ທົ່ວປະເທດ ມີຫົວໜ່ວຍແຮງງານເຊັນສັນຍາລວມໝູ່ເກືອບ 500 ແຫ່ງ

ນັບ​ແຕ່​ປີ 1986 ເປັນຕົ້ນ​ມາ ລາວ​ເຮົາ​ໄດ້​ເປີດ​ປະຕູ​ສູ່​ພາຍ​ນອກ ໂດຍ​ເປີດ​ກວ້າງ​ການ​ລົງທຶນ​ຮອບດ້ານ​ທັງ​ພາຍ​ໃນ ແລະ ຕ່າງ​ປະເທດ ເພື່ອ​ດຶງ​ດູດ​ເອົາ​ການ​ລົງທຶນ ໃນ​ທຸກ​ຂະແໜງການ​ເຂົ້າ​ມາ​ລົງທຶນ​ພັດທະນາ​ເສດຖະກິດ-ສັງຄົມ ໃຫ້​ເຂັ້ມແຂງ ຈາກ​ໂອກາດ​ທີ່​ດີ​ດັ່ງກ່າວ​ບັນດາ​ໂຮງ​ຈັກ ໂຮງງານ ວິສາ​ຫະ​ກິດ​ຂະໜາດ​ຕ່າງໆ ໄດ້ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ເຮັດ​ໃຫ້​ຈຳນວນ​ກຳມະກອນ​ຜູ້​ອອກແຮງງານ​ກໍ່​ເພີ່ມ​ຂຶ້ນ​ຕາມ​ລຳດັບ ຄຽງຄູ່​ກັບ​ການ​ຂະຫຍາຍຕົວ​ນັ້ນ​ຍັງ​ມີບາງ​ຫົວໜ່ວຍ​ແຮງ​ງານ​ເກີດ​ຂໍ້ຂັດ​ແຍ່ງ​ກັນ ແລະ ກັນ ເອົາ​ລັດເອົາ​ປຽບ​ຊາວ​ຜູ້​ອອກແຮງ​ງານໃນ​ຫຼາຍ​ຮູບ​ການ ເຊັ່ນ: ໃຫ້​ຄ່າແຮງ​ງານ​ຕ່ຳ ການ​ສໍ້​ໂກງ​ເງິນລ່ວງ​ເວລາ ແລະ ການ​ໄລ່​ອອກຈາກ​ວຽກ​ໂດຍ​ບໍ່​ມີ​ເຫດຜົນ ເຮັດໃຫ້​ກຳມະກອນ​ຊາວ​ຜູ້​ອອກແຮງງານ​ເສຍ​ຜົນ​ປະໂຫຍດ​ທີ່​ຄວນ​ໄດ້ຮັບ ສືບ​ເນື່ອງ​ຈາກ​ບັນຫາ​ດັ່ງກ່າວ​ສູນ​ກາງ​ສະຫະພັນ​ກຳ​ມະບານ​ລາວ ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຫຼຸດຜ່ອນ ແກ້​ໄຂ ແລະ ຊອກ​ຫາ​ວິທີ​ທາງ​ແກ້​ໄຂ​ບັນຫາ​ຢ່າງ​ຈິງ​ຈັງ ມາ​ຮອດ​ທ້າຍ​ປີ 2008 ສູນ​ກາງ​ສະຫະພັນ​ກຳ​ມະບານ​ລາວ ໄດ້​ຮ່ວມ​ກັບ​ອົງການອັອກ​ຟາມ ຈັດ​ຕັ້ງ​ປະຕິບັດ​ໂຄງການ​ພາຍ​ໃຕ້​ຫົວຂໍ້ “ໂຄງການສັນຍາ​ແຮງ​ງານ​ລວມ​ໝູ່” ໂດຍການ​ຮ່ວມ​ມື​ໄລຍະ​ທຳ​ອິດ ແຕ່​ປີ 2008-2010 ມີ​ພື້ນ​ທີ່​ໂຄງການທັງ​ໝົດ​ຢູ່ 4 ແຫ່ງຄື: ນະຄອນຫຼວງ​ວຽງ​ຈັນ ແຂວງ​ວຽງ​ຈັນ ສະຫວັນ​ນະ​ເຂດ ແລະ ແຂວງ​ຄຳມ່ວນ ປີ 2011-2013 ຂະຫຍາຍພື້ນ​ທີ່​ໂຄງການ​ອີກ 3 ແຫ່ງຄື: ແຂວງ​ບໍ​ລິ​ຄຳ​ໄຊ ຈຳປາ​ສັກ ແລະ ແຂວງ​ເຊ​ກອງ ແລະ ປີ 2014-2016 ຂະຫຍາຍ​ເພີ່ມ​ຕື່ມ​ອີກ 2 ແຂວງ ຄື: ແຂວງ​ສາລະ​ວັນ ແລະ ແຂວງ​ອັດ​ຕະ​ປື ລວມ​ທັງໝົດ​ການຈັດຕັ້ງ​ປະຕິບັດ​ໂຄງການ​ດັ່ງກ່າວ​ແຕ່​ປີ 2008-2016 ມີ​ທັງ​ໝົດ 9 ແຫ່ງ ແລະ ເພື່ອ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ໃຫ້​ມີການ​ຂະຫຍາຍຕົວ ແລະ ຄວບຄຸ້ມ​ທົ່ວ​ປະເທດ ອົງການ​ອັອກຟາມ ໄດ້​ຕົກລົງ​ເຫັນ​ດີ​ສືບຕໍ່​ໂຄງການ​ຮ່ວມ​ມື​ກັບ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ເປັນ​ເວລາ 5 ປີ (2017-2021) ເຊິ່ງ​ການຮ່ວມ​ລົງ​ນາມ​ສືບຕໍ່​ການຈັດຕັ້ງປະຕິບັດ​ໂຄງການ ໄດ້​ຈັດ​ຂຶ້ນ​ຕົ້ນເດືອນ​ຕຸລາ 2017.

ໂຄງການ​ສັນຍາ​ແຮງ​ງານລວມ​ໝູ່​ທີ່​ໄດ້​ຮັບ​ການ​ຊ່ວຍເຫຼືອດ້ານ​ເງິນ​ທຶນ​ກວ່າ 160.000 ເອີໂຣ ຫຼື ປະມານ 1,7 ຕື້​ກີບ ຈາກອົງການ​ອັອກ​ຟາມ ຕະຫຼອດ​ໄລຍະ 8 ປີ ການ​ປະຕິບັດ​ວຽກ​ງານຕົວ​ຈິງ ເຮັດ​ໃຫ້​ວຽກ​ງານ​ກຳ​ມະບານ ມີ​ການ​ຂະຫຍາຍຕົວ​ທັງ​ປະລິ​ມານ ແລະ ຄຸນະພາບ​ຢ່າງ​ຕໍ່ເນື່ອງ ໂດຍ​ກິດຈະກຳ​ຫຼັກ​ຂອງໂຄງການ​ແມ່ນ​ການ​ສ້າງຕັ້ງ​ຜູ້ຕາງ ໜ້າ​ຜູ້​ອອກແຮງ​ງານ ຂະຫຍາຍ​ການຈັດຕັ້ງ​ກຳມະບານ​ຢູ່ຫົວໜ່ວຍ​ແຮງ​ງານ ພ້ອມ​ທັງສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ກຳມະ​ບານ​ຢູ່​ຫົວໜ່ວຍ​ແຮງ​ງານ ​ໃຫ້ສາມາດ​ເປັນ​ຕົວ​ແທນ​ໃຫ້​ຜູ້​ອອກແຮງ​ງານ​ເຊັນ​ສັນຍາ​ລວມ​ໝູ່​ກັບພາກສ່ວນ​ກ່ຽວຂ້ອງ ມາ​ຮອດ​ປັດຈຸ​ບັນ​ທົ່ວ​ປະເທດ​ສາມາດ​ເຊັນ​ສັນຍາ​ລວມ​ໝູ່​ໄດ້ 490 ແຫ່ງ ໃນນັ້ນ ຂະແໜງ​ບໍລິການ 236 ແຫ່ງ ອຸດສາຫະກຳ​ຕັດຫຍິບ 223 ແຫ່ງ ແລະ ຂະແໜງ​ກະສິ​ກຳ 31 ແຫ່ງ ກວມ​ເອົາ​ກຳ​ມະກອນ​ຈຳນວນ 74.551 ຄົນ ຍິງ 25.636 ຄົນ ເຄື່ອນ​ໄຫວ​ຊຸກຍູ້ການ​ສ້າງຕັ້ງ​ກຸ່ມ​ກຳມະກອນແຮງ​ງານ​ນອກ​ລະບົບ​ໄດ້ 50 ກຸ່ມ ໃນ​ນັ້ນ ກະສິ ກຳ​ມີ 16 ກຸ່ມ ຫັດຖະ​ກຳແຜ່ນແພ-ຈັກສານ 9 ກຸ່ມ ບໍລິການ 24 ກຸ່ມ ແລະ ບໍ່​ແຮ່ 1 ກຸ່ມ ລວມ​ທັງ​ໝົດ​ມີ​ກຳມະ ກອນ 1.734 ຄົນ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່