ນັກໂທດມຽນມາໃນຄະດີຕໍ່ຕ້ານລັດຖະປະຫານ ຈະຖືກປ່ອຍໂຕ ໃນມື້ອອກພັນສາ

ໃນວັນທີ 18 ຕຸລາ 2021 ໄດ້ມີການລາຍງານວ່າ: ທ່ານ ມິນ ອ່ອງຫຼາຍ ຫົວໜ້າຄະນະລັດຖະປະຫານ ແລະ ນາຍົກລັດຖະມົນຕີຂອງປະເທດມຽນມາໄດ້ອອກມາຖະແຫຼງຂ່າວວ່າ ມຽນມາປຈະປ່ອຍໂຕນັກໂທດ 5,636 ຄົນ ທີ່ຕິດຄຸກຈາກການປະທ້ວງຕໍ່ຕ້ານລັດຖະປະຫານທີ່ຜ່ານມາ ເນື່ອງໃນໂອກາດມື້ອອກພັນສາໃນວັນທີ 20 ຕຸລາ 2021 ນີ້. ກ່ອນໜ້ານີ້ປະເທດມຽນມາໄດ້ປ່ອຍໂຕນັກໂທດອອກມາແລ້ວຫຼາຍກວ່າ 2,000 ຄົນໃນທົ່ວປະເທດ ແລະ ຍັງມີອີກຫຼາຍກວ່າ 7,300 ຄົນທີ່ຍັງຕິດຄຸກຢູ່.

ລັດຖະມົນຕີຕ່າງປະເທດຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ໄດ້ຕັດສິນໃຈທີ່ຈະບໍ່ເຊີນ ທ່ານ ມິນ ອ່ອງຫຼາຍ ເຂົ້າຮ່ວມການປະຊຸມສຸດຍອດອາຊຽນທີ່ຈະມີຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ 2021 ນີ້.

ຈາກການຖະແຫຼງການຂອງອາຊຽນໄດ້ລະບຸວ່າແຜນ 5 ຂໍ້ທີ່ຜູ້ນໍາອາຊຽນຕົກລົງກັນໃນເດືອນເມສາແມ່ນເພື່ອຍຸດຕິຄວາມວຸ່ນວາຍຫຼັງຈາກທີ່ເກີດລັດຖະປະຫານ ແລະ ມຽນມາເອງກໍໄດ້ປະນາມວ່າອາຊຽນລະເມີດນະໂຍບາຍທີ່ວ່າດ້ວຍການບໍ່ແຊກແຊງກິດຈະກໍາພາຍໃນປະເທດຂອງກັນ ແລະ ກັນ.

ແຫຼ່ງຂ່າວ: Khaosod