ນະຄອນຫຼວງວຽງຈັນຖະແຫຼງ! ຜູ້ຂັບຂີ່ລະເມີດກົດຈະລາຈອນຮອດ 3 ຄັ້ງຈະຖືກປັບໃໝ 20 ເທົ່າ

ໃນວັນທີ 18 ເມສາ ນີ້,ທ່ານ ພັນໂທ ກົງສີ ສຸວັນນະຕຸ້ມ ຫົວຫນ້າກົມຕໍາຫຼວດຈະລາຈອນ ແລະ  ຫົວຫນ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການປະຕິບັດມາດຕະການປັບໃໝ 20 ເທົ່າຕໍ່ຜູ້ຂັບຂີ່ເມົາແລ້ວຂັບ.

ທ່ານ ພັນໂທ ເພັງສະຫວັນ ທໍາມະບູນ ຫົວຫນ້າພະແນກຕໍາຫລວດຈະລາຈອນ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນກອງປະຊຸມເຊື່ອມຊືມຂໍ້ຕົກລົງສະບັບເລກທີ 1323/ຈນວ, ລົງວັນທີ 21 ທັນວາ 2018 ວ່າດ້ວຍມາດຕະການຫຼຸດຜ່ອນອຸປະຕິເຫດ ແລະ ຮັກສາຄວາມປອດໄພທ້ອງຖະໜົນທົ່ວນະຄອນຫຼວງວຽງຈັນ,ໄດ້ຕົກລົງກັນວ່າ: ນັບແຕ່ເດືອນກໍລະກົດ ນີ້ເປັນຕົ້ນໄປຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ, ຈະໄດ້ນໍາໃຊ້ມາດຕະການປັບໃຫມ 20 ເທົ່າຕໍ່ຜູ້ຂັບຂີ່ດື່ມສິ່ງມືນເມົາຢ່າງເຂັ້ມງວດຄື: ໃນມາດຕາ 13 ຂອງໝວດທີ III ຂອງຂໍ້ຕົກລົງດັ່ງກ່າວໄດ້ລະບຸໄວ້ວ່າ: ເມື່ອກວດພົບທາດເຫຼົ້າ ແລະ ສິ່ງມືນເມົາ ໃນຮ່າງກາຍຂອງຜູ້ຂັບຂີ່ຍານພາຫະນະເກີນປະລິມານທີ່ກໍານົດໄວ້ໃນມາດຕາ20 ຂອງກົດໝາຍ ວ່າດ້ວຍການຈະລາຈອນທາງບົກໃຫ້ປະຕິບັດມາດຕະການຕໍ່ຜູ້ຂັບຂີ່ດັ່ງນີ້:

ຄັ້ງທີ 1: ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ກັກໃບຂັບຂີ່ 1 ເດືອນ ແລະ ປັບໃໝຕໍ່າສຸດຕາມມາດຕາ 5 ຂອງດໍາລັດເລກທີ188/ນຍ, ລົງວັນທີ 03 ກໍລະກົດ 2007 ແລະ ຕາມມາດຕາ2 ຂອງມະຕິກອງປະຊຸມສະໄຫມສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ສະບັບເລກທີ028/ສປ ນວ, ລົງວັນທີ 06 ກັນຍາ 2018.

ຄັ້ງທີ 2: ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ກັກໃບຂັບຂີ່ 3 ເດືອນ ແລະ ປັບໃຫມ 10 ເທົ່າ ຕາມມາດຕາ 5 ຂອງດໍາລັດດັ່ງກ່າວ.

ຄັ້ງທີ 3: ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ກັກໃບຂັບຂີ່ 6 ເດືອນຫາ 1 ປີ ແລະ ປັບໃໝ 20 ເທົ່າຕາມມາດຕາ 5 ຂອງດໍາລັດເລກທີ 188/ນຍ.

ຄັ້ງທີ 4: ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ຢຶດໃບຂັບຂີ່ 1 ປີ ຈຶ່ງອະນຸຍາດໃຫ້ໄປເສັງເອົາໃບຂັບຂີ່ຄືນໃໝ່ ແລະ ປັບໃໝ 20 ເທົ່າຕາມມາດຕາ 5 ຂອງດໍາລັດເລກທີ 188/ນຍ, ກໍລະນີຜູ້ຂັບຂີ່ຍານພາຫະນະ ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມຶນເມົາ ເປັນຕົ້ນເຫດພາໃຫ້ເກີດອຸປະຕິເຫດແມ່ນໃຫ້ນໍາໃຊ້ມາດຕະການສູງສຸດຕາມຄັ້ງທີ 4 ຂ້າງເທີງ ແລະ ດໍາເນີນຄະດີຕາມກົດໝາຍທີ່ກ່ຽວຂ້ອງ.

ທ່ານ ພັນໂທ ກົງສີ ສຸວັນນະຕຸ້ມ ຫົວຫນ້າກົມຕໍາຫຼວດຈະລາຈອນ ໃຫ້ຮູ້ວ່າ: ປັດຈຸບັນສະພາບການເກີດອຸປະຕິເຫດທ້ອງຖະໜົນມີລັກສະນະຮຸນແຮງຂຶ້ນ, ສະເລ່ຍທົ່ວປະເທດ ມື້ໜຶ່ງຈະມີອຸປະຕິເຫດເກີດຂຶ້ນກ່ວາ 5 ກໍລະນີ ແລະ ມີຜູ້ເສຍຊີວິດ 3 ຄົນ ຕໍ່ມື້. ສະເພາະໃນປີຜ່ານມາທົ່ວປະເທດມີອຸປະຕິເຫດທັງຫມົດ 5.700 ກວ່າກໍລະນີ.ມີຜູ້ເສຍຊີວິດ 987 ຄົນ ສາເຫດຕົ້ນຕໍຍ້ອນດື່ມສິ່ງມຶນເມົາ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: laophattananews