ນາຍົກເນັ້ນຄົ້ນຄວ້າຫຼຸດຜ່ອນຈຳນວນລັດຖະກອນລົງ ໃຫ້ໄດ້ຕາມສັດສ່ວນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງ​ປະ­ຊຸມ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຂະ­ແໜງ​ພາຍ​ໃນ ແລະ ວຽກ​ງານ 3 ສ້າງ ປີ 2018 ແລະ ທິດ​ທາງ​ແຜນ­ການ​ປີ 2019 ສຳ­ເລັດ​ ເຊິ່ງຈັດຂຶ້ນໃນວັນ​ທີ 13 ກຸມ­ພາ 2019 ວ່າ ເນັ້ນຄົ້ນຄວ້າຫຼຸດຜ່ອນຈຳນວນລັດຖະກອນລົງ ໃຫ້ໄດ້ຕາມສັດສ່ວນທີ່ເໝາະສົມ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ເນັ້ນ​ໃຫ້​ຂະ­ແໜງ​ພາຍ​ໃນ​ເອົາ­ໃຈ­ໃສ່​ບາງ​ບັນ­ຫາ ເປັນ­ຕົ້ນ ປັບ­ປຸງ​ຄືນ​ກົງ­ຈັກ​ການ­ຈັດ­ຕັ້ງ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ໂດຍ​ປັບ­ປຸງ​ກົງ­ຈັກ​ອຳ­ນາດ​ລັດ​ແຕ່​ລະ​ຂັ້ນ​ໃຫ້​ມີ​ຄວາມ​ເໝາະ​ສົມ­ຄົບ​ຊຸດ ເຂັ້ມ­ແຂງ ແລະ ມີ​ຄຸນ​ນະ​ພາບ ເພື່ອ​ເຮັດ​ໃຫ້­ການ​ຄຸ້ມ​ຄອງ​ລັດ​ ຄຸ້ມ​ຄອງ​ສັງ­ຄົມ​ມີ​ປະ­ສິດ­ທິ­ພາບ ກົງ­ຈັກ​ການ­ຈັດ­ຕັ້ງ​ຢູ່​ສູນ​ກາງ ແລະ ທ້ອງ­ຖິ່ນ ໂດຍ​ສະ­ເພາະ​ຢູ່​ຂັ້ນ​ເມືອງ ພ້ອມ​ທັງ​ສະ­ເໜີ​ໃຫ້​ສ້າງ​ຄຳ​ຂວັນ “ກະ­ທັດ​ຮັດ​ໜັກ​ແໜ້ນ​ເຂັ້ມ­ແຂງ ມີ​ປະ​ສິດ­ທິ​ຜົນ​ບວກ​ໃສ່​ຮັບ​ໃຊ້​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ” ທີ່​ສຳ­ຄັນ​ແມ່ນ​ກຳ­ນົດ​ຕຳ­ແໜ່ງ​ງານ​ໃຫ້​ຈະ­ແຈ້ງ ເຊິ່ງ​ຕ້ອງ​ໄດ້​ເຮັດ​ການ​ວິ­ເຄາະ​ງານ ຫຼື ໜ້າ​ວຽກ​ຢູ່​ແຕ່​ລະ​ກົງ​ຈັກ­ຢ່າງ​ລະ­ອຽດ ແລະ ສັບ​ຊ້ອນ​ເຂົ້າ​ເປັນ​ກຸ່ມ​ວຽກ​ໃຫຍ່ ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ມາ​ຊ່ວຍ ທັງ​ຈະ​ເຮັດ​ໃຫ້​ວຽກ​ວ່ອງ­ໄວ ແລະ ໂປ່ງ​ໃສ​ຫຼາຍ​ຂຶ້ນ ສຳ­ລັບ​ຂົງ­ເຂດ​ວຽກ​ງານ​ລັດ­ຖະ­ກອນ​ປັດ­ຈຸ­ບັນ ເຫັນ​ວ່າ​ຈຳ­ນວນ​ລັດ­ຖະ­ກອນ​ມີ​ທັງ​ໝົດ 180.000 ຄົນ ຄົ້ນ­ຄວ້າ​ໃຫ້​ຫຼຸດ­ຜ່ອນ​ຈຳ­ນວນ​ລັດ­ຖະ­ກອນ​ລົງ​ໃຫ້​ໄດ້​ຕາມ​ສັດ­ສ່ວນ​ທີ່​ເໝາະ​ສົມ ໂດຍ​ເນັ້ນ​ດ້ານ​ຄຸນ​ນະ​ພາບ ແລະ ພັດ­ທະ­ນາ​ໃຫ້​ລັດ­ຖະ­ກອນ​ລາວ ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ​ທຽບ​ທັນ​ກັບ​ປະ­ເທດ​ອື່ນໆ ນອກ​ນີ້ ກໍ​ໃຫ້​ຕິດ­ຕາມ ແລະ ຊຸກ­ຍູ້​ການ​ບັນ­ຈຸ​ລັດ­ຖະ­ກອນ​ໃໝ່​ປະ­ຈຳ​ປີ 2019 ຈຳ­ນວນ 1.500 ຄົນ​ທີ່​ໄດ້​ອະ­ນຸ­ມັດ​ໄປ​ແລ້ວ ກວດ­ກາ​ຄືນ​ຈຳ­ນວນ​ພົນ ແລະ ປະ­ຫວັດ​ຂອງ​ລັດ­ຖະ­ກອນ ສືບ­ຕໍ່​ຊຸກ­ຍູ້​ການ​ນຳ​ໃຊ້​ລະ­ບົບ​ການ​ກວດ​ຜ່ານ​ບັນ­ຊີ​ຈຳ­ນວນ​ພົນ ເຊື່ອມ​ຕໍ່​ກັບ​ບັນ­ຊີ​ເງິນ­ເດືອນ​ໃຫ້​ເປັນ​ບັນ­ຊີ​ດຽວ ແລະ ອອກ​ບັດ​ພະ­ນັກ­ງານ-ລັດ­ຖະ­ກອນ​ໃຫ້​ສຳ­ເລັດ​ໃນ​ທົ່ວ​ປະ­ເທດ ສືບ­ຕໍ່​ຄົ້ນ­ຄວ້າ​ສ້າງ ແລະ ພັດ­ທະ­ນາ​ຫຼັກ­ສູດ​ເຝິກ­ອົບ­ຮົມ-ຍົກ​ລະ­ດັບ​ໃຫ້​ແກ່​ລັດ­ຖະ­ກອນ ກວດ­ກາ​ບັນ­ດາ​ຫົວ­ໜ່ວຍ​ວິ­ຊາ​ການ ທີ່​ມີ​ລາຍ​ຮັບ​ດ້ານ​ວິ­ຊາ​ການ​ຢູ່​ບັນ­ດາ​ກະ­ຊວງ-ອົງ­ການ ແລະ ທ້ອງ­ຖິ່ນ ເພື່ອ​ຄົ້ນ­ຄວ້າ​ຊອກ​ຫາ​ວິ­ທີ​ການ ແລະ ເງື່ອນ­ໄຂ​ໃນ​ການ​ຫັນ​ຫົວ­ໜ່ວຍ​ວິ­ຊາ​ການ​ເຫຼົ່າ​ນີ້ ອອກ​ຈາກ​ລະ­ບົບ​ລັດ­ຖະ­ກອນ​ໄປ​ສູ່​ລະ­ບົບ​ພະ­ລາ­ກອນ​ເທື່ອ​ລະ​ກ້າວ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: vientianemai.net