ນັກຈິດວິທະຍາອິສາເອນເຜີຍ ຟັງເພງ + ເພີດເພີນ = ອຸປະຕິເຫດ

http://s1.boxzaracing.com/news/04/g0/

ນັກ​ຈິດ​ວິທະຍາ​ເພງ​ໃນ​ປະເທດ​ອິ​ສາ​ເອນ​ໄດ້​ເຜີຍ​ຂໍ້​ມູນ​ທີ່​ໜ້າ​ສົນ​ໃຈ​ຂອງ​ການ​ເກີດ​ອຸປະຕິເຫດ​ໃນ​ລົດ​​ທີ່​ມີ​ສາ​ເຫດ​ມາ​ຈາກ​ການ​ຟັງ​ເພງ ໂດຍ​ສະເພາະ​ຢ່າງ​ຍິ່ງ​ການ​ໃສ່​ເພງ​ທີ່ມັກ ​ຫລື ​ເພງ​ທີ່​ເຮັດໃຫ້​ເຈົ້າ​ເກີດ​ອາການ “ເພີດເພີນໄປ​ຕາມ​ອາລົມ” ບໍ່​ວ່າ​ຈະ​ເປັນ​ເພງ​ທີ່ມັກ ​ຫລື​ ບໍ່​ກໍ​ຕາມ

Professor Warren Brodsky ສາດ​ສະດາ​ຈານ​ນັກ​ຈິດ​ວິທະຍາ​ເພງ​ພາ​ກວິ​ຊາ​ສິນລະ​ປະ​ສາດ ມະຫາ​ວິທະຍາ​ໄລ Ben-Gurion ປະເທດ​ອິ​ສາ​ເອນ ໄດ້​ເຜີຍ​ຂໍ້​ມູນ​ຜ່ານ​ທາງ​ເວັບ​ໄຊຕ໌ haaretz.com ວ່າ​ການ​ຟັງ​ເພງ​ໃນ​ຂະນະ​ຂັບ​ລົດ ໂດຍ​ສະເພາະ​ເພງ​ທີ່​ເຮັດໃຫ້​ເກີດ​ອາລົມ​ຮ່ວມ​ໃນ​ການ​ຟັງ​ຈົນ​ເຮັດໃຫ້​ເກີດ​ສະພາ​ວະ​ຈິດ​ໃຈ​ທີ່​ລ່ອງ​ລອຍໄປ​ກັບ​ສິ່ງ​ອື່ນ ຊຶ່ງ​ຈະ​ສົ່ງ​ຜົນ​ຕໍ່​ສະ​ມາ​ທິ​ການ​ຂັບ​ຂີ່​ຈົນ​ສູນ​ເສຍ​ການ​ຄວບ​ຄຸມ​ລົດ​ຊົ່ວ​ຂະນະ​ ແລະ ​ກໍ່​ໃຫ້​ເກີດ​ອຸປະຕິເຫດ​ທາງ​ລົດ​ໄດ້​ຫລາຍ​ພໍໆ ກັບ​ເຫງົານອນແລ້ວ​ຂັບ

ຊຶ່ງ​ເພງ​ທີ່​ເກີດ​ອາລົມ​ຮ່ວມ​ນັ້ນ​ເກືອບ​ຈະ​ຄວບ​ຄຸມ​ຫລາຍ​ເພງ​ຫລາຍ​ແນວ ຕັ້ງ​ແຕ່​ເພງ​ທີ່​ເຮັດໃຫ້​ເກີດ​ແຮງ​ບັນ​ດານ​ໃຈ, ເພງ​ທີ່​ເຮັດໃຫ້​ເກີດ​ການ​ລຳ​ລຶກ​ເຫດການ​ໃນ​ອະ​ດີດ, ເພງ​ທີ່​ເຮັດໃຫ້​ເຈົ້າ​ມີ​ຄວາມ​ສຸກ​ຫລາຍ​ແລະ​ເພງ​ທີ່​ເຮັດໃຫ້​ເຈົ້າ​ເສົ້າ​ໜັກ​ຫລາຍ ຊຶ່ງ​ພຽງ​ພໍ​ທີ່​ຈະ​ເຮັດໃຫ້​ຜູ້​ຂັບ​ເກີດ​ສະພາ​ວະ​ ຝັນ​ກາງເວັນ​ໄດ້

ສຳ​ນັກ​ງານ​ເພື່ອ​ຄວາມ​ປອດ​ໄພ​ເທິງ​ທາງ​ຫລວງ​ແຫ່ງ​ຊາ​ດສະຫາຣັດ (NHTSA) ໄດ້​ເສີມ​ວ່າ ການ​ຂັບ​ລົດ​ໃນ​ສະພາບ​ເພີດເພີນ ແລະ​ ຝັນ​ກາງເວັນ ເປັນ​ໄພ​ຄຸກ​ຄາມ​ທີ່​ສຳຄັນ​ເທິງ​ຖະໜົນ​ຂອງ​ປະເທດ ໂດ​ຍສະ​ຖິ​ຕິ​ອຸປະຕິເຫດ​ຈາກ​ພາ​ວະ​ເພີດເພີນ​ເປັນ 1 ໃນ 4 ປັດ​ໄຈ​ຂອງ​ການ​ເກີດ​ອຸປະຕິເຫດ​ໃນ​ປະເທດ​ສະ​ຫາຣັດ ຫລາຍ​ເຖິງ 1.2 ລ້ານ​ຕໍ່​ປີ ໂດຍ​ຂໍ້​ມູນ​ຈາກ​ບໍລິສັດ​ອີ​ລີບ ປະ​ກັນ​ໄພ ໄດ້​ເຜີຍ​ວ່າ​ອຸປະຕິເຫດ​ທີ່​ເກີດ​ຈາກ​ການ​ຝັນ​ກາງເວັນ​ໃນ​ຂະນະ​ຂັບ​ລົດ​ເກີດ​ອຸປະຕິເຫດ​ທັງ​ແບບ​ເບົາ ໄປ​ຈົນ​ເຖິງ​ເກີດ​ອຸປະຕິເຫດ​ຮ້າຍແຮງ​ຊຶ່ງ​ຫລາຍ​ເຖິງ 60% ພາຍ​ໃນ​ຊ່ວງ​ໄລ​ຍະ​ເວລາ​ສອງ​ປີ

Brodsky ໄດ້​ໃຫ້​ຄຳ​ແນະ​ນຳ​ວ່າ​ບໍ່​ຄວນ​ຟັງ​ເພງ​ທີ່​ເຮັດໃຫ້​ເກີດ​ການ​ກະຕຸ້ນ​ທາງອາລົມ​ໄປ​ໃນ​ທາງ​ບວກ-ລົບ​ຫລາຍ​ຈົນ​ເຮັດໃຫ້​ເກີດ​ສະພາ​ວະ​ຈິດ​ໃຈ​ທີ່​ເລື່ອນລອຍ​ຈົນ​ເສຍ​ການ​ຄວບ​ຄຸມ ແລະ ​ພວກເຂົາ​ໄດ້​ເຄີຍ​ຄິດວ່າ​ຢາກ​ໃຫ້​ພາຍ​ໃນ​ລົດ​ມີ​ລະບົບ​ກວດ​ຈັບ​ສະພາບ​ອາລົມ​ຂອງ​ຄົນ​ຂັບ ຫາກ​ລະບົບ​ກວດ​ຈັບ​ສະພາ​ວະ​ຄົນ​ຂັບ​ລົດ​ໄດ້​ສູນ​ເສຍ​ການ​ຄວບ​ຄຸມ ລະບົບ​ຈະ​ແຈ້ງ​ເຕືອນ​ຄົນ​ຂັບ​ໄປ​ຈົນ​ເຖິງ​ການ​ຢຸດ​ຫລິ້ນ​ເພງ ຫລື​ ອາດ​ຢຸດ​ລົດ​ທັນ​ທີ