ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຮັບຫຼຽນໄຊມິດຕະພາບ

0
2178

ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 3 ເມສາ 2017 ຜ່ານມາວ່າ ຢູ່ທີ່​ສະຖານທູດ​ ສະຫະພັນລັດ​ເຊຍ ປະ​ຈໍາ​ລາວ ໄດ້ຈັດພິທີມອບຫຼຽນຄຳມິດຕະພາບໃຫ້ປະທານສະພາແຫ່ງຊາດ, ​​ໂດຍມີ​ຮອງ​ປະທານ​ສະພາ, ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ, ລັດຖະມົນຕີ, ປະທານ​ສະມາຄົມ ມິດຕະພາບ​ລາວ-ລັດ​ເຊຍ, ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງເຂົ້າຮ່ວມ.

ໂດຍຕາງ​ໜ້າລັດຖະບານ ສະຫະພັນລັດ​ເຊ​ຍ​ ທ່ານ ມີ​ຄາ​ອິນ ບາ​ຣານ​ນອ​ບ (Mikhail BARANOV) ​ເອກ​ອັກຄະ​ລັ​ດຖະທູດ​ວິສາມັນ​ ຜູ້​ມີ​ອໍານາດ​ເຕັມ​ແຫ່ງ ສະຫະພັນລັດ​ເຊຍ ປະ​ຈໍາ ສປປ ລາວ ​ໄດ້ປະດັບ​ຫລຽນ​ໄຊ​ມິດຕະພາບໃຫ້ ​ທ່ານ ນາງ​ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ແຫ່ງ ສປປ ລາວ ​ເພື່ອເປັນ​ການປະກອບສ່ວນທີ່ສຳຄັນ​ເຂົ້າ​ ໃນ​ການພັດທະນາ​ເສີມ​ສ້າງ ສາ​ຍພົວພັນ​ມິດຕະພາບ ແລະການ​ຮ່ວມ​ມື ທີ່​ເປັນ​ມູນ​ເຊື້ອ​ ຂອງ​ປະຊາຊົນສອງ​ປະ​ເທດ ກໍ​ຄື ສອງ​ສະພາ​ແຫ່ງ​ຊາດ ລາວ-ລັດ​ເຊຍ ​ໃຫ້​ມີ​ບາດກ້າວ​ສູງ​ຍິ່ງໆ​ຂຶ້ນ.