກຣັດເຊຍຫຼາຍກວ່າ 1.000 ກມ.