ນັກຮ້ອງສະຫະລັດ ຍົກເລີກການສະແດງຄອນເສີດໃນຟິລິບປິນ

ນັກຮ້ອງຊື່ດັງຊາວສະຫະລັດ ປະກາດຍົກເລີກການສະແດງຄອນເສີດໃນຟິລິບປິນຕໍ່ຕ້ານນະໂຍບາຍປາບປາມຢາເສບຕິດຂອງຜູ້ນໍາ ດູເຕຣ໌ເຕ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 21 ທັນວາ ທີ່ຜ່ານມານີ້ວ່າ: ນັກຮ້ອງ ນັກແຕ່ງເພງ ສະໄຕລ໌ໂຟລ໌ຣ໊ອດ ຊາວອະເມຣິກາ ປະກາດຍົກເລີກການສະແດງຄອນເສີດຂອງໂຕເອງໃນນະຄອນມະນິລາ ປະເທດຟິລິບປິນ ທີ່ຈະມີຂຶ້ນໃນຊ່ວງເດືອນ ກຸມພາ 2017 ນີ້ ທັງນີ້ ຖະແຫຼງການດັງກ່າວມີຂຶ້ນເພື່ອຕໍ່ຕ້ານສົງຄາມປາບາມຢາເສບຕິດຕາມນະໂຍບາຍຂອງ ໂຣດຣິໂກ ດູເຕຣ໌ເຕ ປະທານາທິບໍດີຟິລິບປິນ ທີ່ເຮັດໃຫ້ມີຜູ້ເສຍຊີວິດຈາກສົງຄາມຢາເສບຕິດນີ້ແລ້ວ 6 ພັນຄົນ ນັບຕັ້ງແຕ່ ດູເຕຮ໌ເຕ ຂຶ້ນດໍາລົງຕໍາແໜ່ງຜູ້ນໍາປະເທດເມື່ອເດືອນ ກໍລະກົດ ທີ່ຜ່ານມາ

ເຈມສ໌ ຕັດສິນໃຈຖະແຫຼງການດັງກ່າວຜ່ານທະວິຕເຕີຣ໌ ແລະເວັບໄຊທສ່ວນຕົວ ເມື່ອຄືນວັນທີ 20 ທັນວາ ທີ່ຜ່ານມາ ໂດຍສະແດງຄວາມຄິດເຫັນວ່າ “ບໍ່ຄິດວ່າເພງຂອງໂຕເອງເໝາະສົມກັບຟິລິບປິນ ໂດຍສະເພາະການເມືອງ ແຕ່ບາງຄັ້ງການຮຽກຮ້ອງກໍຕ້ອງຢູ່ເທິງການເມືອງ ເຖິງແມ້ວ່າຈະເສຍໃຈຕໍ່ການແພ່ລະບາດຂອງຢາເສບຕິດ ແຕ່ການສັງຫານຜູ້ຕ້ອງສົງໄສກ່ຽວຂ້ອງກັບຢາເສບຕິດຂອງຊາວຟິລິບປິນ ໂດຍບໍ່ມີຂະບວນການ ແລະຄວາມຢຸດຕິທໍາ ເປັນເລື່ອງທີ່ໜ້າເປັນຫ່ວງ ແລະບໍ່ສາມາດຍອມຮັບໄດ້ ສໍາຫຼັບຜູ້ທີ່ຮັກກົດໝາຍ”