ທ່ານເຈົ້າຄອງນະຄອນຫຼວງ ລົງຕິດຕາມກວດກາ ການກໍ່ສ້າງເສັ້ນທາງດອນນົກຂຸ້ມ-450 ປີ

ທ່ານ ​ດຣ. ສິນ​ລະ​ວົງ ຄຸດໄພທູນ ເຈົ້າ​ຄອງ​ນະຄອນຫຼວງວຽງ​ຈັນ ທ່ານ ສົມ​ວັນ​ດີ ນາ​ຖາວົງ ຮອງ​ເຈົ້າ​ຄອງ​ນະຄອນ

ຫຼວງວຽງ​ຈັນ ພ້ອມ​ດ້ວຍ​ຄະນະ ໄດ້​ລົງຢ້ຽມຢາມ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ເຂດ​ບ້ານ​ດອນ​ນົກ​ຂຸ້ມ-ເສັ້ນທາງ 450 ປີ

ໃນ​ວັນ​ທີ 19 ສິງຫາ 2014 ນີ້ ເພື່ອ​ຕິດຕາມກວດກາ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າຂອງ​ໂຄງການ ແນໃສ່​ຊຸກຍູ້​ການຈັດ

​ຕັ້ງ​ປະຕິບັດ​ວຽກ​ງານ ​ໃຫ້​ປະສົບ​ຜົນສຳເລັດ​ຕາມ​ແຜນການ​ທີ່ວາງ​ໄວ້.

 

ທ່ານ ຄຳ​ເພິງ ທອງ​ສະບາ ປະທານ​ບໍລິສັດ ນ້ຳ​ທາ​ກໍ່ສ້າງຂົວ-ທາງ ຈຳກັດ ເຊິ່ງ​ເປັນ​ຜູ້​ຈັດຕັ້ງ​ປະຕິບັດ​ໂຄງການ ໄດ້​

ລາຍງານ​ວ່າ: ໂຄງການ​ກໍ່ສ້າງ​ເສັ້ນທາງ​ເຂດ​ບ້ານ​ດອນ​ນົກ​ຂຸ້ມ-ເສັ້ນທາງ 450 ປີ ເປັນ​ໜຶ່ງ​ໃນ​ສາມໂຄງການ​ໃຫຍ່​

ຂອງ​ລັດຖະບານ ກໍ່​ຄື​ອຳນາດ​ການ​ປົກຄອງ​ນະຄອນ​ຫຼວງ​ວຽງ​ຈັນ ໃນ​ການ​ພັດທະ​ນາ​ລະບົບ​ຂົນສົ່ງ​ໃຫ້​ມີ​ຄວາມສະ

ດວກ​ສະບາຍ ຕອບ​ສະໜອງໄດ້​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ວຽກ​ງານ​ພັດທະນາ​ເສດ​ຖະກິດ-ສັງຄົມ ໄລຍະ​ໃໝ່

ໂຄງການດັ່ງກ່າວ ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດມາ​ແຕ່​ປີ 2013 ເປັນຕົ້ນ​ມາ ຄາດວ່າ​ຈະ​ໃຫ້​ສຳເລັດ​ໃນ​ປີ 2015 ມີ​ຄວາມ​

ຍາວ 11 ກິໂລແມັດ ເປັນເສັ້ນທາງ​ປູຢາງ​ອັດ​ຟານ 6 ເລນ ໃນ​ໂຄງການ​ຍັງ​ໄດ້​ສ້າງ​ຂົວ​ຂ້າມນ້ຳ​ບໍລິເວນ​ບຶງ​ທາດຫຼວງ

ທີ່​ມີຄວາມ​ຍາວ 200 ແມັດ ທີ່​ໄດ້ມາດຕະຖານ​ສາກົນ ມູນ​ຄ່າ​ການກໍ່ສ້າງ​ໂຄງການ​ທັງ​ໝົດປະມານ 150 ລ້ານ​ໂດ​ລາ

​ສະຫະລັດ ໂດຍການ​ລົງທຶນ​ຂອງເອກະ​ຊົນ​ລາວ ກໍ່​ຄື​ບໍລິສັດນ້ຳ​ທາ​ກໍ່ສ້າງ​ຂົວ-ທາງ ຈຳກັດ ປັດຈຸບັນ​ໜ້າ​ວຽກ​ຕ່າງໆ

ໄດ້​ດຳເນີນ​ໄປ​ຢ່າງ​ຕໍ່​ເນື່ອງ ບໍ່​ວ່າຈະ​ເປັນ​ວຽກ​ງານ​ຈັດ​ສັນ ແລະ ຍົກຍ້າຍ​ປະຊາຊົນ​ກວ່າ 100 ຄອບຄົວ ລວມ​ທັງ​ການ

​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທັງ​ໝົດ​ໂຄງການ ສຳເລັດ​ແລ້ວ 60%.

 

ພ້ອມ​ນັ້ນ ທ່ານ​ເຈົ້າຄອງ​ນະຄອນຫຼວງ ຍັງ​ໄດ້​ເນັ້ນໃຫ້​ຜູ້​ຈັດ​ຕັ້ງ​ປະຕິບັດ​ໂຄງການ ໂດຍ​ສະເພາະ​ແມ່ນ​ບໍລິສັດ ໄດ້ເອົາ

ໃຈໃສ່​ຕື່ມ​ໃນ​ການ​ປະສານສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ເປັນ​ເຈົ້າ​ການ​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນການ​ແກ້​ໄຂ​ຂອດ​ບັນ

ຫາ ແລະ ຂໍ້​​ຫຍຸ້ງ​ຍາກ​ການ​ດຳເນີນ​ໂຄງການ ໂດຍ​ສະເພາະແມ່ນ​ຕ້ອງເພີ່ມ​ທະວີ​ຄວາມ​ຮັບຜິດຊອບ ​ການ​ພັດທະນາ​

ໂຄງການ​ໃຫ້​ຖືກຕ້ອງ ຕາມ​ເນື້ອ​ໃນ​ຈິດໃຈ​ຂອງ​ຂັ້ນ​ເທິງວາງ​ໄວ້​ ໃນ​ການ​ຫັນ​ທີ່​ດິນ​ເປັນ​ທຶນ ເອົາໃຈໃສ່​ຕິດຕາມ​ກວດ

ກາ​ແຜນຜັງ​ ການ​ຈັດ​ລະບຽບ​ບໍລິເວນ​ເຂດດິນ​ສະຫງວນ​ໄລຍະ 200 ແມັດຂອງ​ສອງ​ຂ້າງ​ທາງ ​ໃຫ້​ມີ​ຄວາມຖືກຕ້ອງ

ແລະ ມີ​ປະ​ສິດທິ​ຜົນ ຕັ້ງໜ້າ​ສົມທົບ​ກັບ​ທ້ອງຖິ່ນ ກໍ່​ຄື​ປະຊາ​ຊົນ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ຈາກໂຄງການ ​ເພື່ອ​ແກ້​ໄຂ​ບັນ

ຫາ​ໃຫ້ຖືກ​ເປົ້າ​ໝາຍ ຄຽງ​ຄູ່​ກັນ​ນັ້ນ ​ຕ້ອງເອົາໃຈໃສ່​ແກ້​ໄຂ-ປັບປຸງ ແລະ ຄຸ້ມ​ຄອງ​ກົດໝາຍ​ທີ່​ກ່ຽວຂ້ອງ​ກັບການ​ນຳ

​ໃຊ້​ທີ່​ດິນ​ ໃຫ້​ມີ​ຄວາມ​ຖືກຕ້ອງ​ຍິ່ງ​ຂຶ້ນ ເພື່ອ​ຫຼຸດຜ່ອນ​ຜົນ​ກະທົບ​ທາງ​ດ້ານ​ສິ່ງແວດລ້ອມ​ໃນອະນາຄົດ​ຕື່ມ​ອີກ.

 

ແຫຼ່ງຂ່າວ: ວຽງຈັນໃໝ່