ນະຄອນຫຼວງ ເລັ່ງແກ້ໄຂສຸກເສີນລະບາຍນ້ຳອອກຈາກຕົວເມືອງ

 

ເກີດ​ສະພາບ​ຝົນຕົກ​ໜັກ​ໃນ​ຄ່ຳ​ຄືນ​ວັນ​ທີ 1 ຕໍ່​ໃສ່​ເຊົ້າ​ຂອງ​ວັນ​ທີ 2 ກັນຍາ 2014 ນີ້ ເຮັດ​ໃຫ້​ຫຼາຍ​ພື້ນ​ທີ່ຢູ່​ນະຄອນ

ຫຼວງ​ວຽງ​ຈັນ ເປັນຕົ້ນ​ເຂດ​ເມືອງ​ໄຊ​ເຊດ​ຖາ ຖືກ​ນ້ຳ​ຖ້ວມ​ຄື: ຈຸດ 4 ແຍກ​ໄຟ​ອຳນາດ​ທາດຫຼວງ ບ້ານ​ໄຮ່​ຄຳ ບ້ານ​

ເມືອງ​ນ້ອຍ ແລະ ຈຸດ​ອື່ນໆ ໂດຍ​ສະເພາະ​ແມ່ນ​ພື້ນ​ທີ່​ຕ່ຳ ເຮືອນ​ຊານ​ຂອງ​ພໍ່​ແມ່​ປະຊາຊົນ ຕະຫຼາດ ແລະ ເສັ້ນທາງ

​ບາງ​ເສັ້ນ​ຢູ່​ຕົວ​ເມືອງ ສາເຫດ​ກໍ່​ຍ້ອນ​ນ້ຳ​ໄຫຼ​ບໍ່​ທັນ ແລະ ອີກ​ສາເຫດ​ໜຶ່ງ​ກໍ່​ຍ້ອນ​ລະບົບ​ຮ່ອງ​ລະບາຍ​ນ້ຳ​ມີ​ການ​ອັດ

ຕັນ ແລະ ມີ​ສິ່ງ​ກີດຂວາງ​ເຮັດ​ໃຫ້​ນ້ຳ​ໄຫຼ​ບໍ່​ສະດວກ.

 

ເພື່ອ​ເປັນ​ການ​ແກ້​ໄຂ​ສຸກ​ເສີນ ໃນ​ການ​ລະບາຍ​ນ້ຳ​ອອກ​ຈາກ​ຕົວ​ເມືອງ​ໃຫ້​ມີ​ການ​ບົກ​ແຫ້ງ​ໂດຍ​ໄວ ແລະ ບໍ່​ສ້າງ​ຜົນ​

ກະທົບ​ຕາມ​ມາ​ນັ້ນ ທ່ານ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ຈຶ່ງ​ໄດ້​ແຈ້ງ​ມາ​ຍັງ​ພາກສ່ວນ​ກ່ຽວຂ້ອງ ໂດຍ​ສະເພາະ

ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງ​ຈັນ ແລະ ອຳນາດ​ການ​ປົກຄອງ​ເມືອງ​ໄຊ​ເຊດ​ຖາ ແກ້​ໄຂ​ດ່ວນ

​ຈຸດ​ທີ່​ສຸກ​ເສີນ​ລະບາຍ​ນ້ຳ​ຄື ຈຸດ​ຂົວ​ຊຳ​ເຄ້ ເສັ້ນທາງ​ໄປ​ຫາ​ບ້ານ​ໂຊກ​ນ້ອຍ ເນື່ອງ​ຈາກ​ຂົວ​ຂ້າມ​ແຫ່ງ​ໃໝ່ ພວມ​ຢູ່​ໃນ​

ໄລຍະ​ກໍ່ສ້າງ​ທີ່​ຍັງ​ບໍ່​ທັນ​ສຳເລັດ ແລະ ຂົວ​ເຫຼັກ​ເກົ່າ​ທີ່​ໃຊ້​ໃນ​ປັດຈຸບັນ ມີ​ຊ່ອງ​ທາງ​ລະບາຍ​ນ້ຳ​ແຄບ ມີ​ຄວາມ​ຍາວ​ພຽງ

​ແຕ່ 15 ແມັດ ດັ່ງນັ້ນ ຈຶ່ງ​ໄດ້​ແກ້​ໄຂ​ສຸກ​ເສີນ​ດ້ວຍ​ວິທີ​ໃຊ້​ລົດ​ຈົກຈົກ​ດິນ​ຢູ່​ສົ້ນ​ຂົວ​ອອກ​ເພື່ອ​ວາງ​ທໍ່​ຂະໜາດ​ພີ 1 ແມັດ

ຈຳນວນ 4 ທໍ່​ເພື່ອ​ຊ່ວຍ​ລະບາຍ​ນ້ຳ​ອອກ​ຈາກ​ບຶງ​ທາດຫຼວງ ໃຫ້​ໄຫຼ​ລົງ​ໄປ​ສູ່​ຫ້ວຍ​ໝາກ​ຮຽວ​ແລ້ວ​ລົງ​ສູ່​ນ້ຳຂອງ.

 

ໃນ​ການຈັດຕັ້ງ​ປະຕິບັດ​ຕອນ​ບ່າຍ​ວັນ​ທີ 2 ກັນຍາ 2014 ນີ້ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ

​ວຽງ​ຈັນ ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ​ເຈົ້າເມືອງ ຮອງ​ເຈົ້າເມືອງ​ໄຊ​ເຊດ

​ຖາ ທ່ານ​ຫົວໜ້າ​ຮອງ​ຫົວໜ້າ​ພະ​ແນກ ​ຍທຂ ນະຄອນຫຼວງ ແລະ ພະນັກງານ​ທີ່​ກ່ຽວຂ້ອງ ກໍ່​ໄດ້​ລົງ​ຊຸກຍູ້​ຕິດຕາມ

ແລະ ຊີ້​ນຳ​ຢ່າງ​ໃກ້ຊິດ ເພື່ອ​ເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດ​ໃຫ້​ມີ​ຜົນສຳເລັດ ແລະ ແຈ້ງ​ເຕືອນ​ມາ​ຍັງ​ຜູ້​ທີ່​ໃຊ້​ເສັ້ນທາງ​

ໂດຍ​ຜ່ານ​ຂົວ​ແຫ່ງ​ນີ້ ໃຫ້​ໄປ​ໃຊ້​ເສັ້ນທາງ​ອື່ນ​ແທນ​ກ່ອນ ໃນ​ໄລຍະ 2-3 ວັນ​ຂ້າງ​ໜ້າ​ນີ້ ເນື່ອງ​ຈາກ​ປັດຈຸບັນ ກຳລັງ​

ວາງ​ທໍ່​ເຮັດ​ໃຫ້​ຈຸດ​ດັ່ງກ່າວ ບໍ່​ສາມາດ​ໄປ​ມາ​ໄດ້​ຄື​ແຕ່​ກ່ອນ.

 

ແຫຼ່ງຂ່າວ: ວຽງຈັນໃໝ່