ນະຄອນຫຼວງເຂົ້າຮ່ວມຄະນະສະເພາະກິດລະດັບຊາດ ແກ້ໄຂບັນຫາບໍລິສັດລະດົມທຶນຜິດກົດໝາຍ

ສຳນັກງານປົກຄອງນະຄອນຫຼວງວຽງຈັນ, ຮູບ: google

ອີງຕາມແຫຼ່ງຂ່າວຈາກ ນະຄອນຫຼວງວຽງຈັນ ເມື່ອວັນທີ 9 ພຶດສະພາ 2017 ທີ່ຜ່ານມາ, ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ເຮັດໜັງສືທາງການແຈ້ງໄປຍັງ ທະນາຄານແຫ່ງ ສປປ ລາວ ເພື່ອແຈ້ງລາຍລະອຽດການປະກອບບຸກຄະລາກອນເພື່ອເຂົ້າຮ່ວມ ຄະນະສະເພາະກິດລະດັບຊາດ ເພື່ອແກ້ໄຂບັນຫາບໍລິສັດທີ່ເຄື່ອນໄຫວໃຫ້ການບໍລິການລະດົມທຶນທີ່ຜິດລະບຽບ-ກົດໝາຍ ໂດຍຈົດໝາຍທາງການດັ່ງກ່າວໄດ້ແຈ້ງວ່າ ທາງນະຄອນຫຼວງວຽງຈັນໄດ້ແຕ່ງຕັ້ງໃຫ້ ທ່ານ ໂສວັນ ນຸພາບພະວົງສີ ຮອງຫົວໜ້າພະແນກອຸດສາຫະກຳແລະການຄ້ານະຄອນຫຼວງວຽງຈັນ ແລະ ທ່ານ ຂັນຕີ ສີສຸລາດ ຫົວໜ້າໜ່ວຍງານທະບຽນວິສາຫະກິດ ພະແນກອຸດສາຫະກຳແລະການຄ້ານະຄອນຫຼວງວຽງຈັນ ເຂົ້າຮ່ວມເປັນຄະນະສະເພາະກິດດັ່ງກ່າວ.

ໃນຂະນະທີ່ເມື່ອວັນທີ 27 ເມສາ 2017 ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເຕືອນເຖິງປະຊາຊົນ ໃຫ້ມີສະຕິລະມັດລະວັງ ບໍ່ໃຫ້ຕົກເປັນເຫຍື່ອບັນດາບໍລິສັດທີ່ລະດົມທຶນຢ່າງໝົດກົດໝາຍ ເຊິ່ງອາດຈະສ້າງຄວາມເສຍຫາຍໃຫ້ແກ່ຕົນເອງໄດ້.
ອ່ານຂ່າວດັ່ງກ່າວໄດ້ທີ່ນີ້: https://www.laopost.com/2017/05/09/89693