ນະຄອນຫຼວງໂຈະຈັດງານແຂ່ງຂັນຊ່ວງເຮືອທີ່ທ່າວັດຈັນປີນີ້

ງານບຸນຊ່ວງເຮືອທີ່ທ່າວັດຈັນປະຈຳປີ 2021 ງຽບເຫງົາ ເມື່ອທາງການທີ່ກ່ຽວຂ້ອງອອກແຈ້ງການຫ້າມບໍ່ໃຫ້ມີການຈັດງານແຂ່ງຂັນເຮືອຊ່ວງເຮືອທຸກປະເພດ ເນື່ອງໃນງານບຸນອອກພັນສາປະວໍລະນາ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນຍັງເປັນແຜ່ວົງກວ້າງ.

ອີງຕາມແຈ້ງການຂອງພະແນກສຶກສານະຄອນຫຼວງວຽງຈັນ, ເລກທີ 2443, ລົງວັນທີ 20 ຕຸລາ 2021 ເລື່ອງຫ້າມຈັດການແຂ່ງຂັນກິລາເຮືອຊ່ວງທຸກປະເພດນັບແຕ່ວັນທີ 20-30 ຕຸລາ 2021  ເຊິ່ງເປັນການແຂ່ງຂັນກິລາປະເພນີ ໂດຍສະເພາະກໍແມ່ນ ວັນບຸນອອກພັນສາປະວໍລະນາ ທີ່ປະຊາຊົນລາວປະຕິບັດສືບທອດກັນມາ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດໃນນະຄອນຫຼວງວຽງຈັນທີ່ຍັງມີຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດໃນຊຸມຊົນ ແລະຂະຫຍາຍເປັນວົງກວ້າງ.

ໜ້າເສຍດາຍງານບຸນປະເພນີອັນສຳຄັນຂອງຊາດຕ້ອງໄດ້ໂຈະໄປຫຼາຍງານໃນທົ່ວປະເທດສຳລັບປີນີ້ ຍ້ອນພະຍາດໂຄວິດ-19 ທີ່ຍັງແຜ່ລະບາດ, ຫວັງວ່າປີໜ້າຟ້າໃໝ່ປີໃໝ່ ຊາວນະຄອນຫຼວງວຽງຈັນພວກເຮົາຈະໄດ້ຊົມ-ເຊຍງານບຸນຊ່ວງເຮືອທ່າວັດຈັນໄດ້ຄືນໃໝ່ອີກຄັ້ງ.

ຢ່າງໃດກໍຕາມ, ເທສະການຊ່ວງເຮືອທີ່ທ່າວັດຈັນ ປະຈຳປີ 2020 ຜ່ານມາກໍໄດ້ຮັບອະນຸຍາດຈັດງານແຕ່ລົດຈຳນວນເຮືອຊ່ວງໃຫ້ໜ້ອຍລົງ ພ້ອມອະນຸຍາດໃຫ້ບັນດາຊາວຄ້າຂາຍສາມາດຕັ້ງຮ້ານວາງສະແດງ ແລະຂາຍສິນຄ້າໄດ້ໃນຈຳນວນຈຳກັດ.