ນາຍົກລັດຖະມົນຕີການາດາກັກກັນຕົນເອງ ຫຼັງພັນລະຍາມີອາການ ເຂົ້າຂ່າຍຕິດເຊື້ອ COVID-19

ຮູບພາບຈາກ PAUL CHIASSON / AP

ລັດຖະບານການາດາ ໄດ້ອອກມາປະກາດວ່າທ່ານນາຍົກລັດຖະມົນຕີ Justin Trudeau ຕ້ອງໄດ້ກັກກັນຕົວເອງຫຼັງພົບວ່າພັນລະຍາຂອງເພິ່ນ ທ່ານ ນາງ Sophie Gregoire-Trudeau ໄດ້ສະແດງອາການປ່ວຍຫຼັງກັບມາຈາກວຽກທີ່ປະເທດອັງກິດ. ຂະນະນີ້ທັ້ງສອງໄດ້ກັກກັນຕົວເອງທີ່ບ້ານພັກ ພ້ອມລໍຖ້າຜົນກວດ; ຕົວທ່ານນາຍົກລັດຖະມົນຕີເອງຍັງບໍ່ສະແດງອາການທີ່ໜ້າເປັນຫ່ວງເທື່ອ.

ຕອນນີ້ປະເທດການາດາ ມີກໍລະນີຜູ້ຕິດເຊື້ອ COVID-19 ຈຳນວນ 103 ຄົນ ເສຍຊີວິດ 1 ຄົນ.

ຮຽບຮຽງໂດຍ ວະນິດາ