ນະຄອນຫຼວງພະບາງຈະນຳໃຊ້ມາດຕະການເດັດຂາດຕໍ່ຜູ້ລະເມີດນຳໃຊ້ສີໝາຍຈອງບ່ອນຂາຍເຄື່ອງໃນງານບຸນໂລະລາດ

0
639

ໃນງານບຸນໂລະລາດ ໂອກາດບຸນປີໃໝ່ລາວ ແລະບຸນຫໍ່ເຂົ້າປະດັບດີນໃນແຕ່ລະປີ ກ່ອນໜ້າມື້ບຸນຈະພົບເຫັນການນຳໃຊ້ສີສະເປ, ນ້ຳສີ ແລະເຊືອກຟາງ ໝາຍຈຸດຂາຍເຄື່ອງຕາມເສັ້ນທາງກາງເມືອງ ຂອງນະຄອນຫຼວງພະບາງ ເຮັດໃຫ້ເສັ້ນທາງ ແລະທາງຍ່າງ ມີຄວາມເປີະເປື້ອນ ພາຍໃນຕົວເມືອງ.

May be an image of 1 person and standing

ໃນວັນທີ 30 ມີນາ 2023 ທາງ Lao National Radio ໄດ້ລາຍງານວ່າ: ຄະນະກຳມະການຈັດສັນ ຄວາມເປັນລະບຽບຮຽບຮ້ອຍຂອງງານໂລະລາດ ໄດ້ແຕ່ງຕັ້ງຄະນະກຳມະການສົມທົບກັບອົງການປົກຄອງບ້ານ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍ ແລະຊອກກາຜູ້ທີ່ລະເມີດຕໍ່ລະບຽບການທີ່ວາງອອກ ເພື່ອນຳໃຊ້ມາດຕະການສຶກສາອົບຮົມ ແລະປັບໃໝ ພ້ອມທັງປະຕິບັດຕາມລະບຽບ, ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ເພື່ອເຮັດໃຫ້ງານຕະຫຼາດນັດ ຫຼື ງານໂລະລາດແບບມວນຊົນ ໃນໂອກາດບຸນປີໃໝ່ລາວໃນປີນີ້ ມີຄວາມເປັນລະບຽບຮຽບຮ້ອຍ ປະທານຈັດງານບຸນ ໄດ້ແຕ່ງຄະນະກຳມະການ ເພື່ອຈັດສັນ ແລະກວດກາຄວາມເປັນລະບຽບຮຽບຮ້ອຍ ຕາມລະບຽບການທີ່ທ່ານເຈົ້າແຂວງໄດ້ກຳນົດ ແນໃສ່ເຮັດໃຫ້ເຂດການຈັດງານໂລະລາດ ມີຄວາມຈົບງາມ ທັງອຳນວຍຄວາມສະດວກໃຫ້ກັບມວນຊົນທີ່ເຂົ້າໄປທ່ຽວຊົມ, ສຳລັບຜູ້ທີ່ລະເມີດຕໍ່ລະບຽບການ ໂດຍສະເພາະນຳໃຊ້ສີສະເປ, ນ້ຳສີ ແລະເຊືອກຟາງ ໝາຍຈຸດຂາຍເຄື່ອງ ຈະໄດ້ນຳໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝ ຕາມລະບຽບການ.

ທ່ານ ສົມຫວັງ ພົມມະກອນ ໃຫ້ຮູ້ຕື່ມວ່າ: ສຳລັບບຸກຄົນ ຫຼື ຫົວໜ່ວຍທຸລະກິດ ຫາກມີຈຸດປະສົງຕ້ອງການຂາຍເຄື່ອງ ຫຼື ຕັ້ງສະຖານທີ່ໂຄສະນາສີນຄ້າ ພາຍໃນງານໂລະລາດ ຂໍໃຫ້ເຂົ້າໄປພົວພັນກັບຄະນະຮັບຜິດຊອບ ເພື່ອຈະໄດ້ຈັດສັນໃຫ້ມີຄວາມຖືກຕ້ອງ ແລະ ເໝາະສົມ.