ນັກກິລາປິງປ່ອງເຍົາວະຊົນລາວ ຄວ້າຂັນຊະນະເລີດ ປະເພດດຽວຊາຍ ອາຍຸບໍ່ເກີນ 11 ປີ ທີ່ກາຕ້າ

0
636

ທ້າວ ໄຊຊະນະ ໄຊສະຫວັດ ນັກກິລາປິງປ່ອງເຍົາວະຊົນລາວ ຄວ້າຂັນຊະນະເລີດ ປະເພດດຽວຊາຍ ອາຍຸບໍ່ເກີນ 11 ປີ ໃນການແຂ່ງຂັນປິ່ງປ່ອງເຍົາວະຊົນສະສົມຄະແນນໂລກ ລະຫວ່າງວັນທີ 27-30 ມັງກອນ ທີ່ປະເທດ ກາຕ້າ.

ໃນຮອບຊິງຊະນະເລີດ ທ້າວ ໄຊຊະນະ ໄຊສະຫວັດ ເອົາຊະນະນັກກິລາ ຈາກ USA 3 ຕໍ່ 0 ແຊັດ ດ້ວຍຄະແນນ 11/8 11/6 11/2 ຄວ້າຂັນຊະນະເລີດໃນປະເພດ U11 ການແຂ່ງຂັນໃນປະເພດນີ້ມີນັກກິລາ 32 ຄົນ ໃນທົ່ວໂລກເຂົ້າຮ່ວມແຂ່ງຂັນ.
ສ່ວນນັກກິລາລາວ ອີກຫນື່ງຄົນ ທ້າວ ອານັນ ນັກກິລາສັງກັດໂຮງຮຽນພອນສະຫວັນ ກິລາ ລົງແຂ່ງຂັນ 2 ລາຍການ ປະເພດ U 17 ຜົນແຂ່ງຂັນຕົກຮອບ 16 ຄົນ ແລະ U19 ຜົນແຂ່ງຂັນຕົກຮອບທຳອິດ.

ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ມີຄະນະນຳ 7 ທ່ານ ນັກກິລາ 02 ຄົນ ເຂົ້າຮ່ວມ.
ຄະນະນຳທີ່ເຂົ້າຮ່ວມ ປະກອບມີ:
1 ທ່ານນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນປິງປ່ອງແຫ່ງຊາດລາວ
2 ທ່ານນາງ ສົມໃຈ ພົງສາ ເລຂາທິການສະຫະພັນປິ່ງປິ່ງແຫ່ງຊາດລາວ
3 ທ່ານ ທັດນະຄອນ ທຳມະວົງ ປະທານບໍລິສັດລາວເວີນ
4 ທ່ານ ນາງ ສີພອນຄຳ ດວງດາລາ ຜູ້ອຳນວຍການບໍລິສັດ ລາວເວີນ
5 ທ່ານນາງ ຄຣີດສຕີນ້າຊີ ຊ່ຽວຊານກິລາປິງປ່ອງຈາກປະເທດມາເລເຊຍ
6 ທ່ານນາງ ດາລາວອນ ມະນີຈັນ ຮອງເລຂາທິການ ທັງເປັນຄູຝືກ

ຂໍ້ມູນ: ເຊຍລາວ