ທ້າວ ສີສຸກ ດາວເຮືອງ ຖືກຈັບແລ້ວ ເຊື່ອກ່ຽວຂ້ອງກັບເຄືອຂ່າຍໄຊຊະນະ

ອີງຕາມແຫຼ່ງຂ່່າວທີ່ໜ້າເຊື່ອຖືລາຍງານວ່າ ມື້ວານນີ້, ວັນທີ 1 ເມສາ 2017 ເຈົ້າໜ້າທີ່ຕຳຫຼວດຊຸດປາບປາມຢາເສບຕິດ ໄດ້ຈັບໂຕ ທ້າວ ສີສຸກ ດາວເຮືອງ ຫຼື ເຮຍເຕື້ອງ ໄດ້ທີ່ຫຼວງພະບາງໃນຕອນຄ່ຳ ໃນຂະນະທີ່ຜູ້ກ່ຽວເດິນທາງໄປວຽກທີ່ຫຼວງພະບາງ ແຕ່ຍັງບໍ່ມີລາຍງານວ່າການຈັບຕົວດັ່ງກ່າວ ພ້ອມຂອງກາງທີ່ກ່ຽວຂ້ອງກັບການຄ້າຂາຍຢາເສບຕິດຫຼືບໍ່ ແລະຄາດວ່າລາຍລະອຽດຈະຖືກເປີດເຜີຍຢ່າງເປັນທາງການ ຈາກເຈົ້າໜ້າທີ່ຊຸດຈັບກຸມໃນໄວໆນີ້.

ໃນຂະນະທີ່ ສຳນັກງານຄະນະກຳມະການປ້ອງກັນແລະປາບປາມຢາເສບຕິດຂອງໄທ ປະຈຳ ສປປ ລາວ ໄດ້ກຽມເຂົ້າຮ່ວມສອບປາກຄຳກັບທາງການຂອງລາວນຳ ເນືື່ອງຈາກ ທ້າວ ສີສຸກ ດາວເຮືອງ ມີຄວາມກ່ຽວຂ້ອງກັບ ທ້າວ ໄຊຊະນະ ແກ້ວພິມພາ ຜູ້ຕ້ອງຫາຄ້າຢາເສບຕິດທີ່ຖືກຈັບຕົວໄປໄລຍະກ່ອນໜ້ານັ້ນ ເນື່ອງຈາກຍັງຕ້ອງນຳເອົາຂໍ້ມູນມາໄປຂະຫຍາຍຜົນແລະດຳເນີນຄະດີກັບເຄືອຂ່າຍຄ້າຢາເສບຕິດຂອງ ທ້າວ ໄຊຊະນະ ໃນປະເທດໄທ ທີ່ຍັງເຊື່ອວ່າມີອີກຈຳນວນຫຼາຍ.

ທ້າວ ສີສຸກ ດາວເຮືອງ ຫຼື ເຮຍເຕື້ອງ ເປັນທີ່ຮູ້ຈັກດີໃນສັງຄົມໄຮໂຊຂອງລາວ ແລະກ່ອນໜ້ານີ້ ທ້າວ ສີສຸກ ດາວເຮືອງ ໄດ້ຍອມຮັບວ່າຮູ້ຈັກກັບ ທ້າວ ໄຊຊະນະ ເປັນຢ່າງດີ ແຕ່ປະຕິເສດວ່າຕົນເອງ ບໍ່ໄດ້ມີສ່ວນກ່ຽວຂ້ອງກັບການຄ້າຢາເສບຕິດຫຼືທຸລະກິດຂອງ ທ້າວ ໄຊຊະນະ ແຕ່ປະການໃດ.

ຮ້ານວາງຂາຍລົດໃຫຍ່ຂອງ ທ້າວ ສີສຸກ ດາວເຮືອງ ຢູ່ຕິດໄຟແດງທາດຂາວ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ປິດແລະມີເຈົ້າໜ້າທີ່ເຝົ້າຍາມ
ນີ້ ຄາດວ່າເປັນເຮືອນຂອງ ທ້າວ ສີສຸກ ດາວເຮືອງ

1 COMMENT

Comments are closed.