ນັກເຕະຄົນພິການຕາລາວຍາດໄດ້ຫຼຽນເງິນຈາກການແຂ່ງຂັນ ອາຊຽນພາລາເກມ 2017

ໃນຕອນເຊົ້າຂອງມື້ນີ້ວັນທີ 22 ກັນຍາ 2017 ໃນງານອາຊຽນພາລາເກມ ຄັ້ງທີ 29 ທີ່ປະເທດ ມາເລເຊຍ ໃນນັດຊິງຫຼຽນຄຳ ເປັນການພົບກັນລະຫວ່າງ ທີມຊາດລາວ ພົບກັບ ທີມຊາດໄທ ເຊິ່ງຜົນການແຂ່ງຂັນທີມຊາດໄທ ສາມາດເອົາຊະນະທີມຊາດລາວໄປໄດ້ 3-0 ປະຕູ ເຮັດໃຫ້ທີມນັກເຕະບານຄນພິການລາວຍາດໄດ້ພຽງຫຼຽນເງິນມາຕ້ອນພີ່ນ້ອງຊາວລາວເທົ່ານັ້ນ

ເຖິງແມ່ນວ່າຈະໄດ້ພຽງຫຼຽນເງິນ ແຕ່ກໍ່ຂໍຊົມເຊີຍກັບຜົນງານທີ່ຍາດມາໄດ້ ພວກທ່ານເຮັດໄດ້ດີທີ່ສຸດແລ້ວ ຫວັງວ່າຈະເກັບກ່ຽວເອົາປະສົບການນີ້ກັບມາພັດທະນາວົງການກິລາບານເຕະຄົນພິການຕາລາວໃຫ້ກ້າວເຂົ້າສູ່ລະດັບສາກົນ