ທ່ານພົນໂທດວງໃຈ ພິຈິດ ຕ້ອນຮັບເອກອັກຄະລັດຖະທູດອົດສະຕຼາລີຄົນໃຫມ່

tue25mar6

ທ່ານພົນໂທ ດວງໃຈ ພິ ຈິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຄຳນັບຂອງທ່ານ ຈອນ ວິນລຽມ, ເອກອັກຄະລັດຖະ ທູດອົດສະຕຼາລີ ປະຈຳ ສປປ ລາວ, ໃນວັນທີ 24 ມີນາ 2014 ນີ້ ຢູ່ທີ່ກະຊວງປ້ອງກັນ ປະເທດ ເນື່ອງໃນໂອກາດມາ ດຳລົງຕຳແໜ່ງເປັນເອກອັກ  ຄະລັດຖະທູດອົດສະຕຼາລີ ຄົນໃໝ່ປະຈຳ ສປປ ລາວ.
ໂອກາດນີ້, ທ່ານພົນໂທ ດວງໃຈ ພິຈິດ ກໍ່ໄດ້ສະແດງ ຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານ ຈອນ ວິນລຽມ ທີ່ໄດ້ມາດຳລົງຕຳ ແໜ່ງເປັນເອກອັກຄະລັດຖະ ທູດອົດສະຕຼາລີ ຄົນໃໝ່ປະຈຳລາວ ເຊິ່ງຈະເປັນການປະ ກອບສ່ວນອັນສຳຄັນໃນການ ເສີມສ້າງມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ-ອົດສະຕຼາລີ ໃຫ້ມີການພັດທະ ນາດີຂຶ້ນເລື້ອຍໆ ເພື່ອຜົນປະ ໂຫຍດຂອງສອງຝ່າຍ, ເປັນ ຕົ້ນໃນຂົງເຂດທາງດ້ານການ ສຶກສາ, ການພັດທະນາຊົນນະ ບົດ, ການເກັບກູ້ລະເບີດບໍ່ທັນ ແຕກ ທີ່ຍັງຄົງຄ້າງຢູ່ ສປປ ລາວ ໃນປາງສະໄໝສົງຄາມ ແລະ ອື່ນໆອີກ.
ໃນຂະນະດຽວກັນທ່ານ ຈອນ ວິນລຽມ ກໍ່ໄດ້ສະແດງ ຄວາມຂອບອົກຂອບໃຈຕໍ່ ການຕ້ອນຮັບຢ່ງອົບອຸ່ນຂອງ ສະຫາຍພົນໂທ ດວງໃຈ ພິຈິດ  ທີ່ຍາມໃດກໍ່ໄດ້ເອົາໃຈໃສ່ໃນ ການເສີມສ້າງສາຍພົວພັນ ມິດຕະພາບການຮ່ວມມືລະ ຫວ່າງອົດສະຕຼາລີ ແລະ ລາວ ທີ່ມີມາແຕ່ດົນນານນັ້ນໃຫ້ນັບ ມື້ຂະຫຍາຍໂຕຂຶ້ນເລື້ອຍໆ. ທ່ານເອກອັກຄະລັດຖະທູດ ພ້ອມນັ້ນຍັງໃຫ້ຄຳໝັ້ນສັນຍາ ວ່າຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອດ້ານຕ່າງໆທີ່ ກ່ຽວຂ້ອງຕໍ່ ສປປ ລາວ.

 

ທີ່ມາhttp://www.kongthap.gov.la/