ນວ ອອກຄຳສັ່ງ! ຜູ້ຈູດຂີ້ເຫຍື້ອຊະຊາຍຈະຖືກດຳເນີນຄະດີທາງແພ່ງ ແລະ ທາງອາຍາ

ບັນຫາດ້ານສິ່ງແວດລ້ອມທີ່ເກີດຂຶ້ນໃນປັດຈຸບັນ ໂດຍສະເພາະໃນຂອບເຂດເມືອງໃຫຍ່ເປັນຕົ້ນແມ່ນ ນະຄອນຫຼວງວຽງຈັນ ບໍ່ວ່າຈະເປັນເຫດການມີໝອກຄວັນ PM 2.5 ເກີນມາດຕະຖານ, ໄຟໄໝ້ປ່າຫຍ້າທີ່ຫຼັງສວນເຈົ້າອານຸວົງ, ການຈູດຂີ້ເຫຍື້ອຊະຊາຍ, ການຈູດປ່າ ແລະ ການຈູດໄຮ່ນາຮົ້ວສວນ ຄວັນຈາກການເຜົາໄໝ້ເຫຼົ່ານີ້ລ້ວນສົ່ງຜົນກະທົບຕໍ່ສະພາບດິນຟ້າອາກາດ.

ນະຄອນຫຼວງວຽງຈັນ ອອກຄຳສັ່ງໃຫ້ເພີ່ມທະວີຄວາມຮັບຜິດຊອບສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂເຫດການຈຸດຂີ້ເຫຍື້ອ, ຈຸດປ່າ ແລະ ຈຸດທົ່ງນາຮົ້ວສວນຊະຊາຍ ໃນພື້ນທີ່ຂອງຕົນເອງ ໂດຍໃຫ້ທຸກເມືອງ, ທຸກບ້ານ, ສຳນັກງານ-ອົງການ, ບໍລິສັດ ແລະ ປະຊາຊົນຮ່ວມກັນເປັນເຈົ້າການ ເປັນຜູ້ຮັບຜິດຊອບຄວບຄຸມ ແລະ ແກ້ໄຂໂດຍກົງ, ຫາກທ່ານພົບເຫັນມີການຈູດຂີ້ເຫຍື້ອແມ່ນໃຫ້ໂທແຈ້ງສາຍດ່ວນ 1168  ໄດ້ຕະຫຼອດ 24 ຊົ່ວໂມງ.

ມາດຕະການແກ້ໄຂຕໍ່ຜູ້ກໍ່ໃຫ້ເກີດມີເຫດການໄຟໄໝ້ ແລະ ມີອາຍຄວັນມົນລະພິດ, ສ້າງຄວາມເສຍຫາຍໃຫ້ປະຊາຊົນຢູ່ອ້ອມຂ້າງ ແລະ ສັງຄົມ ໃຫ້ດຳເນີນການກ່າວເຕືອນ ແລະ ດຳເນີນຄະດີທາງແພ່ງ ຫຼື ອາຍາ ຕາມສະຖານໜັກ ຫຼື ເບົາ, ເຊິ່ງກົດໝາຍກ່ຽວຂ້ອງໄດ້ກຳນົດໄວ້ໃນມາດຕາ 69 ຂອງກົດມາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ.

 

ຮຽບຮຽງຂ່າວ: ພຸດສະດີ

 

1 COMMENT

  1. ຢາກໃຫ້ພາກສ່ວນສິ່ງແວດລ້ອມມີກົນໄກທີ່ດີໃນການຕິດຕາມ ກວດກາ ສະກັດກັ້ນ ແລະ ລົງໂທດການຈູດຂີ້ເຫຍື້ອຊະຊາຍໃນນະຄອນຫຼວງ ໂດຍສະເພາະ ເລາະຕາມສາຍທາງ 450 ປີ ແລະ ສະຖານທີ່ສ່ວນຕົວອື່ນໆ
    1. ມອບໃຫ້ການຈັດຕັ້ງບ້ານເປັນຜູ້ຈັດຕັ້ງປະຕິບັດ
    2. ມອບງົບປະມານຈຳນວນນຶ່ງເພື່ອຈັດຕັ້ງປະຕິບັດ
    3. ຖ້າມີການປັບໃໝເປັນເງິນ ແລະ ຄ່າປັບໃໝຕ້ອງມອບໃຫ້ບ້ານເພື່ອເປັນໄມ້ງັດໃນການປະຕິບັດງານໃຫ້ມີປະສິດທິພາບ
    4. ຖ້າບ້ານໃດມີຜົນງານດີຕ້ອງມີການຍ້ອງຍໍຢ່າງເໝາະສົມ

Comments are closed.