ນັດນີ້່ມັນແນ່ນອນ…ສຸດຍອດທີມຈາກລີກຫວຽດນາມ ຈະມາຢາມ ສຸດຍອດທີມ ໃນລາວລີກ

ນັດນີ້ ມັນແນ່ນອນ…ສຸດຍອດທີມຈາກລີກຫວຽດນາມ ຈະມາຢາມ ສຸດຍອດທີມ ໃນລາວລີກ (ລ້ານຊ້າງ ຢູໄນເຕັດ) ການແຂ່ງຂັນໃນຄັ້ງນີ້ເພື່ອສັກສີ ຍອມກັນບໍ່ໄດ້ ແຟນບານບໍ່ຄວນພາດ ໄປຊົມໄປເຊຍໄປສົ່ງກຳລັງໃຈໃຫ້ທັບນັກກິລາລາວກັນຫຼາຍໆເດີ້

ເລີ່ມຈາກມື້ອື່ນເປັນຕົ້ນໄປ ວັນທີ 2 ພະຈິກ 2016, ປີ້ເຂົ້າຊົມການແຂ່ງຂັນ ໂຕໂຢຕ້າ ແມ່ຂອງ ຄັບ 2016 ລະຫວ່າງ ສະໂມສອນ ລ້ານຊ້າງ ຢູໄນເຕັດ ແລະ ສະໂມສອນ SHB Danang ທີ່ສະໜາມເຈົ້າອານຸວົງ. ແຟນບານສາມາດເອົາປີ້ເຂົ້າຊົມການແຂ່ງຂັນຟຣີໄດ້ທີ່:
1/ ຮ້ານຂາຍເຄື່ອງກິລາສະເຕດ້ຽມ (ຕິດກັບສະໜາມກິລາເຈົ້າອານຸວົງ)
2/ ຮ້ານຂາຍເຄື່ອງກິລາ Vector Football Concept Store
3/ ຫ້ອງການສະຫະພັນບານເຕະແຫ່ງຊາດ (ຫ້ວຍຫົງ)
4/ ຕິດຕາມເຟສບຸກແຟນເພຈສະໂມສອນລ້ານຊ້າງ ຢູໄນເຕັດ

ໃນມື້ການແຂ່ງຂັນນັດດັ່ງກ່າວ ວັນທີ 5 ພະຈິກ 2016, ແຟນບານຍັງສາມາດເອົາປີ້ເຂົ້າຊົມຟຣີໄດ້ທີ່ ບຸ໋ດຜູ້ສະໜັບສະໜູນສະໂມສອນລ້ານຊ້າງ ຢູໄນເຕັດ ທີ່ໜ້າສະໜາມເຈົ້າອານຸວົງ
ໝາຍເຫດ: ປີ້ເຂົ້າຊົມການແຂ່ງຂັນນັດນີ້ ແມ່ນບໍ່ເສຍຄ່າ (ຟຣີ) ຫາກບຸກຄົນ ຫຼື ກຸ່ມບຸກຄົນໃດຂາຍປີ້ດັ່ງກ່າວ ຈະຖຶກປັບໄໝ ແລະ ຈໍາຄຸກ

548

ຕາຕະລາງແຂ່ງຂັນໂຕໂຢຕ້າແມ່ຂອງຄັບຂອງທັບພະລັງຊ້າງສານ ທີມຊາດລາວ

51001

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!