ນັບຕັ້ງແຕ່ມີການເຮັດລັດຖະປະຫານ ປະຊາຊົນຫຼາຍກວ່າ 1.000 ຄົນ ເສຍຊີວິດດ້ວຍມືຂອງທະຫານ

ເວັບໄຊ້ Prachachat ໄດ້ລາຍງານວ່າ ກຸ່ມສິດທິມະນຸດຊ່ວຍເຫຼືອນັກໂທດທາງການເມືອງ ຫຼື AAPP ຂອງມຽນມາ ໄດ້ອອກມາບອກວ່າ ນັບຕັ້ງແຕ່ມີການເຮັດລັດຖະປະຫານໃນວັນທີ 1 ກຸມພາ 2021 ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ ຈາກການສະຫຼາຍການຊຸມນຸມໃນການຕໍ່ຕ້ານລັດຖະປະຫານ ຫຼາຍກວ່າ 1.000 ຄົນ. ແຕ່ຢ່າງໃດກໍຕາມ ຕົວເລກຂອງຜູ້ເສຍຊີວິດຕົວຈິງແມ່ນມີຫຼາຍກວ່ານີ້.

ປະເທດມຽນມາໄດ້ເຂົ້າສູ່ຄວາມບໍ່ສະຫງົບນັບຕັ້ງແຕ່ການເຮັດລັດຖະປະຫານ ປະຊາຊົນຍັງຄົງອອກມາປະທ້ວງ ແລະ ຕໍ່ຕ້ານການຍຶດອໍານາດຂອງກອງທັບທະຫານຢູ່ທຸກມື້, ເກີດຄວາມບໍ່ສະຫງົບຢູ່ບໍລິເວນຊາຍແດນຢູ່ຕະຫຼອດເວລາ ລວມເຖິງມີການນັດຢຸດວຽກ ເຊິ່ງສົ່ງຜົນກະທົບຕໍ່ກັບເສດຖະກິດຂອງປະເທດ.