ນັກລົງທຶນຈີນຢືນຢັນການທ່ອງທ່ຽວຢູ່ວັງວຽງ ບໍ່ມີກາສິໂນ

ບໍລິສັດອີ​ຈິ​ນ ວິສາວະ​ກຳ​​ກໍ່ສ້າງລາວ​ ຈໍາກັດ ສປ​ ຈີນ ຜູ້​ໄດ້ຮັບສຳ​ປະທານ​​ ໂຄງພັດທະນາ​ເດີ່ນ​ບິ​ນ​ເກົ່າ ​ເມືອງ​ວັງ​ວຽງ ຈະ​ມຸ່ງໜ້າ ປະຕິບັດ​ຫລາຍ​ກິດຈະກຳ ເຮັດ​ໃຫ້​ແຂວງ ​ວຽງ​ຈັນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ດ້ານ ​ເປັນ​ຕົ້ນ​ແມ່ນ ​ຈະ​​ສ້າງ​ສີສັນ​​ໃໝ່ ດ້ານ​ການທ່ອງທ່ຽວ​ ​ໃຫ້​ແກ່​ເມືອງ​ວັງ​ວຽງ​ ​ໂດຍຈະ​ມີໂຮງ​ແຮມຫ້າ​ດາ​ວ ແຫ່ງ​ທຳ​ອິດ ຢູ່​​ເມືອງ​ວັງ​ວຽງ ​ຈະ​ຊ່ວຍ​ຍົກ​ລະດັບ ການ​ບໍລິການ​ດ້ານ​ສະຖານ​ທີ່​ພັກ​ເຊົາ ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ ໄດ້​ຢ່າງ​ພຽງພໍ, ​ທັງມີ​ຄວາມ​ທັນ​ສະ​ໄໝ ແລະ​ ໄດ້​ມາດຕະຖານສາກົນ, ຮ້ານ​ຄ້າ​ປອດພາສີ, ລວມທັງໂຮງຮຽນ​ວິຊາ​ຊີບ​ ການທ່ອງທ່ຽວ​ ເພື່ອ​ສ້າງ ​ແລະ​ ບຳລຸງ ​ຜູ້​ໃຫ້​ບໍລິການ ​ດ້ານ​ການທ່ອງທ່ຽວ​​.​

ທ່ານ ສຸ​ກັນ ​ວິ​ໄລ​ຣັດ ຫົວໜ້າ ພະ​ແນ​ກ​ແຜນການ-ການ​ລົງທຶນ​ ແຂວງວຽງ​ຈັນ ​ຢືນຢັນວ່າ: ໂຄງການ​ນີ້, ຈະບໍ່​ມີ ການສ້າງ​ກາສິໂນ​ສຳລັບ ​ນັກ​ທ່ອງທ່ຽວຕ່າງປະ​ເທດ ເພາະ​​ແຂວງ​ວຽງ​ຈັນ ​ບໍ່​ໄດ້ອະນຸມັດຢ່າງ​ເດັດຂາດ, ​ດັ່ງ​ນັ້ນ​ ຈຶ່ງ​ນຳ​ສະ​ເໜີ​ ມາ​ຍັງ​ພາກສ່ວນ​ຕ່າງໆ​ ແລະ​ ສັງຄົມ​ ຈົ່ງ​ໃຫ້​ຄວາມ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ ​ຕໍ່​ກັບ​ໂຄງການ​ດັ່ງກ່າວ​ດ້ວຍ​. ​ໂຄງການ​ນີ້, ຍັງ​ຈະມີ​ໂຮງໝໍ ​ທີ່​ທັນ​ສະ​ໄໝ ​ເຊິ່ງຈະ​ເປັນ​ບ່ອນ​​​ປີ່​ນປົວ​ສຸຂະ​ພາບ​ ທີ່​ດີອີກ​ແຫ່ງ​ໜຶ່ງ​ ​​ແລະ ​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ດ້ານ​ສຸຂະ​ພາບ ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ທີ່​ມາ​ທ່ຽວ​ຊົມ ​ເມືອງ​ວັງ​ວຽງ​, ທີ່​ສຳຄັນ​ ໂຄງການ​ດັ່ງກ່າວ ​ຍັງ​ເນັ້ນ​ເລື່ອງ​ການ ​ອານຸລັກ​ຮັກສາ​ດ້ານ​ວັດ​ທະນະ​ທຳ ​ຮີດຄອງ​ປະ​ເພນີ,​ ໂດຍ​ອົງການ ​ປົກຄອງ​ແຂວງ,​ ເມືອງ​ ຈະ​ໄດ້​ສົມທົບ ​ກັບ​ບໍລິສັດ ​ເພື່ອ​ສ້າງ​ເສົາ​ຫລັກ ​ເມືອງວັງ​ວຽງ, ສວນສາທາລະນະ, ຈຸດ​ສັນຍາ​ລັກ​ ເມືອງ​ວັງ​ວຽງ​ ແລະ ​ກິດຈະກຳ​ອື່ນໆ ​ເພື່ອ​ສົ່ງ​ເສີມ​ການທ່ອງທ່ຽວ​. ທັງ​ໝົດ ​ນັ້ນ​ຈະ​ເປັນ​ການ​ຊ່ວຍ​ສ້າງ​ລາຍ​ຮັບ ​ໃຫ້​ແກ່​ງົບປະມານ​ລັດ, ສ້າງ​ວຽກ​​ເຮັດ​ງານ​ທຳ​ ໃຫ້​ແກ່​ ປະຊາຊົນຢ່າງ​ຫລາຍ.

ທ່ານ ຫົວໜ້າ ພະ​ແນ​ກ​ແຜນການ-ການ​ລົງທຶນ​ ແຂວງວຽງ​ຈັນ ​ໄດ້ໃຫ້​ຮູ້​ຕື່ມ​ວ່າ: ສ່ວນ​ຜົນ​ກະທົບ​ ຂອງ​ໂຄງການ​ຕໍ່​ທາງ​ດ້ານ ​ສິ່ງ​ແວດ​ລ້ອມ ​ແລະ ​ສັງຄົມ​ ແມ່ນ ມີໜ້ອຍ​ທີ່​ສຸດ, ເນື່ອງ​ຈາກ ​ບໍລິ​ເວນ​ດັ່ງ​ກ່າວ​ ເປັນ​ເຂດ​ເດີ່ນ​ບິນ​ເກົ່າ​ ທີ່​ມີ​ການ​ສະຫງວນ​ ບໍ່​ໃຫ້​ມີ​ສິ່ງ​ປຸກ​ສ້າງ​ ຂອງ​ບຸກຄົນ​ແຕ່​ໃດ​ມາ ​ເຊິ່ງ​ບໍລິສັດ​ ກໍ່​ໄດ້​ມີ​ແຜນ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຮອງ​ຮັບ ​ໃນ​ໄລຍະ​ກໍ່ສ້າງ ແລະ​ ໄລຍະ​ດຳ​ເນີນກິດຈະການ​ລະ​ອຽດ, ​ການ​ທີ່​ບໍລິສັດ ​ອີ​ຈິນ ​ໄດ້​ຮັບ​ອະນຸຍາດ​ໃຫ້ເຂົ້າ​ ມາ​ພັດທະນາ​ບໍລິ​ເວນ​ນີ້, ຝ່າ​ຍ​ ແຂວງວຽງຈັນ ກໍ​ໄດ້​​ໃຫ້​ບໍລິສັດ ​ດັ່ງກ່າວ​ ກໍ່ສ້າງ​ສະໝາ​ມບິນ​​ແຫ່ງ​ໃໝ່ ​ທົດ​ແທນ ​ຢູ່​ເຂດ​ບ້ານ​ໂພນ​​ເພັງ ຂອງ​ເມືອງ​ວັງ​ວຽງ. ພ້ອມ​ນັ້ນ ຈະ​ໄດ້​ສົມທົບ​ກັບ​ ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ທັງສູນ​ກາງ ​ແລະ ​ທ້ອງ​ຖິ່ນ​ ເພື່ອ​ຊຸກຍູ້​, ຕິດຕາມ,​ ກວ​ດກາ ​ເພື່ອ​ໃຫ້​ບໍລິສັດ​ດັ່ງກ່າວ ​ປະຕິບັດ​ຕາມ​ກົດໝາຍ ​ວ່າ​ດ້ວຍ ການາສົ່ງ​ເສີມ​ການ​ລົງທຶນ​​​ ແລະ ​ກົດໝາຍ​ທີ່​ກ່ຽວຂ້ອງ ​ຢ່າງ​ເຂັ້ມ​ງວດ ​ແລະ​ ດຳ​ເນີນ​ໄປ​ດ້ວຍ​ຜົນສຳ​ເລັດ​.

ສຳລັບ​ເຂດພັດທະນາ ເດີ່ນ​ບິນ​ເກົ່າ ​ເມືອງ​ວັງ​ວຽງ​ ມີ​ເນື້ອ​ທີ່ 16​ ເຮັກຕາ​ກວ່າ​, ໄລ​ຍະ​ການ​ກໍ່ສ້າງ 5 ປີ​ ແລະ ​ໄລຍະ​ສຳ​ປະທານ 50 ປີ​, ມູນ​ຄ່າ​ ການ​ລົງທຶນທັງ​ໝົດ 200 ລ້ານ​ໂດ​ລາສະຫະລັດ.

ແຫລ່ງຂ່າວ : ຂ່າວສານປະເທດລາວ