ນວ ປັບປຸງລະບົບໄຟເຍືອງທາງຫຼາຍຈຸດຄາດວ່າຈະສຳເລັດໃນທ້າຍປີນີ້

ທ່ານ ຊົງ​ເລົາ ຢົງ​ນູ ຫົວ­ໜ້າ​ພະ​ແນກ​ພະ­ລັງ­ງານ ແລະ ບໍ່​ແຮ່​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໃຫ້​ສຳ­ພາດ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ໄຟ​ເຍືອງ​ທາງ​ໃນ ນວ ທີ່​ໄດ້​ຮັບ​ການ​ຊ່ວຍ​ລ້າ​ຈາກ​ລັດ­ຖະ­ບານ ສປ ຈີນ ໂດຍ​ອີງ­ໃສ່​ສັນ­ຍາ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ ເຕັກ­ນິກ​ລະ­ຫວ່າງ​ລັດ­ຖະ­ບານ ສປປ ລາວ ແລະ ສປ ຈີນ ວ່າ​ດ້ວຍ​ການ​ສະ­ໜອງ​ການ​ຊ່ວຍ­ເຫຼືອ​ລ້າ​ຈຳ­ນວນ 1 ຕື້​ຢວນ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ພັດ­ທະ­ນາ​ລະ­ບົບ​ແສງ​ສະ­ຫວ່າງ​ໃນ ນວ.

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ໃນ​ປີ 2016-2017 ທ່ານ​ເຈົ້າ​ຄອງ ນວ ໄດ້​ຊີ້​ນຳ​ພະ​ແນກ​ພະ­ລັງ­ງານ ແລະ ບໍ່​ແຮ່ ນວ ສ້າງ​ແຜນ​ໂຄງ­ການ​ກ່ຽວ​ກັບ​ການ​ຄົ້ນ­ຄວ້າ ການ​ປະ­ຕິ​ຮູບ​ລະ­ບົບ​ໄຟ​ເຍືອງ​ທາງ​ແສງ​ສະ­ຫວ່າງ​ສາ­ທາ­ລະ­ນະ​ຢູ່ ນວ ດັ່ງ­ນັ້ນ ຈຶ່ງ​ໄດ້​ສຶກ​ສາ​ສຳ​ຫຼວດ​ວຽກ​ງານ​ດັ່ງ­ກ່າວ​ສຳ­ເລັດ​ໃນ​ທ້າຍ​ປີ 2017 ມາ​ຮອດ​ປີ 2018 ໄດ້​ຂຽນ​ບົດ​ເພື່ອ​ຊອກ​ຫາ​ແຫຼ່ງ​ທຶນ​ມາ​ພັດ­ທະ­ນາ ຫຼັງ​ຈາກ​ສຳ­ເລັດ​ໂຄງ­ການ​ຄົ້ນ­ຄວ້າ ການ​ປະ­ຕິ​ຮູບ​ລະ­ບົບ​ໄຟ​ແສງ​ສະ­ຫວ່າງ​ສາ­ທາ­ລະ­ນະ​ໃນ ນວ ພະ​ແນກ​ພະ­ລັງ­ງານ ແລະ ບໍ່​ແຮ່ ນວ ໄດ້​ຂຽນ​ບົດ​ສະ­ເໜີ​ໂຄງ­ການ​ຂໍ​ການ​ຊ່ວຍ­ເຫຼືອ​ຈາກ​ລັດ­ຖະ­ບານ ສປ ຈີນ ແລະ ໄດ້​ຮັບ​ການ​ຕອບ​ຮັບ​ໃນ​ທ້າຍ​ປີ 2019 ມູນ​ຄ່າ 300 ລ້ານ​ຢວນ ເພື່ອ​ໂຄງ­ການ​ຍົກ​ລະ­ດັບ​ລະ­ບົບ​ໄຟ­ຟ້າ​ເຂດ​ຊານ­ເມືອງ ແລະ ສ່ວນ​ໜຶ່ງ​ໃນ​ເຂດ​ຕົວ​ເມືອງ​ຢູ່ ນວ ເຊິ່ງ​ຝ່າຍ​ຈີນ​ໄດ້​ສົ່ງ​ທີມ​ງານ​ວິ­ຊາ​ການ ເຂົ້າ​ມາ​ກວດ­ກາ​ພາກ​ສະ­ໜາມ​ຂອງ​ໂຄງ­ການ​ຮ່ວມ​ກັບ​ຝ່າຍ​ລາວ ນຳ​ໂດຍ​ພະ​ແນກ​ພະ­ລັງ­ງານ ແລະ ບໍ່​ແຮ່ ຮ່ວມ​ກັບ​ບັນ­ດາ​ພະ­ແນກ­ການ ເມືອງ​ຕ່າງໆ​ໃນ​ລະ­ຫວ່າງ​ເດືອນ​ເມ­ສາ​ຫາ​ພຶດ­ສະ­ພາ 2019.

ມາ​ຮອດ​ເດືອນ​ພຶດ­ສະ­ພາ 2020 ທາງ​ການ​ຈຶ່ງ​ໄດ້​ຮັບ​ແຈ້ງ​ການ​ຊ່ວຍ­ເຫຼືອ​ໄລ­ຍະ​ທີ 1 ໃນ 2 ໜ້າ​ວຽກ ມູນ​ຄ່າ 87,5 ລ້ານ​ຢວນ ສຸມ​ໃສ່​ການ​ປັບ­ປຸງ​ລະ­ບົບ​ນ້ຳ­ພຸ ລະ­ບົບ​ໄຟ​ເຍືອງ​ສວນ​ປະ­ຕູ​ໄຊ ແລະ ຍົກ​ລະ­ດັບ​ລະ­ບົບ​ໄຟ​ເຍືອງ​ທາງ​ໃນ 7 ເສັ້ນ­ທາງ​ເຂດ​ໃຈ­ກາງ​ເມືອງ​ຂອງ ນວ ປະ­ກອບ​ມີ:

1. ຖະ­ໜົນ​ລ້ານ​ຊ້າງ ຍາວ 999 ແມັດ.
2. ຖະ­ໜົນ 23 ສິງ­ຫາ ແຕ່​ປະ­ຕູ​ໄຊ​ຫາ​ວົງ­ວຽນ​ນ້ອຍ​ຂ້າງ​ເດີນ​ທາດ­ຫຼວງ.
3. ຖະ­ໜົນ​ໜອງ​ບອນ ແຕ່ 4 ໄຟ​ອຳ­ນາດ​ໜອງ​ບອນ ຫາ​ຖະ­ໜົນ 23 ສິງ­ຫາ ໄປ​ຫາ​ວົງ­ວຽນ 450 ປີ.
4. ຖະ­ໜົນ​ໄກ­ສອນ​ພົມ­ວິ­ຫານ ແຕ່​ວົງ­ວຽນ 450 ປີ ກັບ​ມາ​ຮອດ​ສວນ​ປະ­ຕູ​ໄຊ.
5. ຖະ­ໜົນ​ມະ­ໂຫ­ສົດ ແຕ່ 3 ແຍກ​ຫໍ­ຄຳ ຫາ​ໂຮງ­ໝໍ​ມະ­ໂຫ­ສົດ ຫາ 3 ແຍກ​ຕາ­ຝັ່ງ​ເຈື່ອນ​ແຄມ​ຂອງ.
6. ຖະ­ໜົນ​ຕາ­ຝັ່ງ​ເຈື່ອນ ແຕ່ 3 ແຍກ​ຂ້າງ​ສວນ​ເຈົ້າ​ອະ­ນຸ­ວົງ ຫາ​ວົງ­ວຽນ​ປາກ​ປາ​ສັກ.
7. ຖະ­ໜົນ​ເສດ​ຖາ​ທິ​ລາດ ແຕ່​ວົງ­ວຽນ​ປາກ​ປ່າ​ສັກ ຫາ 4 ແຍກ​ມະ­ໂຫ­ສົດ.

ໃນ​ຈຳ­ນວນ 7 ເສັ້ນ­ທາງ​ນີ້  ນັບ​ແຕ່​ເສັ້ນ­ທາງ​ເບີ 1 ຫາ​ເບີ 5 ຈະ​ໄດ້​ປັບ­ປຸງ​ລະ­ບົບ​ດ້ວຍ​ການ​ປ່ຽນ​ລະ­ບົບ​ໄຟ​ເຍືອງ​ທາງ​ໃໝ່ ແລະ ຈະ​ເອົາ​ລະ­ບົບ​ສາຍ​ໄຟ​ເຍືອງ​ທາງ​ລົງ​ໃຕ້​ດິນ ສ່ວນ​ເສັ້ນ­ທາງ​ເບີ 6 ແລະ ເບີ 7 ຈະ​ປັບ­ປຸງ​ໂດຍ​ໃຊ້​ລະ­ບົບ​ສາຍ​ໄຟ​ເກົ່າ ໂຄງ­ການ​ດັ່ງ­ກ່າວ​ຈະ​ຕ້ອງ​ເຮັດ​ໃຫ້​ສຳ­ເລັດ​ລະ­ບົບ​ນ້ຳ­ພຸ ສວນ​ປະ­ຕູ​ໄຊ ເສັ້ນ­ທາງ​ເບີ 1 ແລະ ເບີ 4 ຊ່ວງ​ວົງ­ວຽນ 450 ປີ ຫາ​ປະ­ຕູ​ໄຊ ເພື່ອ​ຄຳ­ນັບ​ຮັບ​ຕ້ອນ​ວັນ­ຊາດ​ທີ 2 ທັນ­ວາ ຄົບ­ຮອບ 45 ປີ ຄາດ​ວ່າ​ຈະ​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ກໍ່­ສ້າງ​ຢູ່​ພາກ​ສະ­ໜາມ​ໃນ​ກາງ​ເດືອນ​ກັນ­ຍາ​ນີ້​ເປັນ­ຕົ້ນ​ໄປ.

ຮຽບຮຽງຂ່າວ: ພຸດສະດີ