ນາຍົກຢ້ຽມຢາມບໍ່ແກ້ວ

ວັນທີ 3 ພະຈິກ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບໍ່ແກ້ວ ເຊິ່ງມີ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ ມີບັນດາຮອງເຈົ້າແຂວງ, ຄະນະພັກ-ຄະນະນຳແຂວງ, ພະແນກການ, ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນຊາວແຂວງບໍ່ແກ້ວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການນໍາພາ ພັດທະນາຂອງແຂວງ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນໄດ້ເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ, ສຸມໃສ່ຊີ້ນໍາການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ, ພ້ອມກັນເປີດບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງທົ່ວອົງຄະນະພັກແຂວງ ປະຈໍາປີ 2017 ຕາມຄໍາສັ່ງເລກທີ 01 ຂອງກົມການເມືອງສູນກາງພັກ, ໄດ້ສໍາເລັດການດໍາເນີນກອງປະຊຸມສະພາປະຊາຊົນແຂວງສະໄໝສາມັນຄັ້ງທີ 3 ສະໄໝທີ I, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ; ສໍາລັບດ້ານການພັດທະນາເສດຖະກິດ-ສັງຄົມ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງບັນດາໂຄງການລົງທຶນຂອງລັດ ຄຽງຄູ່ກັບການຍາດແຍ່ງ ດູດດຶງການລົງທຶນ, ການປະກອບສ່ວນ ຈາກພາກສ່ວນເສດຖະກິດຕ່າງໆ ດ້ວຍຫຼາຍຮູບການ, ທັງໄດ້ຈັດກອງປະຊຸມສໍາມະນາສົ່ງເສີມການທ່ອງທ່ຽວ ແລະ ດໍາເນີນກອງປະຊຸມພົບປະລະຫວ່າງອົງການປົກຄອງແຂວງ ກັບພາກທຸລະກິດ ຕິດພັນກັບການຈັດງານຕະຫຼາດນັດວາງສະແດງສິນຄ້າ, ສົ່ງເສີມການຜະລິດ ແລະ ເປີດກວ້າງຕະຫຼາດຈຳໜ່າຍສິນຄ້າ ເຮັດໃຫ້ເສດຖະກິດຂອງແຂວງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ຖືກທິດ ລວມຍອດຜະລິດຕະພັນພາຍໃນ (GDP) ສາມາດບັນລຸໄດ້ 2.486 ກວ່າຕື້ກີບ, ຂະຫຍາຍຕົວໃນລະດັບ 7,3%, ລາຍຮັບສະເລ່ຍໄດ້ 1.652 ໂດລາສະຫະລັດຕໍ່ຄົນຕໍ່ປີ ຖ້າທຽບໃສ່ແຜນການປະຕິບັດໄດ້ 93%, ການລົງທຶນຂອງລັດ ທີ່ໄດ້ຮັບການອະນຸມັດຈາກສະພາແຫ່ງຊາດ ມີ 120 ໂຄງການ ມູນຄ່າ 113 ກວ່າຕື້ກີບ, ຈັດຕັ້ງປະຕິບັດຕົວຈິງ 104 ໂຄງການ ມູນຄ່າ 37 ກວ່າຕື້ກີບ ເທົ່າກັບ 90% ຂອງແຜນການປີ; ດ້ານການຈັດຕັ້ງປະຕິບັດແຜນງົບປະມານໃນ 10 ເດືອນຕົ້ນປີ ສາມາດຈັດເກັບລາຍຮັບໄດ້ 68 ກວ່າຕື້ກັບ ເທົ່າກັບ 74,29% ຂອງແຜນການປີ.
ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຊຸກຍູ້ການຜະລິດເຂົ້ານາປີ 2017 ໃນເນື້ອທີ່ 14.600 ກວ່າເຮັກຕາ, ຄາດຄະເນຜົນຜະລິດ 64.700 ກວ່າໂຕນ, ເຂົ້າໄຮ່ໝູນວຽນ ມີເນື້ອທີ່ 7.200 ກວ່າເຮັກຕາ, ຄາດຄະເນຜົນຜະລິດ 13.000 ກວ່າໂຕນ. ສ່ວນການຜະລິດສິນຄ້າ ປະກອບມີ ເຂົ້າ, ໝາກເດືອຍ, ໝາກ້ວຍ, ຢາງພາລາ ແລະ ລ້ຽງສັດ. ໃນນັ້ນ, ການປູກເຂົ້າເປັນສິນຄ້າ ພວກເຮົາສຸມໃສ່ໃນ 2 ເມືອງ ຄື: ເມືອງຜາອຸດົມ ແລະ ເມືອງປາກທາ ໄດ້ຈັດຕັ້ງເປັນ 5 ກຸ່ມບ້ານ, ມີ 762 ຄອບຄົວ, ມີເນື້ອທີ່ທັງໝົດ 840 ເຮັກຕາ ສາມາດເຮັດນາແຊງໄດ້ 750 ເຮັກຕາ. ສິນຄ້າ 01 ເມືອງ 01 ຜະລິດຕະພັນ (ODOP) ມີຄື: ຫວາຍຂາມປ້ອມ, ກົງສະເດັນ, ເຈຍລະໄນແກ້ວ ແລະ ຜ້າຝ້າຍ; ໄດ້ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍໄດ້ຈັດຕັ້ງຝຶກອົບຮົມ ແລະ ສົ່ງພະນັກງານຫຼັກແຫຼ່ງ ຂອງແຂວງ-ເມືອງ ລົງປະຈຳຢູ່ບ້ານ ແລະ ຈຸດສຸມຂອງແຂວງ ເພື່ອນໍາພາປັບປຸງລະບົບການເມືອງຢູ່ຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ກາຍເປັນກຳລັງແຮງໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາແຂວງບໍ່ແກ້ວ. ປະຈຸບັນ, ທົ່ວແຂວງຍັງມີບ້ານທຸກຍາກ 41 ບ້ານ. ໃນນີ້, ໄດ້ສຸມໃສ່ສ້າງແຜນແກ້ໄຂຄວາມທຸກຍາກ ຈໍານວນ 10 ບ້ານ (ເມືອງລະ 2 ບ້ານ).
ໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນງານ ທີ່ຄະນະພັກ-ຄະນະນຳແຂວງ ໄດ້ພ້ອມພຽງຮຽງໜ້າກັບພໍ່ແມ່ປະຊາຊົນຊາວແຂວງບໍ່ແກ້ວ ບຸກບືນພັດທະນາບັນດາພື້ນຖານໂຄງລ່າງ ແລະ ປັດໄຈຕ່າງໆ ເຮັດໃຫ້ແຂວງບໍ່ແກ້ວ ມີໃບໜ້າອັນໃໝ່ຂຶ້ນມາຢ່າງຫຼວງຫຼາຍ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ອັນເປັນຜົນກະທົບທັງທາງດ້ານບວກ ແລະ ດ້ານລົບ ຕໍ່ປະເທດເຮົາ. ຍົກໃຫ້ເຫັນໝາກຜົນຂອງການຈັດຕັ້ງປະຕິບັດວຽກງານ ໃນໄລຍະຊຸມປີທີ່ຜ່ານມາ ຂອງຄະນະລັດຖະບານ ຊຸດທີ 8 ທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8; ສຳລັບປີ 2018 ກໍ່ຍັງມີບັນດາສິ່ງທ້າທາຍຕ່າງໆ ທີ່ຈະຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນ ການແກ້ໄຂຄວາມທຸກຍາກ ໃນໄລຍະ 2 ປີຂ້າງໜ້າ ທີ່ຈະຕ້ອງໄດ້ມີການສະຫຼຸບຕີລາຄາຄືນ. ໃນຂະນະທີ່ ດ້ານເສດຖະກິດ ກໍ່ຍັງພົບບັນຫາຂໍ້ຫຍຸ້ງຍາກຫຼາຍປະການ. ດັ່ງນັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນ ຕ້ອງໄດ້ພ້ອມກັນແກ້ໄຂ ບັນດາກົນໄກ ແລະ ກວດກາຄືນ ການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະຂົງເຂດ ຖ້າຕິດຂັດຢູ່ຈຸດໃດ ໃຫ້ແກ້ໄຂຢູ່ຈຸດນັ້ນ ກ້າວໄປສູ່ການບໍລິຫານວຽກງານ ໃຫ້ດີຂຶ້ນເປັນກ້າວໆ; ສ່ວນແຂວງບໍ່ແກ້ວ ເປັນແຂວງທີ່ໄດ້ສ້າງພື້ນຖານອັນໜັກແໜ້ນ ແລະ ມີເງື່ອນໄຂສະດວກຫຼາຍດ້ານ ກໍ່ຂໍໃຫ້ເປັນຕົວຢ່າງ ໃນການຈັດຕັ້ງປະຕິບັດບັນດານິຕິກຳ ກໍ່ຄືແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ ວາງອອກໃນແຕ່ລະໄລຍະ ອັນເປັນການສ້າງຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນ; ໃຫ້ພ້ອມກັນປົດປ່ອຍສິ່ງທີ່ຕິດຂັດ ໂດຍການຈັດຕັ້ງປະຕິບັດ 3 ເປີດ ຄື: ເປີດປະຕູ, ເປີດສິ່ງກີດຂວາງ ແລະ ເປີດໃຈ ເພື່ອດຶງດູດການລົງທຶນ ແຕ່ກໍ່ຕ້ອງມີການຕິດຕາມກວດກາຄືນ ໃນບັນດາໂຄງການລົງທຶນເຫຼົ່ານັ້ນ ເພື່ອເຮັດໃຫ້ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ໂດຍສະເພາະ ປະຊາຊົນຢູ່ໃນທ້ອງຖິ່ນ; ຊຸກຍູ້ໃຫ້ປະຊາຊົນ ຮູ້ທຳມາຫາກິນ ດ້ວຍວິທີການໃໝ່ ຮູ້ທຳການຜະລິດ-ຮູ້ຄ້າຂາຍ ຕາມກົນໄກຕະຫຼາດ ປົດປ່ອຍການຮັກສາເດີມ ໄປສູ່ແນວຄິດໃໝ່.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ