ທ່ານຮູ້ບໍ່ ດື່ມນໍ້າໝົດແລ້ວບໍ່ຄວນນໍາຕຸກປລາສຕິກມາໃຊ້ຊໍ້າ

ປະຈຸບັນ, ປລາສຕິກກາຍເປັນວັດຖຸປະກອບສຳຄັນໃນການຜະລິດສິນຄ້າຮັບໃຊ້ໃນຊີວິດປະຈໍາວັນຂອງເຮົາ ຕັ້ງແຕ່ຜະລິດຕະພັນອຸປະໂພກຈົນເຖິງຜະລິດຕະພັນບໍລິໂພກ. ປລາສຕິກທີ່ນໍາມາໃຊ້ໃນການຜະລິດສິນຄ້າຫຸ້ມຫໍ່ ແລະ ບັນຈຸອາຫານ ຈະມີລະຫັດປລາສຕິກຢູ່ດ້ານກ້ອງ ຫຼື ດ້ານໃດໜຶ່ງຂອງຜະລິດຕະພັນ ເພື່ອຊ່ວຍໃນການຄັດແຍກປາສຕິກວ່າປລາສຕິກດັ່ງກ່າວມີຄຸນສົມບັດແນວໃດ, ສາມາດນໍາກັບມາໃຊ້ຊໍ້າ ຫຼື ຣິໄຊເຄິລໄດ້ຫຼືບໍ່. ລະຫັດປລາສຕິກຈະມີສັນຍາລັກເປັນ ລູກສອນໝູນວົນເປັນນຮູບສາມຫຼ່ຽມຈະຕຸລັດ, ມີເລກກຳກັບຊະນິດຂອງປລາສຕິກດ້ານໃນ ແລະ ໂຕອັກສອນພາສາອັງກິດຢູ່ດ້ານລຸ່ມສາມຫຼ່ຽມ, ກຳນົດໂດຍ NA Society of the Plastic Industry ໃນປີ 1988.  ປລາສຕິກທີ່ນໍາໃຊ້ເພື່ອຜະລິດສິນຄ້າຫຸ້ມຫໍ່ ແລະ ບັນຈຸອາຫານ ມີຄວາມແຕກຕ່າງກັນຕາມຊະນິດຂອງປລາສຕິກ ແບ່ງອອກໄດ້ເປັນ 7 ຊະນິດຄື:

1.ປລາສຕິກໂພລີເອທິລີນ ເທີເຣີທາເລດ (Polyethylene Terephthalate) ຫຼື ເພັດ (PET/PETE) ສາມາດແບ່ງອອກ  ເປັນ 2 ກຸ່ມຄື: ກຸ່ມທີ່ມີເນື້ອໃສ (A-PET) ແລະ ກຸ່ມທີ່ເປັນສີຂາວ ຫຼື ຂາວຂຸ່ນ (C-PET) ເຊິ່ງໃຊ້ຜະລິດເປັນຕຸກສຳລັບບັນຈຸເຄື່ອງດື່ມ ເພື່ອໃຫ້ພົກພາງ່າຍ ເຊັ່ນ ຕຸກນໍ້າດື່ມ, ຕຸກນໍ້າອັດລົມ, ຕຸກນໍ້າມັນສຳລັບປຸງແຕ່ງອາຫານ, ຖົງຂະໜົມຕ່າງໆ.

 

ຕຸກປລາສຕິກທີ່ໃຊ້ບັນຈຸເຄື່ອງດື່ມເຫຼົ່ານີ້ອອກແບບມາເພື່ອໃຊ້ພຽງຄັ້ງດຽວ, ບໍ່ໄດ້ອອກແບບມາສຳລັບໃຫ້ນໍາມາເຮັດຄວາມສະອາດໃໝ່ໂດຍໃຊ້ຄວາມຮ້ອນສູງ ຫຼື ຂັດຖູແລ້ວນໍາມາໃຊ້ຊໍ້າ. ຕຸກທີ່ໃຊ້ແລ້ວຄວນນໍາໄປຜ່ານຂະບວນການຣີໄຊເຄິລເພື່ອນໍາກັບມາໃຊ້ໃໝ່ ຫຼາຍກວ່າການນໍາມາໃຊ້ຊໍ້າ. ເຖິງແມ່ນວ່າການໃຊ້ຊໍ້ານັ້ນອາດຈະບໍ່ມີອັນຕະລາຍຈາກສານທີ່ຫຼຸດອອກມາ ແຕ່ຜູ້ບໍລິໂພກອາດຈະໄດ້ຮັບອັນຕະລາຍຈາກການປົນເປື້ອນຂອງຈຸລິນເນື່ອງຈາກການເຮັດຄວາມສະອາດທີ່ບໍ່ດີພໍ.

ນອກຈາກນີ້, ສານອະຊິທັລດີໄຮ ສາມາດແຜ່ອອກຈາກຜະລິດຕະພັນເຂົ້າໄປປົນເປື້ອນເຄື່ອງທີ່ບັນຈຸໃນພາຊະນະໄດ້. ອະຊິທັລດີໄຮ ແມ່ນສານທີ່ອົງການອະນຸລັກສິ່ງແວດລ້ອມຂອງສະຫະລັດອາເມລິກາລະບຸວ່າ ເປັນສານທີ່ອາດກໍ່ໃຫ້ເກີດໂລກມະເຮັງໃນຄົນ, ລວມທັງອາດສົ່ງຜົນກະທົບຕໍ່ການພັດທະນາທາງສະໝອງ

ຕຸກຢາງ – ຕົວຢ່າງຜະລິດຕະພັນທີ່ໃຊ້ປລາສຕິກ Polyethylene Terephthalate

2. ປລາສຕິກໂພລີເອທິລິນຊະນິດຄວາມໜາແໜ້ນສູງ (High density polyethylene) ຫຼື HDPE ເປັນປລາສຕິທີ່ທົນທານຕໍ່ສານລະລາຍຕ່າງໆ ເຮັດໃຫ້ມີການນໍາໄປໃຊ້ເຮັດຜະລິດຕະພັນຈໍານວນຫຼາຍ, ບໍ່ວ່າຈະເປັນພາຊະນະບັນຈຸຕ່າງໆ ເຊັ່ນ ກ່ອງອາຫານ, ຕຸກນໍ້າຍາຊັກເຄື່ອງ, ຕຸກນົມ, ຖັງນໍ້າມັນສຳລັບຍານພາຫະນະ, ໂຕະ ແລະ ຕັ່ງແບບພັບໄດ້, ຖົງຢາງ. ການໃຂ້ຜະລິດຕະພັນເປັນສີຄວນລະມັດລະວັງອັນຕະລາຍຈາກເມັດສີມີ່ເພີ່ມເຂົ້າໄປ ເຊິ່ງມີສ່ວນປະສົມຂອງສານຕະກົ່ວ ແລະ ແຄັດມຽມ. ສານທັງສອງຢ່າງນີ້ສາມາດແຜ່ອອກມາຈາກປລາສຕິກໄດ້.

ຕົວຢ່າງຜະລິດຕະພັນທີ່ໃຊ້ປລາສຕິກ High density polyethylene

3. ປລາສຕິກໂພລີໄວນິວຄລໍຣາຍ (Polyvinul Chloride) ຫຼື PVC ນິຍົມໃຊ້ເຮັດປລາສຕິກຫໍ່ອາຫານ, ຖົງຫິ້ວ (ຂະໜາດນ້ອຍຍິຍົມບັນຈຸເຂົ້າໜົມຕູ່, ຈືນກ້ວຍ), ຕຸກບັນຈຸຊະນິດບີບ (ເຊັ່ນ ນໍ້າມັນພືດ, ນໍ້າປາ), ກ່ອງອະປະກອບຕ່າງໆ, ພາຊະນະບັນຈຸເຄື່ອງດື່ມອາຫານ, ຕະແກງມ້ຽນຖ້ວຍຈານ. ສິ່ງທີ່ຄວນລະວັງຄື ສານເຕີມແຕ່ງເພື່ອປັບປຸງຄຸນນະພາບພີວີຊີ ເຊັ່ນ ສານປລາສຕິກໄຊເຊີ້ ແລະ ສານອື່ນໆອັນໄດ້ແກ່: ສານພາທາເລດ ທີ່ເປັນສານແຕ່ງສີເຊິ່ງມີສານຕະກົ່ວ ແລະ ແຄັດມຽມ, ສານເຮັດໃຫ້ຄົງໂຕ ເຊັ່ນ ສານແບຮຽມ ສາມາດແຜ່ກະຈາຍອອກມາໄດ້ ຈຶ່ງຄວນຫຼີກລ່ຽງການຫໍ່ອາຫານຂະນະຮ້ອນດ້ວຍປລາສຕິກອຸ່ນອາຫານ ໂດຍມີປລາສຕິກທີ່ຫໍ່ອາຫານຢູ່ ແລະ ການໃສ່ອາຫານຮ້ອນໃນຖົງຫິ້ວໂດຍກົງ.

ຕົວຢ່າງຜະລິດຕະພັນທີ່ໃຊ້ປລາສຕິກ Polyvinul Chloride

4. ປລາສຕິກໂພລີເອທິລີນຊະນິດຄວາມໜາແໜ້ນຕໍ່າ (Low Density Polyethylene) ຫຼື LDPE ນໍາໄປໃຊ້ເຮັດຖົງຫິ້ວ, ຕຸກຢາງບາງຊະນິດ ແລະ ທີ່ໃຊ້ກັນຫຼາຍທີ່ສຸດແມ່ນ ຖຸງເຢັນສຳລັບບັນຈຸອາຫານ. ສິ່ງທີ່ຄວນລະວັງແມ່ນ ການໃຊ້ຖົງປລາສຕິກທີ່ເປັນສີຄວນລະມັດລະວັງຈາກເມັດສີທີ່ເພີ່ມເຂົ້າໄປ ເຊິ່ງມີສ່ວນປະສົມຂອງສານຕະກົ່ວ ແລະ ແຄັດມຽມ. ສານທັງສອງຢ່າງນີ້ສາມາດແຜ່ອອກມາຈາກປລາສຕິກໄດ້. ສ່ວນຖົງເຢັນມີລັກສະນະຂຸ່ນ ແລະ ຢືດຢຸ່ນໄດ້ດີກວ່າຖົງຮ້ອນ, ທົນຄວາມເຢັນໄດ້ເຖິງ -70 ອົງສາ ແຕ່ທົນຄວາມຮ້ອນໄດ້ບໍ່ຫຼາຍ.

ຕົວຢ່າງຜະລິດຕະພັນທີ່ໃຊ້ປລາສຕິກ Low Density Polyethylene

5. ປລາສຕິກໂພລີໂພຣພິລີນ (Polypropylene) ຫຼື PP ນໍາໄປໃຊ້ເຮັດຖົງຮ້ອນສຳລັບບັນຈຸອາຫານ, ຕຸກໃສ່ເຄື່ອງດື່ມ, ຖົງຂະໜົມ, ກ່ອງໂຢເກິດ, ທໍ່ດູດ, ຕຸກນົມເດັກນ້ອຍ. ຂໍ່ຕວນລະວັງແມ່ນປລາສສະຕິກຊະນິດນີ້ຕິດໄຟງ່າຍ ຈຶ່ງຕ້ອງມີການຕື່ມສານໜ່ວງໄຟເພື່ອປ້ອງກັນການຕິດໄຟໃນຂະບວນການຜະລິດ. ສານໜ່ວງໄຟທີ່ຕື່ມເຂົ້າໄປຈະເປັນພວກໂບຣມີເນັດ ແລະ ຄລໍຣິເນເຕດ. ສານກຸ່ມນີ້ຖ້າໄໝໄຟແລ້ວ ຈະເຮັດໃຫ້ສານໄດອັອກຊິນ (dioxin) ເຊິ່ງເປັນສານກໍ່ມະເຮັງ ສານເມັດສີທີ່ມີສານຕະກົ່ວ ແລະ ແຄັດວຽມ ເຊິ່ງຜະສົມລົງໄປເພື່ອເຮັດໃຫ້ປລາສຕິກມີສີຕ່າງໆ. ສານຕະກົ່ວ ແລະ ແຄັດມຽມສາມາດແຜ່ກະຈາຍອອກມາຈາກປລາສຕິກໄດ້. ນອກຈາກນີ້ຖົງຮ້ອນມີລັກສະນະໃສກວ່າຖົງເຢັນ ແລະ ບໍ່ມີຄວາມຢືດຢຸ່ນ ສາມາດທົນຄວາມຮ້ອນໄດ້ສູງເຖິງ 100 ອົງສາ (ຈຸດຟົດຂອງນໍ້າ) ແລະ ທົນໄຂມັນໄດ້ດີ ແຕ່ສາມາດບັນຊຸອາຫານເຢັນໄດ້ພຽງ 0 ອົງສາ.

ຕົວຢ່າງຜະລິດຕະພັນທີ່ໃຊ້ປລາສຕິກ Polypropylene

6. ປລາສຕິກໂພລີສະໄຕຣີນ (Polystrene) ຫຼື PS ຫຼືທີ່ເອີ້ນກັນວ່າ ໂຟມ ນໍາໄປໃຊ້ເຮັດຜະລິດຕະພັນບັນຈຸຮອງຮັບການກະທົບກະແທັກດ ກ່ອງສຳລັບບັນຈຸອາຫານ, ປລາສຕິກທີ່ໃຊ້ແລ້ວຖິ້ມ (​ເຊັ່ນ ບ່ວງຢ່ງ, ສ້ອມຢາງ, ມີດຢາງ). ຂໍ້ຄວນລະວັງຄື ການໃຊ້ພາຊະນະໂຟມໃສ່ອາຫານທີ່ຮ້ອນ ຫຼື ນໍາໄປເຂົ້າໄມໂຄເວບ ສາມາດເຮັດໃຫ້ສະໄຕຣີນໂມໂນເມີ້ໃນໂຟມລະລາຍອອກມາປະສົມໃນອາຫານໄດ້ ເຊິ່ງມີຜົນຕໍ່ສະໝອງ, ລະບົບປະສາດ, ເມັດເລືອດແດງ, ຕັບ, ໝາກໄຂ່ຫຼັງ ແລະ ອາດກໍ່ໃຫ້ເກີດອາການຄັນທີ່ຜິວໜັງ, ຕາ, ລະບົບທາງເດີນຫາຍໃຈ, ຊຶມເສົ້າ, ອ່ອນເພຍ ຫຼື ເຮັດໃຫ້ສະພາບການເຮັດວຽກຂອງຕັບຫຼຸດລົງ ເຊິ່ງການເຜົາໂຟມເຮັດໃຫ້ເກີດກ໊າສພິດສະໄຕຣີນອັອກໄຊ ເຊິ່ງເປັນສາເຫດຂອງໂລກມະເຮັງ. ແຕ່ໂຟມແມ່ນບໍ່ມັກໄດ້ຮັບການຣີໄຊເຄິລຫຼາຍປານໃດ ເພາະມີບັນຫາໃນເລື່ອງບໍ່ຄຸ້ມທຶນ.

ຕົວຢ່າງຜະລິດຕະພັນທີ່ໃຊ້ປລາສຕິກ Polystrene

7. ປລານຕິກຊະນິດອື່ນໆ ເຊັ່ນ ໂພລີຄາບອນເນດ (Polycarbonate) ຫຼື PC ເນື່ອງຈາກໂພລີຄາບໍເນດເປັນປລາສຕິກທີ່ມີລັກສະນະໃສ, ແຂງ ແລະ ທົນຄວາມຮ້ອນຈຶ່ງນໍາມາເຮັດເປັນພາຊະນະບັນຈຸອາຫານທີ່ສາມາດເກັບໃນຕູ້ເຢັນ ແລະ ນໍາເຂົ້າໄມໂຄເວັບໄດ້ພ້ອມ ເຊັ່ນ ໂຖນໍ້າ, ຕຸກນໍ້າຂະໜາດບັນຈຸ 5 ລິດ, ຕຸກນໍ້ານັກກິລາ, ຕຸກນົມ ລວມທັງຜະລິດຕະພັນຈໍາພວກຖ້ວຍ, ບ່ວງ, ສ້ອມ, ມີດຊະນິດໃສ. ຂໍ້ຄວນລະວັງຄື ມີການສຶກສາພົບວ່າຂວດນໍ້າດື່ມແຜ່ສານບີສຟີນໍ ເອ (Bisphenol A, BPA) ອອກມາຫຼາຍກວ່າປົກກະຕິເຖິງ 55 ເທົ່າ ເມື່ອໃຊ້ບັນຈຸນໍ້າຮ້ອນ ບໍ່ວ່າຈະເປັນຕຸກໃໝ່ ຫຼື ຕຸກເກົ່າກໍຕາມ ເຊິ່ງສານນີ້ມີໂຄງສ້າງຄ້າຍຮໍໂມນແອສໂຕເຈນ (estrogen) ຂອງເພດຍິງ ສົ່ງຜົນກະທົບເຮັດໃຫ້ສະເປີມຫຼຸດລົງ ປ່ຽນພຶດຕິກຳເພດ. ນອກຈາກນີ້ຍັງພົບວ່າສາມາດກໍ່ໃຫ້ເກີດການຕ້ານອິນຊູລິນ ແລະ ເພີ່ມຄວາມສ່ຽງການເກີດມະເຮັງເຕົ້ານົມອີກດ້ວຍ ສ່ວນໃນເດັກແມ່ນເຮັດໃຫ້ເປັນໜຸ່ມສາວໄວເກີນໄປ ມີແນວໂນ້ມທີ່ຈະເປັນໂລກອ້ວນ ແລະ ໄຮເປີແອັກທີບ.

ຕົວຢ່າງຜະລິດຕະພັນທີ່ໃຊ້ປລາສຕິກ Polycarbonate