ທ່ານ ສອນ​ໄຊ ສີ​ພັນ​ດອນ ​ເຄື່ອນ​ໄຫວ​ຢ້ຽມຢາມ​ແຂວງ​ອັດ​ຕະປື

ວັນ​ທີ 05 ມິຖຸນາ 2017 ທ່ານ ສອນ​ໄຊ​ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ​ໄດ້​ເດີນທາງ​ໄປ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ແຂວງ​ອັດຕະປື ​ເຊິ່ງມີ ທ່ານ ສຸກສະ​ໄໝ ຈັນທະ​ມາດ ຮອງ​ເຈົ້າ​ແຂວງໆອັດ​ຕະປື ພ້ອມ​ດ້ວຍ​ບັນດາຄະນະ​ພັກ-ຄະນະ​ນຳ​ແຂວງ ແລະ ພະ​ແນ​ກການທີ່​ກ່ຽວຂ້ອງ ​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ.
​​ໂອກາດ​ດັ່ງກ່າວ, ທ່ານ ສຸກສະ​ໄໝ ຈັນທະ​ມາດ ໄດ້​ລາຍ​ງານ​ໃຫ້​ຊາບ ກ່ຽວກັບ​ສະພາບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ໃນ​ໄລຍະຜ່ານ​ມາ​ຂອງ​ແຂວງ ​ໂດຍ​ສະ​ເພາະ ດ້ານ​ການ​ລົງທຶນ ​ແມ່ນ​ໄດ້​ຮັບ​ການ​ອະນຸ ມັດ​ໄປ​ແລ້ວ 5 ​ໂຄງການ ມູນ​ຄ່າ​ກວ່າ 400 ລ້ານ​ໂດ​ລາ​ສະຫະລັດ ​ແລະ ພວມ​ສຳຫຼວດຄວາມ​ເປັນ​ໄປ​ໄດ້​ອີກຫຼາຍ​ໂຄງການ; ດ້ານ​ກະສິກຳ ​ແມ່ນ​ໄດ້​ສຸມ​ໃສ່​ການ​ຜະລິດ​ກະສິກຳ​ເປັນ​ສິນຄ້າ. ​ໃນ​ນັ້ນ, ດ້ານ​ການ​ລ້ຽງສັດ ​ແມ່ນ​ຫັນ​ໄປ​ສູ່​ການລ້ຽງ​ແບບ​ຟາ​ມຫຼາຍຂຶ້ນ ທັງ​ຟາ​ມລ້ຽງງົວ, ​ແບ້, ໝູ, ຟາ​ມຜະລິດ​ລູກໝູ່, ​ໄກ່​ພັນ​ໄຂ່ ​ແລະ ​ໄກ່​ພັນ​ຊິ້ນ ລວມ 21 ຟາ​ມ. ນອກຈາກ​ນີ້, ຍັງ​ມີ​ຂະ​ບວນລ້ຽງປາ​ຂະໜາດ​ໃຫຍ່​ອີກ 2 ​ແຫ່ງ; ດ້ານ​ການ​ປູກ​ພືດ​ລະດູຝົນ​ໃນ​ປີນີ້ ​ແມ່ນ​ໄດ້​ສຸມ​ໃສ່​ປູກ​ເຂົ້ານາປີ ກວ່າ 24 ພັນ​ເຮັກຕາ, ການ​ປູກ​ສາລີ, ມັນຕົ້ນ, ອ້ອຍ, ໝາກ​ແໜ່ງ, ກາ​ເຟ ​ແລະ ພືດ​ອື່ນໆ ລວມກວ່າ 11 ພັນ​ເຮັກຕາ; ສໍາລັບການຈັດຕັ້ງປະຕິບັດ​ຄຳ​ສັ່ງ​ເລກທີ 15 ຂອງ​ນາຍົກລັດຖະມົນຕີ ​ແມ່ນ​ສາມາດ​ດັດສົມ​​ໂຮງງານ​ປຸງ​ແຕ່ງ​ໄມ້​ໄດ້ 14 ​ແຫ່ງ, ສະ​ເໜີຍຸບ 9 ​ແຫ່ງ ​ແລະ ສືບຕໍ່ດັດສົມ​ອີກ 14 ​ແຫ່ງ ​ແລະ ​ໂຮງງານ​ເຟີ​ນິ​ເຈີ້ແບບ​ຄອບຄົວທີ່​ມີ 131 ​ແຫ່ງ ກໍ່ສາມາດ​ລົບ​ລ້າງ​ໄດ້ 33 ​ແຫ່ງ. ປະຈຸ​ບັນ, ສາມາດ​ສັງ​ລວມ​ຕົວ​ເລກ​ໄມ້​ໄດ້​ທັງ ໝົດ 76 ພັນ​ກວ່າ​ແມັດ​ກ້ອນ ທັງ​ເປັນ​ບ້ວງ​ລັດຖະບານ​ອະນຸມັດ, ການ​ບຸກ​ເບີກ​ພັດທະນາ​ໂຄງ​ລ່າງ, ​ໄມ້​ທີ່​ຍຶດ​ໄດ້, ​ໄມ້​ທີ່​ຂຸດ​ຄົ້ນອອກ​ຈາກ​ເຂື່ອນ​ເຊ​ກະໝານ ​ແລະ ​ເຂື່ອນ​ນ້ຳກົງ. ​ໃນ​ນັ້ນ, ມີ​ໄມ້​ຕົວ​ຈິງ​ຢູ່​ສະໜາມ 2 ​ເຖິງ 63 ພັນກວ່າ​ແມັດ​ກ້ອນ, ​ໄດ້​ຈັດຕັ້ງການ​ປະມູນ​ໄປ​ແລ້ວ 5 ຄັ້ງ ຈຳນວນ 14 ພັນ​ກວ່າ​ແມັດ​ກ້ອນ ​ໃນ​ຈຳນວນ​ໄມ້​ທີ່ຢຶດມາ​ໄດ້ ຄິດ​ເປັນ​ມູນ​ຄ່າ​ກວ່າ 17 ຕື້ກີບ. ນອກ​ນີ້, ບັງ​ສາມາດ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ ຈາກຄ່າ​ພັນທະ​ໄມ້ ​ໄດ້​ເຖິງ 6,3 ກວ່າ​ຕື້ກີບ.

​​ໂອກາດ​ນີ້, ທ່ານ ສອນ​ໄຊ ສີ​ພັນ​ດອນ ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່ໝາກຜົນ​ທີ່​ອຳນາດ​ການ​ປົກຄອງ​ແຂວງອັດ​ຕະປື ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ​ແຕ່​ໃນຕໍ່ໜ້າ ຍັງມີ​ສິ່ງ​ທ້າ​ທາຍ​ທົດ​ສອບ ​ແລະ ຂໍ້​ຫຍຸ້ງ​ຍາກນາໆປະການ. ​ໃນ​ນັ້ນ, ອັນ​ລວມ ​ແມ່ນ​ໃຫ້​​ເອົາ​ໃຈ​ໃສ່​ຜັນ​ຂະຫຍາຍ 14 ວຽກງານ​ສຳຄັນ​ຂອງ​ລັດຖະບານ ​ໂດຍ​ສະ​ເພາະ​ບັນດາ​ວຽກງານ​ທີ່​ຕິດ​ພັນ​ກັບ​ແຂວງ, ​ເອົາ​ໃຈ​ໃສ່​ບາງ​ບັນຫາ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ​ໃນ​ສັງຄົມ ທັງ​ບັນຫາ​ຢາ​ເສບ​ຕິດ, ການ​ຄ້າຂາຍ​ເຖື່ອນ, ການ​ລັກລອບ​ຕັດ​ໄມ້, ລັກລອບ​ຂຸດ​ຄົ້ນບໍ່​ແຮ່ ​ແລະ ການ​ນຳ​ໃຊ້​ສັງຄົມ​ອອນ​ລາຍ ​ເພື່ອ​ຫັນປ່ຽນ​ແນວ​ຄິດ ​ເຮັດ​ໃຫ້​ເກີດ​ຄວາມ​ບໍ່ສະຫງົບ​ໃນ​ສັງຄົມ, ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ ​ແລະ ຂຶ້ນຖະບຽນ​ແຮງ​ງານ​ຕ່າງໆປະ​ເທດ ​ໃຫ້​ເຂົ້າສູ່​ລະບຽບກົດໝາຍຂອງ ສປປ ລາວ, ສືບຕໍ່ສຸມ​ໃສ່​ເຮັດ​ໃຫ້​ເສດຖະກິດ​ຂອງ​ແຂວງ ມີ​ການ​ຂະຫຍາຍຕົວ​ບໍ່​ໃຫ້ຫຼຸດ 7%,​ ​ເກັບ​ລາຍ​ຮັບ​ງົບປະມານ ​​ໃຫ້​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້, ຕິດຕາມ​ກວດກາ​ຄືນ​ການ​ລົງທຶນ ​ໃຫ້​ສາມາດ​ປະຕິບັດ​ຕາມ​ລະບຽບກົດໝາຍ,​ ຄົ້ນຄວ້າ​ແກ້​ໄຂບັນຫາ​ການ​ນຳ​ໃຊ້​ທີ່​ດິນ ທີ່​ຕິດ​ພັນ​ກັບ​ວຽກງານ​ກະສິກຳ, ​ເອົາ​ໃຈ​ໃສ່​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ທັງ​ການ​ນຳ​ໃຊ້​ທ່າ​ແຮງ​ບົ່ມ​ຊ້ອນຂອງແຂວງ, ໃຫ້ປະຊາຊົນມີສ່ວນຮ່ວມ ກັບບັນດາໂຄງການໃຫຍ່ໆຂອງແຂວງ, ການນຳໃຊ້ແຫຼ່ງນ້ຳ ຈາກບັນດາເຂື່ອນ ໃຫ້ເກີດປະໂຫຍດສູງສຸດ ຕິດພັນກັບວຽກງານ 3 ສ້າງ ໄປພ້ອມໆກັບການປັບປຸງຮາກຖານໃຫ້ເຂັ້ມແຂງ, ພ້ອມກັນຈັດຕັ້ງເຊື່ອມຊຶມ ແລະ ສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ໃຫ້ມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງ ບົນຈິດໃຈປະຫຍັດ ແລະ ພ້ອມກັນກວດກາຄືນ ຜົນການຈັດຕັ້ງປະຕິບັດບັນດານິຕິກຳ ທີ່ລັດຖະບານວາງອອກ ໃນແຕ່ລະໄລຍະ.

​ໃນເວລາຕໍ່ມາ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ກໍ່ໄດ້ເດີນທາງໄປຕິດຕາມກວດກາເບິ່ງໄມ້ ທີ່ນຳມາເກັບ ໄວ້ທີ່ສະໜາມ 2 ແລະ ຢ້ງມຢາມການ​ຜະລິດ​ໄມ້​ຝານ-​ໄມ້ອັດ ທີ່​​ໂຮງງານ​ຂອງ​ບໍລິສັດ ​ເຊັນ​ເຈີ້​ລີ​ພລີ ລາວ ຈຳກັດ ​ເຊິ່ງ​ເລີ່ມສ້າງຕັ້ງມາແຕ່ປີ 2015, ເປັນ​ການ​ລົງທຶນ​ຂອງ​ນັກທຸລະກິດ​ອິນ​ເດຍ ມີ​ມູນ​ຄ່າ​ການ​ລົງທຶນ​ກວ່າ 28 ຕື້ກີບ ປະ ກອບມີ 6 ສາຂາ ໃນ 6 ແຂວງທາງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ​ໂດຍ​ໄດ້​ທຳ​ການ​ຜະລິດ​ໄມ້​ຝານ, ​ໄມ້ອັດ ​ແລະ ​ໄມ້​ວິ​ເນຍ ​ເພື່ອ​ສົ່ງ​ອອກ ມີ​ຄວາມ​ອາດ​ສາມາດ​ຜະລິດ​ໄດ້ 20 ຕູ້​ຄອນ​ເທັນ​ເນີ້​ຕໍ່​ເດືອນ.