ນາງ ອິນຕາ ໄຂຄຳພິທູນ ຜູ້ປະສານງານທີ່ເຂັ້ມແຂງຂອງ ທລຍ ພາປະຊາຊົນພົ້ນທຸກ!

prf

 

ນາງ ອິນຕາ ໄຂຄຳພິທູນ ແມ່ນຜູ້ປະສານງານກຸ່ມບ້ານມັນຈີ (ກຸ່ມທີ 4) ເມືອງ ເຊໂປນ ແຂວງສະຫວັນນະເຂດ, ເພິ່ນແມ່ນ

ຜູ້ປະສານງານໃນຈຳນວນ 3 ຄົນ ທີ່ເຮັດວຽກປະສານງານ ວຽກງານຫລຸດຜ່ອນຄວາມທຸກຍາກ (ທລຍ) ເຊິ່ງປະຕິບັດວຽກ

ງານຄຽງບ່າຄຽງໄຫລ່ກັບຜູ້ປະສານງານຜູ້ຊາຍຄົນອື່ນໆໄດ້ ຢ່າງເຂັ້ມແຂງຫ້າວຫັນ ແລະ ສາມາດເຮັດວຽກຮ່ວມກັນເປັນທີມ

ໄດ້ຢ່າງມີປະສິດທິພາບ.

 

ທ່ານ ນາງ ອິນຕາ ຮັບຜິດຊອບເປັນຜູ້ປະສານງານກຸ່ມບ້ານ ເລີ່ມແຕ່ປີ 2003 ເຊິ່ງເປັນປີ ທຳອິດທີ່ ທລຍ ເຂົ້າມາສະໜັບ

ສະໜູນກິດຈະກຳດ້ານພື້ນຖານໂຄງລ່າງ ເຊິ່ງສ້າງເງື່ອນໄຂໃນການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ

ໃນຊຸມຊົນ. ປັດຈຸບັນເພິ່ນເອງອາຍຸໄດ້ 45 ປີແລ້ວ ແຕ່ກໍຍັງມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດວຽກງານຮ່ວມກັບ

ທລຍ. ສະນັ້ນ ໃນການເລືອກຕັ້ງຜູ້ປະສານງານກຸ່ມໃນແຕ່ລະປີ ຢູ່ກອງປະຊຸມທົບທວນ ແລະ ວາງແຜນພັດທະນາກຸ່ມບ້ານ,

ລາວຈຶ່ງໄດ້ຮັບການເລືອກຕັ້ງເຂົ້າມາເປັນຜູ້ປະສານງານກຸ່ມບ້ານໃນທຸກໆປີ ແລະ ປັດຈຸບັນກໍແມ່ນຮອບວຽນ ທີ 12 (2014

-2015 ແລ້ວ ໝາຍຄວາມວ່າ: ຕະຫລອດໄລຍະ 12 ປີ ໃນໜ້າທີ່ຮັບຜິດຊອບເປັນຜູ້ປະສານງານ, ລາວໄດ້ຮັບການເສີມສ້າງ

ຄວາມເຂັ້ມແຂງ ແລະ ພັດທະນາທັກສະ; ຄວາມສາມາດໃນການວາງແຜນພັດທະນາ, ການເປັນຄູເຝິກ, ການເປັນຜູ້ອຳ

ນວຍຄວາມສະດວກ, ການບໍລິຫານການເງິນໂຄງການຍ່ອຍ ແລະ ການດຳເນີນຂະບວນການຈັດຊື້-ຈັດຈ້າງໂດຍຊຸມຊົນ

ເອງ. ປະສົບການ ແລະ ຄວາມຮູ້ຄວາມສາມາດທີ່ລາວມີຜ່ານມານັ້ນ ໄດ້ຊ່ວຍນຳເອົາສິດຜົນປະໂຫຍດຕ່າງໆ ມາພັດທະນາ

ກຸ່ມບ້ານຂອງລາວ ເຊິ່ງເປັນກຸ່ມບ້ານທີ່ຢູ່ຫ່າງໄກສອກຫລີກ; ທຸກຍາກເຊິ່ງມີທັງໝົດ 8 ບ້ານ.

 

ນາງ ອິນຕາ ໄດ້ອຳນວຍຄວາມສະດວກ, ເປັນຜູ້ນຳພາໃນກອງປະຊຸມວາງແຜນພັດທະນາບ້ານ ແລະ ກຸ່ມບ້ານແຕ່ລະປີ,

ຕິດຕາມການຈັດຕັ້ງປະຕິບັດໂຄງການຍ່ອຍຂອງແຕ່ລະບ້ານ ທີ່ໄດ້ຮັບການສະໜັບສະໜູນດ້ານພື້ນຖານໂຄງລ່າງຈາກ

ທລຍ. ນອກຈາກນີ້ແລ້ວ ລາວຍັງຊ່ວຍນຳເອົາແຜນພັດທະນາບ້ານຕ່າງໆ ພາຍໃນກຸ່ມບ້ານຂອງລາວໄປສະເໜີກັບໂຄງ

ການພັດທະນາອື່ນໆ ທີ່ໃຫ້ການຊ່ວຍເຫລືອຢູ່ພາຍໃນເມືອງເຊໂປນ ຈົນຖືກຈັດຕັ້ງປະຕິບັດຫລາຍໆໂຄງການ ເປັນຕົ້ນ

ໂຄງການກໍ່ສ້າງນ້ຳບາດານ, ກໍ່ສ້າງຕາຂ່າຍໄຟຟ້າ, ໂຄງການສະໜອງຕູ້ຢາປະຈຳບ້ານ, ທະນາຄານເຂົ້າ ແລະ ອື່ນໆ ເຊິ່ງ

ເປັນເຫດຜົນເຮັດໃຫ້ຊຸມຊົນຢູ່ໃນຈຳນວນບ້ານທີ່ຢູ່ໃນກຸ່ມທີ່ລາວຮັບຜິດຊອບນັ້ນ ມີຄວາມເຂັ້ມແຂງເຂົ້າອົກເຂົ້າໃຈໃນ

ການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານໄດ້ດີ ເປັນຕົ້ນການເຂົ້າຮ່ວມໃນການວາງແຜນການແບບມີ

ສ່ວນຮ່ວມ, ການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ແລະ ມີສ່ວນຮ່ວມໃນການປົກປັກຮັກສາຄຸ້ມຄອງ

ນຳໃຊ້.

 

ກ່ຽວກັບວຽກງານການຮັບຄຳຄິດຄຳເຫັນ ແລະ ແກ້ໄຂບັນຫາທີ່ມີໃນຊຸມຊົນ ລາວກໍແມ່ນຢູ່ ໃນຄະນະກຳມະການຂັ້ນກຸ່ມ

ແລະ ໄດ້ມີການຕິດຕາມ ແລະ ເປີດຕູ້ຮັບຄຳເຫັນທີ່ຕິດຢູ່ຫໍຂ່າວຂອງກຸ່ມບ້ານ ເຊິ່ງເປັນຊ່ອງທາງໃຫ້ຊຸມຊົນໄດ້ສະແດງ

ຄຳຄິດຄຳເຫັນ ແລະ ເປັນປະໂຫຍດໃນການຈັດຕັ້ງປະຕິບັດໂຄງການຮັບປະກັນຄວາມປອດໃສສາມາດກວດສອບໄດ້.

 

ນາງ ອິນຕາ ໄດ້ໃຫ້ສຳພາດວ່າ: ແຕ່ກ່ອນຍັງບໍ່ທັນມີຄວາມລຶ້ງເຄີຍໃນການເຮັດວຽກ ເປັນຕົ້ນການເປັນຜູ້ປະສານງານ,

ແຕ່ໃນເມື່ອປະຊາຊົນໄດ້ເລືອກໃຫ້ມາຮັບຜິດຊອບວຽກງານດັ່ງກ່າວນີ້ ກໍໄດ້ຕັດສິນໃຈສູງຕັ້ງອົກຕັ້ງໃຈຄິດວ່າ ທລຍ ກໍ

ຄືອົງການຊ່ວຍເຫລືອຈາກສາກົນ ເພິ່ນຍັງໃຫ້ການຊ່ວຍເຫລືອປະຊາຊົນລາວ ໂດຍສະເພາະປະຊາຊົນໃນກຸ່ມຂອງເຮົາ.

ສະນັ້ນ ເຮົາເປັນຄົນລາວ ເປັນພີ່ນ້ອງຢູ່ໃນກຸ່ມດຽວກັນ ມີຊ່ອງທາງໃດທີ່ຈະຊ່ວຍກັນໄດ້ ເຮົາຕ້ອງຕັດສິນໃຈເຮັດ ເພື່ອ

ນຳພາກັນໄປເຖິງເປົ້າໝາຍ.

 

ບົດຄວາມຈາກ: ລາວພັດທະນາ