ນັກຮຽນນັ່ງຮຽນກ້ອງຮົ່ມໄມ້ ແມ່ນຍ້ອນສ້ອມແປງຫ້ອງຮຽນບໍ່ທັນແລ້ວ

ພາຍຫຼັງທີ່ຮູບພາບການນັ່ງຮຽນກ້ອງຮົ່ມໄມ້ ຂອງນັກຮຽນບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ຖືກແຊຜ່ານເຟສບຸກຢ່າງກວ້າງຂວາງ ທີມຂ່າວລາວໂພສພວກເຮົາໄດ້ພະຍາຍາມ ຕິດຕໍ່ສອບຖາມໄປຍັງພາກສ່ວນທີ່ກ່ຽວຂ້ອງແລ້ວ ໄດ້ຄຳຕອບມາວ່າ ການຮຽນກ້ອງຮົ່ມໄມ້ເປັນໄລຍະຊົ່ວຄາວ ເພື່ອປັບປຸງຫ້ອງຮຽນຊື່ໆ ຫຼັງຈາກສ້ອມແປງແລ້ວກໍຈະຍ້າຍເຂົ້າຮຽນໃນຫ້ອງຮຽນຄືນ.
16508282_1658379264465306_1518333037928430527_n

ຍາທ່ານ ວັນເພັງ ໄຊຍະສານ ຮອງປະທານ ອພສ ແຂວງຄຳມ່ວນ ໄດ້ໃຫ້ສຳພາດແກ່ນັກຂ່າວພວກເຮົາວ່າ ທີ່ຜ່ານມາບ້ານດົງໃຕ້ມີໂຮງຮຽນຖາວອນ 2 ຫຼັງສຳລັບຊັ້ນປະຖົມ ເຊິ່ງເປັນການຊ່ວຍເຫຼືອຈາກ ບໍລິສັດຈີນ ທີ່ເຂົ້າມາຂຸດຄົ້ນເກືອກາລີ. ແຕ່ສຳລັບຊັ້ນມັດທະຍົມ (ມ1 – ມ7) ແມ່ນຍັງເປັນໂຮງຮຽນຝາກະແຕະເກົ່າ ພຸພັງ ແລະຜ່ານມາທາງອຳນາດການປົກຄອງບ້ານກໍສາມາດສ້າງໂຮງຮຽນ ທີ່ເປັນບ່ອນຮຽນຂອງຊັ້ນມັດທະຍົມໄດ້ພຽງ ເສົາກັບຫຼັງຄາ. ດັ່ງນັ້ນ, ທາງຍາທ່ານ ວັນເພັງ ກໍຄືຄະນະ ອພສ ແຂວງຄຳມ່ວນ ເພິ່ນຄິດອິຕົນເດັກນ້ອຍນັກຮຽນ ຜູ້ເປັນອະນາຄົດຂອງຊາດ ຈຶ່ງໄດ້ປຸກລະດົມຂົນຂວາຍທຶນຮອນຈາກ ສັງຄົມເຂົ້າໄປຊ່ວຍເຫຼືອ ໃນການປູພື້ນແລະກໍ່ຝາ ເຊິ່ງມາຮອດມື້ນີ້ ວັນທີ 8 ກຸມພາ 2017 ວັດສະດຸການກໍ່ສ້າງຍັງບໍ່ພຽງພໍ ເປັນຕົ້ນແມ່ນດິນບັອກຍັງບໍ່ພໍຫຼາຍກວ່າ 5,000 ກ້ອນ.

ດັ່ງນັ້ນ, ຖ້າທ່ານໃດມີແຮງສັດທາຢາກສ້າງບຸນກຸສົນ ສ້າງອະນາຄົດຂອງຊາດ ສ້າງປັນຍາແກ່ເຍົາວະຊົນຂອງຊາດ ກໍສາມາດຕິດຕໍ່ຫາຍາທ່ານວັນເພັງໄດ້ທີ່ເບີ 02055451034