ນະຄອນຫລວງຫ້າມນຳ​ເຂົ້າ​ຈຳ​ໜ່າຍວັດຖຸ​ມີ​ສຽງ​ແຕກ (ແຕ່ຍັງມີ)

ໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ ແລະ ສປຈີນ, ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ນະຄອນຫລວງ​ວຽງ​ຈັນ, ​ໄດ້​ອອກ​ແຈ້ງ​ການເຖິງ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ຜູ້ນຳ​ເຂົ້າ ​ແລະ ຜູ້​ຈຳໜ່າຍ​ສິນຄ້າ, ຜູ້​ປະກອບ​ການ​ທຸລະ​ກິດ​ຕະຫລາດ, ສູນ​ການ​ຄ້າ, ຮ້ານ​ສັບພະ​ສິນຄ້າ ​ແລະ ສະຖານ​ທີ່​ຈຳໜ່າຍ​ອື່ນໆ, ລວມທັງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແລະ ຊາວ​ຕ່າງປະ​ເທດ​ໃນ​​ທົ່ວ​ນະຄອນຫລວງ​ວຽງ​ຈັນ ຫ້າມ​ນຳ​ເຂົ້າ​, ຈຳໜ່າຍ ​ແລະ ​ມີ​ໄວ້​ຄອບ​ຄອງ ວັດຖຸມີສຽງແຕກເຊັ່ນ: ບັ້ງ​ກະ​ໂພ​ກ, ດອກ​ໄມ້​ໄຟ, ບັ້ງ​ພຸ ​ແລະ ວັດຖຸ​ເປັນ​ແສງ​ໄຟ​ທີ່ເປັນ​ອັນຕະລາຍ​ຕໍ່​ຊິວິດ ​ແລະ ຊັບ​ສິນ​ຂອງ​ສັງຄົມ, ​ເພື່ອ​ເປັນ​ການ​ປູກ​ຈິດ​ສຳນຶກ ​ໃຫ້​ປະຊາຊົນ​ບັນດາ​ເຜົ່າຮັກສາ​ໄດ້​ຮີດຄອງ​ປະ​ເພນີວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ, ທັງຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່ນະຄອນຫລວງ​ວຽງ​ຈັນ, ​ແນ​ໃສ່​ຊຸກຍູ້​ຫົວໜ່ວຍ​ທຸລະ​ກິດ​ການ​ຄ້າ​ໃຫ້​ເຄື່ອນ​ໄຫ​ວຖືກຕ້ອງ​ສອດຄ່ອງ​ຕາມ​ກົດໝາຍ. ຖ້າຫາກ​ບຸກຄົນ ຫລື​ ນິຕິບຸກຄົນໃດ​ລະ​ເມີດ​ຕໍ່​ແຈ້ງ​ການ​ສະບັບ​ນີ້, ​ຈະ​ໄດ້​ຢຶດ​ເອົາ​ສິນຄ້າ​ດັ່ງກ່າວ, ພ້ອມ​ທັງ​ປັບ​​ໄໝ​ແຕ່ 1 ລ້ານ ຫາ 5 ລ້ານກີບ/ຄັ້ງ, ຕໍ່ກໍລະນີ​ເຮັດ​ເປັນ​ປະຈຳແມ່ນ​ຈະ​ຖືກດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ມອບ​ໝາຍໃຫ້ຫ້ອງການ​ອຸດສາຫະກຳ ​ແລະ ການຄ້າ​ເມືອງ ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ອົງການ​ປົກຄອງ​ເມືອງ, ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ກອງ​ບັນຊາ​ການ​ທະຫານ ​ແລະ ອົງການ​ປົກຄອງ​ບ້ານ ລົງ​ໂຄສະນາ​ເຜີຍ​ແຜ່​ແຈ້ງ​ການ​ດັ່ງກ່າວ, ​ໃຫ້​ປະຊາຊົນ, ບັນດາ​ຫົວໜ່ວຍ​ທຸລະ​ກິດ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໃນ​ຂອບ​ເຂດ​ເມືອງ​ຂອງ​ຕົນ​ ໄດ້​ຮັບ​ຊາບ​ເພື່ອ​ໃຫ້​ຢຸດຕິ​ການ​ນຳ​ເຂົ້າ​ ແລະ ຈຳໜ່າຍສິນຄ້າ​ດັ່ງກ່າວຢ່າງສີ້ນເຊີງ ແຕ່ໃນຄໍ້າຄືນ 15 ກຸມພາທີ່ຜ່ານມາຢູ່ໃນນະຄອນຫຼວງວຽງຈັນ ແມ່ນໄດ້ມີສຽງຈູດບັງໄຟດອກ, ໝາກກະໂພກ ດັງເປັນໄລຍະ ໄລຍະຈົນຮອດທ່ຽງຄືນ.

 

ແຫລ່ງຂ່າວ: Sengaloun Sayalath