ທ່ອງ​ທ່ຽວ​ທ່າ­ແຮງ​ ພັດ­ທະ­ນາເມືອງ​ປາກ​ແບງ

0
1956

ເມືອງ​ປາກ​ແບງກໍ​ເປັນ​ໜຶ່ງ​ໃນ 7 ເມືອງ​ທີ່​ສຳ­ຄັນແຂວງ​ອຸ­ດົມ​ໄຊ​ທີ່​ມີ​ທ່າແຮງ​ບົ່ມ​ຊ້ອນ​ຊຸກ­ຍູ້​ການ​ພັດ­ທະ­ນາເສດຖະ​ກິດ​ຂອງ​ແຂວງ​ໃຫ້​ມີ​ການ​ເຕີບ​ໃຫຍ່ຂະ­ຫຍາຍ­ຕົວ​ໃນ​ແຕ່​ລະ​ປີ ຊຶ່ງ​ທ່າ­ແຮງດັ່ງ­ກ່າວ​ກໍ​ຄື​ການ​ບໍ­ລິ­ການ ແລະ​ ການທ່ອງ​ທ່ຽວ.
ຕາມ​ການ​ລາຍ​ງານ​ຂອງ ທ່ານ ສຸກ ສະ­ຫວັນ ທິວ​ມະ­ນີ​ວົງ ຫົວ­ໜ້າ​ຫ້ອງ­ການ ຖວ​ທ ເມືອງ​ປາກ​ແບງໃຫ້​ຮູ້​ວ່າ ວຽກ​ງານທີ່​ສຳ­ຄັນ​ໃນ​ການ​ປະ­ກອບ­ສ່ວນ​ເຮັດ​ໃຫ້ເສດ­ຖະ­ກິດ​ຂອງ​ແຂວງ,ເວົ້າ​ສະ­ເພາະ​ກໍ​ຄື​ເມືອງ​ປາກ​ແບງ​ມີ​ບາດ ກ້າວ​ຂະ­ຫຍາຍ­ຕົວ​ໃນ​ແຕ່​ລະ​ປີ​ກໍ​ຄື​ວຽກງານ​ດ້ານ​ການ​ບໍ­ລິ­ການ ແລະ​ການ​ທ່ອງທ່ຽວ ຊຶ່ງ​ໃນ​ປີ​ໜຶ່ງໆ​ແມ່ນ​ມີ​ບັນ­ດາ​ນັກທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດເຂົ້າ​ມາ​ພັກ​ເຊົາ, ຄ້າງ​ຄືນ ແລະ​ຢ້ຽມ­ຢາມສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ສຳ­ຄັນ​ຂອງ​ເມືອງເປັນ​ຈຳ­ນວນ​ຫຼວງ­ຫຼາຍ ແລະ​ເພີ່ມ​ຂຶ້ນ ຢ່າງ​ຕໍ່​ເນື່ອງໂດຍ​ສະ­ເພາະ​ແມ່ນ​ນັກ​ທ່ອງທ່ຽວ​ຈາກ​ຕ່າງ­ປະ­ເທດ ໃນ​ນັ້ນ​ແມ່ນ​ມາຈາກ​ເອີ​ຣົບ, ອາ­ເມ­ລິ­ກາ, ອາ­ຊີ ແລະ ອື່ນໆ​ຕາມ​ລຳ­ດັບ​ສົກ​ປີ­ຜ່ານ­ມາ​ມີ​ນັກທ່ອງ​ທ່ຽວ​ຈາກ​ຕ່າງ­ປະ­ເທດ​ເຂົ້າ​ມາ​ພັກເຊົາ​ຢູ່​ເມືອງ​ປາກ​ແບງທັງ​ໝົດ 48 ພັນ ກວ່າ​ຄົນຊຶ່ງ​ໄລ­ຍະ​ທີ່​ມີ​ນັກ​ທ່ອງ​ທ່ຽວ ເຂົ້າ​ມາ​ຫຼາຍ​ທີ່​ສຸດ​ແມ່ນ​ໄລ­ຍະ​ແຕ່​ເດືອນ ຕຸ­ລາ​ຫາ​ເດືອນ​ມີ­ນາ ແລະ​ໃນ​ຈຳ­ນວນ​ນັກທ່ອງ​ທ່ຽວ​ດັ່ງ­ກ່າວ​ສ່ວນ​ໜຶ່ງ​ແມ່ນ​ພັກແຮມເພື່ອ​ທ່ຽວ​ຊົມ​ສະ­ຖານ­ທີ່​ສຳ­ຄັນຂອງ​ເມືອງອີກ​ສ່ວນ​ໜຶ່ງ​ເຂົ້າ​ມາ​ພັກ​ແຮມກໍ​ເພື່ອ​ຈະ​ສືບ­ຕໍ່​ເດີນ­ທາງ​ໄປ​ຍັງ​ເມືອງ ແລະ​ແຂວງ​ໃກ້​ຄຽງເປັນ­ຕົ້ນ​ແມ່ນ​ແຂວງບໍ່​ແກ້ວແລະ​ແຂວງ​ຫຼວງ​ພະ​ບາງ.

ຈາກ​ເຫດ­ຜົນ​ດັ່ງ­ກ່າວ​ນັ້ນ​ມັນ​ຈິ່ງ​ເປັນ​ທ່າ­ແຮງແລະ​ໂອ­ກາດ​ສຳ­ຄັນ​ໃຫ້​ແກ່​ບັນ­ດາ​ພໍ່​ແມ່​ປະ­ຊາ­ຊົນຊາວ​ເມືອງ​ປາກ​ແບງໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ທັງ​ຂະ­ໜາດນ້ອຍ ແລະ​ກາງ​ເພື່ອ​ຮອງ​ຮັບ​ໃຫ້​ແກ່​ຈຳນວນ​ນັກ​ທ່ອງ​ທ່ຽວ​ໂດຍ​ສະ­ເພາະ​ແມ່ນການ​ໃຫ້​ບໍ­ລິ­ການ​ອາ­ຫານ, ເຄື່ອງ​ດື່ມ ແລະ​ ສະ­ຖານ­ທີ່​ພັກ​ເຊົາທັງ​ໝົດ​ນັ້ນ​ມັນໄດ້​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບ­ຄົວ ແລະ ​ປະຊາ​ຊົນ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ​ສາ­ມາດເຮັດ​ໃຫ້​ປະ­ຊາ­ຊົນມີ​ຊີ­ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ທ່ານ ສຸກ​ສະ­ຫວັນ ທິວ​ມະ­ນີ​ວົງ ຍັງກ່າວ​ຕື່ມ​ອີ​ກວ່າ: ເຖິງ​ວຽກ​ງານ​ການ​ບໍ​ລິການ, ການ­ທ່ອງ­ທ່ຽວ​ຂອງ​ເມືອງ​ປາກ ແບງ​ຈະ​ເປັນ​ທ່າ­ແຮງ​ສຳ­ຄັນ​ໃນ​ການ​ປະກອບ​ສ່ວນ​ເຮັດ​ໃຫ້​ເສດ­ຖະ­ກິດ​ຂອງແຂວງ​ມີ​ການ​ຂະ­ຫຍາຍ­ຕົວ​ກໍ​ຕາມ ແຕ່ ເມືອງ​ປາກ​ແບງ​ຍັງ​ເປັນ​ເມືອງ​ທຸກ​ຍາກຢູ່ ດັ່ງ­ນັ້ນ ທ່ານ​ຈິ່ງ​ຮຽກ­ຮ້ອງ​ໃຫ້​ທຸກ​ພາກສ່ວນ​ທັງ​ພາກ​ລັດ ແລະ​ເອ­ກະ​ຊົນຈົ່ງ​ພ້ອມກັນ​ຊຸກ­ຍູ້​ຊ່ວຍ­ເຫຼືອ ແລະ​ເຂົ້າ​ມາ​ດຳ­ເນີນທຸ­ລະ​ກິດ​ການ​ລົງ­ທຶນ​ຢູ່​ເມືອງ​ປາກ​ແບງ ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ເພື່ອ​ເຮັດ​ໃຫ້​ປະ­ຊາຊົນ​ມີ​ວຽກ​ເຮັດ​ງານ​ທຳ,ມີ​ຊີ­ວິດ​ທີ່​ດີ​ຂຶ້ນ​ຈົນ​ກ້າວ​ໄປ​ເປັນ​ເມືອງ​ພົ້ນ​ທຸກ​ໃນ­ຕໍ່­ໜ້າຕື່ມ​ອີກ.

ທີ່ມາ:logo