ທ່ານເຈົ້າຄອງລົງຊີ້ນໍາ ເລັ່ງແກ້ໄຂບັນຫານໍ້າຖ້ວມ ເຂດເມືອງສີໂຄດຕະບອງ

0
1376

ວັນທີ 8 ສິງຫາ 2022 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງຕິດຕາມກວດກາ ເພື່ອເລັ່ງ ແກ້ໄຂສະພາບການດັ່ງກ່າວຢູ່ເມືອງສີໂຄດຕະບອງ ນວ ຖືກຕ້ອນຮັບໂດຍທ່ານ ທະວີໄຊ ເຜົ່າຊົມພູ ເຈົ້າເມືອງສີໂຄດຕະບອງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

ທ່ານເຈົ້າຄອງລົງຊີ້ນໍາ ເລັ່ງແກ້ໄຂບັນຫານໍ້າຖ້ວມ ເຂດເມືອງສີໂຄດຕະບອງທ່ານເຈົ້າຄອງໄດ້ຊີ້ນໍາໃຫ້ແກ້ໄຂລວງຮ່ອງລະບາຍນໍ້າອອກ ຈຸດທີ່ມີການອຸດຕັນທາງນໍ້າໄຫຼລົງສູ່ຮ່ອງທຳມະຊາດ ເພື່ອລະບາຍນໍ້າອອກບໍ່ມີໃຫ້ນໍ້າສູງຂຶ້ນຕື່ມ ໂດຍສະເພາະ ເລັ່ງໃສ່ຈຸດຖະໜົນສາຍຫຼັກເຂດບ້ານສີໄຄ ຈຸດບ້ານໜອງໜ້ຽວ-ໜອງແຕ່ງ ເຂດຕະຫຼາດລາວອົດຊີ ແລະ ຈຸດໜອງອໍ້ ບ້ານໂນນແກ້ວ.

ພ້ອມກັນນັ້ນ, ຍັງໄດ້ຊີ້ນຳໃຫ້ແຕ່ລະພາກສ່ວນກຳນົດແຜນການແກ້ໄຂໃຫ້ລະອຽດ ທັງໃນໄລຍະສັ້ນ ແລະ ໄລະຍະຍາວ ຊີ້ນຳໃຫ້ກວດຄືນບັນຫາການຖົມດິນທີ່ປິດແລວທາງນໍ້າໄຫຼ ແກ້ໄຂຈຸດທີ່ມີຄວາມສ່ຽງທີ່ອາດເກີດເພີ່ມຂຶ້ນໃນຈຸດຕ່າງໆ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃຫ້ຫຼຸດລົງ.

CR: Vientiane​ Mai