ນັກວິທະຍາສາດຣັດເຊຍກຽມທີ່ຈະປູກໄວຣັດຈາກຊາກສັດບູຮານ

ທີມນັກວິທະຍາສາດຣັດເຊຍພາຍໃຕ້ການຮ່ວມມືຂອງສູນວິໄຈໄວຣັສວິທະຍາ ແລະ ເທັກໂນໂລຢີຊີວະພາບເວດເຕີ ແລະ ມະຫາວິທະຍາໄລ North-Eastern Federal ໃນເມືອງ Yakutsk ລົງມືສະກັດເຊື້ອໄວຣັສຍຸກກ່ອນປະຫວັດສາດທີ່ຢູ່ໃນຊາກສັດອາຍປະມານ 50,000 ປີ ທີ່ຖືກແຊ່ແຂງຢູ່ໃຕ້ຊັ້ນດິນ ຫຼື permafrost ເພື່ອລະບຸຕົວໄວຣັສດຶກດຳບັນ ແລະ ສຶກສາວິວັດທະນາການຂອງໄວຣັສ.

ເບື້ອງຕົ້ນນັກວິທະຍາສາດລົງມືວິເຄາະເນື້ອເຍື້ອອ່ອນທີ່ສ່ະກັດມາຈາກຊາກມ້າດຶກດຳບັນທີ່ຄາດວ່າມີອາຍຸປະມານ 4,500 ປີ ເຊິ່ງຖືກພົບເມື່ອປີ 2009 ໃນສາທາລະນະລັດ Yakutia ໃນພາກພື້ນ Siberian ຂອງຣັດເຊຍ.

ນອກຈາກນີ້, ຍັງຈະສຶກສາເຊື້ອໄວຣັສຈາກຊາກສັດລ້ຽງລູກດ້ວຍນົມເຊັ່ນ: ຊາກກວາງ, ໝາ, ໝາ, ນົກ, ກະຕ່າຍ ແລະ ສັດອື່ນໆ ເຊິ່ງເປັນຊາກສັດທີ່ມີອາຍຸຫຼາຍເຖິງ 50,000 ປີ.

ສູນຄົ້ນຄວ້າກ່ຽວກັບໄວຣັດຊີວະວິທະຍາ ແລະ ເຕັກໂນໂລຊີຊີວະພາບໄດ້ຖືກນຳໃຊ້ເພື່ອຄົ້ນຄວ້າໄວຣັສດ້ານຊີວະວິທະຍາໃນສະຫະພາບໂຊວຽດ. ປະຈຸບັນ, ສູນຄົ້ນຄ້ວາຫ່ງນີ້ກຳລັງພັດທະນາວັກຊີນຕ້ານ Covid-19 ທີ່ມີຊື່ວ່າ EpiVacCorona ຂອງຣັດເຊຍເຊິ່ງມີແຜນຈະຜະລິດສູ່ທ້ອງຕະຫຼາດໄວໆນີ້.

ຮຽບຮຽງຂ່າວ: ພຸດສະດີ