ນັກເຕະທີມຊາດລາວເດີນທາງຮອດມົງໂກລີແລ້ວ ກຽມລົງນັດທໍາອິດວັນທີ 25 ຕຸລານີ້

0
4868

ຕອນເຊົ້າ ໃນວັນທີ 13 ຕຸລາ 2021 ເພຈ ສະຫະພັນບານເຕະລາວແຫ່ງຊາດ Lao Football Federation ໄດ້ລາຍງານວ່າ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ໄດ້ອອກເດີນທາງຈາກສະຫນາມບິນວັດໄຕ ດ້ວຍສາຍການບິນລາວ ໂດຍຈະເດີນທາງເຖິງສະຫນາມບິນມົງໂກລີ ໃນເວລາ 13:30 ຂອງວັນທີ 13 ຕຸລາ ຕາມເວລາທ້ອງຖິ່ນ ປະເທດມົງໂກລີ.

ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ 2022 ຮອບຄັດເລືອກ​ ກຸ່ມ​ J​ ປະກອບມີ​ ໄທ,​ ມາເລເຊຍ,​ລາວ​ ແລະ​ ມົງໂກລີ​ ( ເຈົ້າພາບ​)​

ຕາຕະລາງ​ ການແຂ່ງຂັນ​ຂອງ​ທີມຊາດລາວ​

– ວັນທີ 25/10/2021​ ເວລາ​ 14:00 ລາວ ພົບ ມາເລເຊຍ

– ວັນທີ 28/10/2021 ເວລາ​ 14:00 ລາວ ພົບ ໄທ

– ວັນທີ 31/10/2021​ ເວລາ 14:00 ລາວ ພົບ ມົງໂກລີ

ແຂ່ງຂັນຢູ່ທີ່ສະຫນາມ MFF Football Centre.