ທ່ານນາງ ລີຊ ທັດ ກ້າວຂຶ້ນເປັນນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດ

0
839

ອີງຕາມການລາຍງານຂອງສຳນັກຂ່າວ BBC ໃນວັນທີ 5 ກັນຍາ 2022 ນີ້ວ່າ, ທ່ານນາງ ລີຊ ທັ ລັດທະມົນຕີການຕ່າງປະເທດອັງກິດ ກ້າວຂຶ້ນເປັນວ່າທີ່ ນາຍົກ ລັດຖະມົນຕີຄົນນໃໝ່ຂອງອັງກິດຕາມຄາດ ຫຼັງເອົາຊະນະການລົງຄະແນນສຽງຊິງຕຳແໜ່ງຫົວໜ້າພັກອານຸລັກນິຍົມຂອງອັງກິດ.

ຜົນການເລືອກຕັ້ງຜູ້ນຳພັກອະນຸລັກນິຍົມອັງກິດຄົນໃໝ່ຈາກການລົງຄະແນນສຽງພາຍໃນວັນທີ 5 ກັນຍາ 2022 ສະແດງໃຫ້ເຫັນວ່າ ທ່ານນາງ ລີຊ ທັດ (Liz Truss) ລັດຖະມົນຕີການຕ່າງປະເທດອັງກິດ. ເອົາຊະນະ ທ່ານ ຊີລີ ຊູນັກ (Rishi Sunak) ອະດີດລັດຖະມົນຕີການເງິນ ດ້ວຍ 81,326 ສຽງ ຄັດຄ້ານ 60,399 ສຽງ.

ທັງນີ້ ຜູ້ຊະນະການເລືອກຕັ້ງຫົວໜ້າພັກອານຸລັກນິຍົມຈະເປັນນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດ ຕໍ່ຈາກ ທ່ານ ບໍຮິດ ຈອນສັນ ທີ່ປະກາດລາອອກກຈາກຕຳແໜ່ງເມື່ອເດືອນ ກໍລະກົດ ທີ່ຜ່ານມາ ແຕ່ຕ້ອງລໍຖ້າໃຫ້ ທ່ານ ຈອນສັນ ຍື່ນໜັງສືລາອອກຕໍ່ສົມເດັດພະຣາຊີນີ ເອລີຊາເບັດທີ່ 2 ກ່ອນ ຈາກນັ້ນຈຶ່ງຈະສາມາດແຕ່ງຕັ້ງວ່າທີ່ນາຍົກລັກຖະມົນຕີຄົນໃໝ່ໄດ້ຢ່າງເປັນທາງການ.

ທ່ານນາງ ອາລີຊ ຈະດຳລົງຕຳແໜ່ງນາຍົກລັດຖະມົນຕີຈົນກວ່າຈະມີການເລືອກຕັ້ງທົ່ວໄປໃນເດືອນ ມັງກອນ 2025 ເຊິ່ງການຊະນະເລືອກຕັ້ງດັ່ງກ່າວເຮັດໃຫ້ ທ່ານນາງ ລີຊ ທັດ ກາຍເປັນນາຍົກລັດຖະມົນຕີຄົນທີ 3 ຂອງອັງກິດ ແລະ ກາຍເປັນນາຍົກລັດຖະມົນຕີຄົນທີ 4 ໃນຮອບ 6 ປີຂອງອັງກິດ.