ນາຊາ ຄົ້ນພົບລະບົບສຸລິຍະຈັກກະວານແຫ່ງໃໝ່ ລຸ້ນວ່າຈະມີສິ່ງທີ່ມີຊີວິດອາໄສຢູ່

This illustration provided by NASA/JPL-Caltech shows an artist's conception of what the TRAPPIST-1 planetary system may look like, based on available data about their diameters, masses and distances from the host star. The planets circle tightly around a dim dwarf star called Trappist-1, barely the size of Jupiter. Three are in the so-called habitable zone, where liquid water and, possibly life, might exist. The others are right on the doorstep. (NASA/JPL-Caltech via AP)

 ສຳນັກຂ່າວຕ່າງປະເທດລາຍງານວ່າ ວັນທີ 22 ກຸມພາ 2017 ທີ່ຜ່ານມາ ຄະນະນັກວິໄຈຂອງອົງການການບິນແລະອະວະກາດແຫ່ງຊາດສະຫະລັດອາເມລິກາ ຫຼື ນາຊາ ເປີດຖະແຫຼງຂ່າວໃຫຍ່ ເຖິງການຄົ້ນພົບລະບົບສຸລິຍະຈັກກະວານແຫ່ງໃໝ່ ເປັນດາວ 7 ໜ່ວຍຂະໜາດໃກ້ຄຽງກັບໂລກ ໂຄຈອນອ້ອມດາວໜ່ວຍໜຶ່ງ ໃນຈຳນວນນີ້ 3 ດວງຢູ່ໃນສະພາບແວດລ້ອມແລະລະດັບອຸນຫະພູມທີ່ເປັນໄປໄດ້ວ່າອາດຈະມີສິ່ງທີ່ມີຊີວິດຢູ່.

ການຄົ້ນພົບຄັ້ງນີ້ມາຈາກການສຶກສາວິໄຈດ້ວຍກ້ອງໂທລະທັດສຳລັບສຳຫຼວດອະວະກາດທີ່ຕັ້ງຢູ່ໃນປະເທດຊິຮີ ພົບກຸ່ມດາວດັ່ງກ່າວຢູ່ໄກອອກໄປ 40 ປີແສງໃນກຸ່ມດາວລາສີກຸມ (constellation Aquarius) ດາວທັງໝົດໂຄຈອນອ້ອມດາວແຄະໜ່ວຍໜຶ່ງທີ່ຊື່ວ່າ ແທຣັປພິສຕ໌-1 (Trappist-1) ມີຂະໜາດໃກ້ຄຽງກັບດາວພະຫັດ ຫຼືຈູປີເຕີ ແລະເປັນຕາລຸ້ນຢູ່ວ່າ 3 ໜ່ວຍຢູ່ໃນຂ່າຍທີ່ຈະມີນໍ້າ ແລະອາດຈະມີສິ່ງມີຊີວິດຢູ່.

ຮູບຈຳລອງວ່າດາວແທຣັປພິສຕ໌ອາດຈະມີສະພາບແວດລ້ອມພື້ນຜິວເປັນແບບນີ້ (NASA/JPL-Caltech via AP)

“ເຮົາຢູ່ໃນຂັ້ນທີ່ລຸ້ນທີ່ສຸດສຳລັບການຄົ້ນຫາວ່າມີສິ່ງທີ່ມີຊີວິດຢູ່ຫັ້ນຫຼືບໍ່ ເພາະໂອກາດຂອງດາວທີ່ມີຂະໜາດໃກ້ຄຽງກັບໂລກໃນກາແລັກຊີທາງຊ້າງເຜືອກຈຳນວນຫຼາຍຈະມີສິ່ງທີ່ມີຊີວິດຢູ່ຫຼືບໍ່ນັ້ນຍາກທີ່ຈະຮູ້ໄດ້ ຂ້ອຍຫວັງວ່າເຮົາຈະໄດ້ຄຳຕອບໃນອີກສິບປີທາງໜ້າ” ອະໂມຣີ ຕຣິໂອດ໌ ນັກວິໄຈຫົວໜ້າທີມຊາວເບລຢຽມຈາກມະຫາວິທະຍາໄລແຄມບຣິດຈ໌ ກ່າວ.

ຂະນະທີ່ເອັມມານູເອລ ເຈຮິນ ນັກວິໄຈຮ່ວມຈາກມະຫາວິທະຍາໄລລີເອຈ ກ່າວເພິ່ມເຕີມວ່າ ໃນກາແລັກຊີຂອງເຮົາມີດາວລຶກປະມານ 2 ແສນລ້ານໜ່ວຍ ຖ້າຈະຄຳນວນຈຳນວນດາວທີ່ມີຂະໜາດເທົ່າໆ ໂລກແລ້ວ ກໍຕ້ອງຄູນ 10 ເຂົ້າໄປ ເຊິ່ງມີຫຼວງຫຼາຍພາຍມາກແທ້ໆ.

ເມື່ອຊ່ວງຕົ້ນປີກ່ອນ ມິຊາເອລ ກີຍົງ ແຫ່ງມະຫາວິທະຍາໄລລີເອຈ ແລະຄະນະ ຄົ້ນພົບດວງດາວອ້ອມດາວແທຣັປພິສຕ໌ 3 ໜ່ວຍ ແຕ່ມາຕອນນີ້ຜົນການສຶກສາຄົ້ນພົບເພິ່ມເປັນ 7 ໜ່ວຍ ເຊິ່ງແທ້ຈິງແລ້ວ ກີຍົງຄິດວ່າມີຫຼາຍກວ່ານັ້ນ ລະບົບດາວກຸ່ມນີ້ພາໃຫ້ນຶກເຖິງດາວພະຫັດ ແລະເຫຼົ່າດວງເດືອນບໍລິວານ.

ຈາກພາບກຣາບຟິກທີ່ນຳມາສະແດງ ຖ້າແທຣັປພິສຕ໌ເປັນຕາເວັນຫຼືດາວລຶກ ວົງໂຄຈອນຂອງດາວທັງ 7 ໜ່ວຍນີ້ຈະຢູ່ໃນໄລຍະໂຄຈອນຂອງດາວພຸດ ເຊິ່ງໂຄຈອນຢູ່ໃກ້ໃກ້ດວງຕາເວັນຫຼຍທີ່ສຸດ.

ແຫຼ່ງຂ່າວ: ມະຕິຊົນ